Homeແຈ້ງການໂຮງໝໍແຂວງຄໍາມ່ວນ ອອກແຈ້ງການຂາດຢາປິ່ນປົວ ຈົນຈໍາເປັນຕ້ອງໃຫ້ພີ່ນ້ອງຄົນເຈັບ ໄປຫາເລາະຊື້ຢາເອງ

ໂຮງໝໍແຂວງຄໍາມ່ວນ ອອກແຈ້ງການຂາດຢາປິ່ນປົວ ຈົນຈໍາເປັນຕ້ອງໃຫ້ພີ່ນ້ອງຄົນເຈັບ ໄປຫາເລາະຊື້ຢາເອງ

Published on

ພະແນກສາທາລະນະສຸກໂຮງຫມໍແຂວງຄໍາມ່ວນ ອອກແຈ້ງການອໍານວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ໃນໄລຍະວິກິດການ ທີ່ໂຮງຫມໍແຂວງ ຂາດຢາປິ່ນປົວຈໍາເປັນ ພື້ນຖານ ຈົນຈໍາເປັນຕ້ອງໃຫ້ພີ່ນ້ອງຄົນເຈັບ ໄປຫາເລາະຊື້ຢາເອງ ຕາມຮ້ານຂາຍຢານອກໂຮງຫມໍ

ສະພາບຄວາມຫຍຸ້ງຍາກ ໃນການຂາດດຸນຂອງການບໍລິການກອງທຶນປະກັນສຸຂະພາບ ພາກເອກະຊົນ(ກປຊ) ເຮັດໃຫ້ໂຮງຫມໍ ບໍ່ສາມາດຊໍາລະຫນີ້ສິນໄດ້ຕາມກໍານົດເວລາ ຈົນບໍລິສັດຢຸດການ ສົ່ງຢາ ໃຫ້ແກ່ໂຮງຫມໍແຂວງ.

ຜູ້ອໍານວຍການໂຮງຫມໍແຂວງຄໍາມ່ວນ ຂໍຖືເປັນກຽດ ແຈ້ງການມາຍັງພໍ່ແມ່ປະຊາຊົນ ພ້ອມທັງຜູ້ເກີດສິດປະກັນ ຕົ້ນ ທຸກພາກສ່ວນຮັບຮູ້ວ່າ ໂຮງຫມໍແຂວງ ຈໍາເປັນຕ້ອງໄດ້ດັດແກ້ ລະບົບການຄຸ້ມຄອງກອງທຶນໃຫມ່ດັ່ງນີ້:1. ການຟອກໄຂ່ຫຼັງ: ແມ່ນຈະເກັບຄ່າຢາເພິ່ມ 500,000 ກີບ/ກໍລະນີ(ບໍ່ລວມຢາກະຕຸ້ນໄຂ່ຫຼັງຕ່າງໆ)

2. ກໍລະນີຜ່າຕັດ ແມ່ນໃຫ້ເກັບເງິນເພີ່ມ ຈາກເພດານສູງສຸດ ທີ່ປະກັນສຸຂະພາບຄຸ້ມຄອງ.
3. ຢາທີ່ມີລາຄາສູງ ແມ່ນໄດ້ຈ່າຍເອງ(ມີລາຍການຕິດຄັດຕາມເຂດບໍລິການຕ່າງໆ, ລາຄາແມ່ນອິງໃສ່ລາຄາທ້ອງ ຕະຫຼາດຕົວຈິງ).

4. ຄົນເຈັບກວດເຂດນອກແມ່ນໄດ້ຈ່າຍຄ່າບໍລິການປິ່ນປົວ 100%(ຍົກເລີກການເສຍສົມທົບກວດເຂດນອກ)

5. ແມ່ຫຍິງຖືພາ ທີ່ສະຫມັກໃຈ ຂໍເລືອກເກີດລູກດ້ວຍການຜ່າຕັດ ແມ່ນຕ້ອງຈ່າຍຄ່າປິ່ນປົວ 100%, ໂດຍປະກັນ ສຸຂະພາບບໍ່ຄຸ້ມຄອງ
6. ຖ້າສູນເລືອດບໍ່ມີເລືອດສະຫນອງໃຫ້ຄົນເຈັບ, ແມ່ນຄອບຄົວພີ່ນ້ອງຄົນເຈັບ ຕ້ອງໄດ້ລະດົມກັນບໍລິຈາກ ຫຼື ຊອກຫາຊ່ວຍແພດຕື່ມ ແລ້ວແຕ່ເງື່ອນໄຂທີ່ຈະຫາເລືອດມາໃສ່ໄດ້.
7. ສໍາລັບເດັກລຸ່ມ 5 ປີ, ແມ່ຍິງຖືພາ, ຄົນທຸກຍາກ ແລະ ພະສົງ ນັກບວດ ສໍາມະເນນ ແມ່ນກອງທຶນປະກັນ ສຸຂະພາບ ຍັງຄຸ້ມຄອງ 100%, ດັ່ງນັ້ນ ຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນ ລວມໄປເຖີງພະນັກງານ ລັດຖະກອນ ແລະ ຊາວຜູ້ອອກແຮງງານ ທີ່ເກີດ ສິດປະກັນຕົນທັງຫຼາຍ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...