Homeຂ່າວພາຍ​ໃນແຂວງຫຼວງພະບາງປ່ອຍຕົວຜູ້ຖືກຫາ ທີ່ຄົບກຳນົດບຳບັດດັດສ້າງ 1 ປີ

ແຂວງຫຼວງພະບາງປ່ອຍຕົວຜູ້ຖືກຫາ ທີ່ຄົບກຳນົດບຳບັດດັດສ້າງ 1 ປີ

Published on

ແຫລ່ງຂ່າວຈາກ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນ ຫຼວງພະບາງ ໄດ້ປ່ອຍຕົວຜູ້ຖືກຫາ ທີ່ຄົບກຳນົດບຳບັດດັດສ້າງ 1 ປີ ຢູ່ສູນບຳບັດຢາເສບຕິດ ທີ່ບ້ານພິກໃຫຍ່ ຈໍານວນ 21 ເປົ້າໝາຍ ທີ່ໄດ້ກະທຳຜິດ ຈາກການ ມົ້ວສຸມຢາເສບຕິດ ແລະ ລັກຊັບ ພົນລະເມືອງ ໂດຍເປັນປະທານຂອງ ທ່ານ ພັນໂທ ໄວຍາສັກ ຄຳພິຈິດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນ ຫລວງພະບາງ ແລະ ຄະນະ ພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ພັນຕີ ຄຳສອນ ພຸດລະວົງ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ນະຄອນ ຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການປ່ອຍຕົວຜູ້ຖືກຫາ ແລະ ບົດລາຍງານຫຍໍ້ການກັກຕົວຜູ້ຖືກຫາທີ່ດັດສ້າງ ວ່າ: ຜູ້ຖືກຫາດັດສ້າງທີ່ໄດ້ຮັບການປ່ອຍຕົວໃນຄັ້ງນີ້, ແມ່ນເປົ້າໝາຍທີ່ໄດ້ກະທຳຜິດ ຈາກການ ມົ້ວສຸມຢາເສບຕິດ ແລະ ລັກຊັບ ຜ່ານໄລຍະເວລາການບຳບັດດັດສ້າງ 1 ປີ ເຫັນວ່າ ຜູ້ຖືກຫາ ຈໍານວນ 21 ເປົ້າໝາຍ ໄດ້ມີຄວາມຫ້າວຫັ້ນ, ເອົາໃຈໃສ່ໃນການປະຕິບັດລະບຽບວິໄນ ໄດ້ເປັນຢ່າງດີ, ມີຄວາມຮູ້ສຶກຜິດທີ່ໄດ້ຫຼົງກະທຳຜິດ, ມົ້ວສຸມກັບສິ່ງເສບຕິດຜິດກົດໝາຍ; ໃນໄລຍະການບຳບັດ ຄະນະຮັບຜິດຊອບຈາກພາກສ່ວນຕ່າງ ໄດ້ສຶກສາອົບຮົມແນວຄິດ ກ່າວເຕືອນຕໍ່ຜູ້ຖືກຫາ ໃຫ້ມີແນວຄິດໜັກແໜ້ນ ເຂັ້ມແຂງ ເປັນການປ້ອງກັນ ບໍ່ໃຫ້ມີການກະທຳຜິດຄືນໃໝ່, ທັງສືບຕໍ່ດຳລົງຊີວິດດ້ວຍຄວາມປອດໃສ, ເປັນຄົນດີ ໃນຄອບຄົວ ແລະ ສັງຄົມ, ປະກອບອາຊີບດ້ວຍຄວາມສັດຊື່ບໍລິສຸດ, ປະກອບສ່ວນອອກແຮງງານພັດທະນາທ້ອງຖິ່ນ, ມີຄວາມສາມັກຄີພາຍໃນຄອບຄົວ ແລະ ສັງຄົມ.

ໂອກາດນີ້, ທ່ານ ພັນໂທ ໄວຍາສັກ ຄຳພິຈິດ ໄດ້ເນັ້ນໃຫ້ບັນດາເປົ້າໝາຍຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງ ພັກ-ລັດຖະບານ ໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ, ພາຍຫຼັງທີ່ໄດ້ອອກໄປດຳລົງຊີວິດຢູ່ໃນສັງຄົມ ຕ້ອງພ້ອມກັນປະຕິບັດຕົນເອງໃຫ້ເປັນພົນລະ ເມືອງດີ ຮັບປະກັນບໍ່ໃຫ້ຕົນເອງກັບຄືນມາກະທຳຜິດ ຕໍ່ລະບຽບກັດໝາຍອີກຄັ້ງ ແລະ ປະກອບສ່ວນເຮັດໃຫ້ ການພັດທະນາເສດຖະກິດຂອງຄອບຄົວດີຂື້ນເປັນກ້າວໆ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...