Homeຂ່າວພາຍ​ໃນເຄິ່ງປີ ແຂວງອັດຕະປື ເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 308 ຕື້ກວ່າກີບ

ເຄິ່ງປີ ແຂວງອັດຕະປື ເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 308 ຕື້ກວ່າກີບ

Published on

ວັນທີ 17 ກໍລະກົດ 2023 ພະແນກການເງິນ ແຂວງ ອັດຕະປື ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ຊຸກຍູ້ລາຍລາຍຮັບ, ເກັບກູ້ໜີ້ສິນ ແລະ ເກັບກໍາຂໍ້ມູນ, ສໍາຫຼວດຖານລາຍຮັບຖານລາຍຮັບໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023, ໂດຍໃຫ້ກຽດເປັນປະທານຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂົ້າຮ່ວມ.

ໂດຍທ່ານ ຄຳເຜີຍ ໂສມຖາວອນ ຫົວໜ້າພະແນກການເງິນແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ວ່າ: ໄລຍະ 6 ເດືອນຜ່ານມາຄະນະຊຸກການຈັດເກັບລາຍຮັບເຂົ້າງົບປະມານແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊຸກຍູ້ເລັ່ງທວງເກັບກູ້ໜີ້ສິນ ທີ່ຍັງຄ້າງນໍາຫົວໜ່ວຍຜູ້ປະກອບການ, ບໍລິສັດ ແລະ ບັນດາໂຄງການລົງທືນຕ່າງໆ ພ້ອມທັງເກັບກໍາຂໍ້ມູນ, ສໍາຫຼວດຖານລາຍຮັບຖານລາຍຮັບທີ່ເກີດຂື້ນໃໝ່, ສັງລວມແລ້ວຜ່ານການຈັດຕັ້ງປະຕິບັດກົນໄກເກັບລາຍຮັບ ຕິດພັນກັບການຫັນເປັນທັນສະໄໝ ເຫັນວ່າເພີ່ມຂື້ນ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສະແດງອອກໃນ 6 ເດືອນຕົ້ນປີ 2023 ສາມາດຈັດເກັບລາຍຮັບໄດ້ທັງໝົດ 308 ຕື້ກວ່າກີບ ເທົ່າກັບ 55,95% ຂອງແຜນການປີ, ທຽບໄລຍະດຽວກັນຂອງປີຜ່ານມາ ເພີ່ມຂື້ນ 237%, ອັນທີ່ພົ້ນເດັ່ນລາຍຮັບຂອງແຂວງ ປະຕິບັດໄດ້ທັງໝົດ 269 ຕື້ກວ່າກີບ, ເທົ່າກັບ 58,46% ຂອງເເຜນການປີ ແລະ ມາຮອດວັນທີ 12 ກໍລະກົດ 2023 ປະຕິບັດລາຍຮັບໄດ້ເພີ່ມຂື້ນເປັນ 333 ຕື້ກວ່າກີບ ຫຼື ເທົ່າກັບ 72,20% ຂອງແຜນການປີ, ໃນນີ້ ລາຍຮັບພູດສູນກາງ ມີ 38 ຕື້ກວ່າກີບ ເທົ່າກັບ 42,96% ຂອງແຜນການປີ, ເຊິ່ງພາສີປະຈໍາແຂວງ ປະຕິບັດໄດ້ 5 ຕື້ກວ່າກີບເທົ່າກັບ 119,07% ຂອງແຜນການປີ, ດ່ານພາສີສາກົນພູເກືອ ປະຕິບັດໄດ້ 32 ຕື້ກວ່າກີບ ເທົ່າກັບ 39,75% ຂອງແຜນການປີ, ສ່ວນລາຍຮັບທ້ອງຖີ່ນ ປະຕິບັດໄດ້ 269 ຕື້ກວ່າກີບ ເທົ່າກັບ 58,46% ຂອແຜນການປີ, ເຊິ່ງມີລາຍຮັບຈາກສ່ວຍສາອາກອນ ປະຕິບັດໄດ້ 148 ຕື້ກວ່າກີບ ເທົ່າກັບ 62,22% ຂອງແຜນການປີ, ຮັບຈາກຊັບສິນຂອງລັດ ປະຕິບັດໄດ້ 121 ຕື້ກວ່າກີບ, ເທົ່າກັບ 52,66% ຂອງແຜນການປີ, ລາຍຮັບງົບປະມານ 5 ຕົວເມືອງ ປະຕິບັດໄດ້ 39 ຕື້ກວ່າກີບ ເທົ່າກັບ 48,87% ຂອງແຜນການປີ ແລະ ເຄື່ອນຍ້າຍໃຫ້ສູນກາງ ມີ 61 ຕື້ກວ່າກີບ ເທົ່າກັບ 24,33%ຂອງແຜນການປີ, ນອກນີ້ຍັງມີລາຍຈ່າຍໃນ 6 ເດືອນຜ່ານມາ ປະຕິບັດໄດ້ທັງໝົດ 213 ຕື້ກວ່າກີບ ເທົ່າກັບ 71,47% ຂອງແຜນການປີ, ເຊິ່ງສາມາດຈ່າຍເງີນເດືອນ, ເງີນນະໂຍບາຍ, ເງີນບໍລິຫານ, ເງີນດັດສົມ-ສົ່ງເສີມ ແລະ ເງີນລົງທຶນ ໄດ້ໂດຍພື້ນຖານ.

ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອແນໃສ່ເຮັດໃຫ້ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານຂອງແຂວງອັດຕະປື ໃນອີກ 6 ເດືອນທ້າຍປີນີ້ ບັນລຸມຕາມແຜນການທີ່ວາງໄວ້.

ແຫຼ່ງຂ່າວ ກະຊວງການເງິນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...