Homeຂ່າວພາຍ​ໃນທາງຫຼວງເລກທີ 13 ໃຕ້ສັນຍາທີ 1 ແມ່ນຈະສໍາເລັດໃນເດືອນກໍລະກົດ 2023

ທາງຫຼວງເລກທີ 13 ໃຕ້ສັນຍາທີ 1 ແມ່ນຈະສໍາເລັດໃນເດືອນກໍລະກົດ 2023

Published on

ການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ໄລຍະທາງຜ່ານແຂວງບໍລິຄໍາໄຊ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ, ໃນນີ້ ສະເພາະການກໍ່ສ້າງໃນສັນຍາທີ 1 ແມ່ນຈະສໍາເລັດສົມບູນພາຍໃນເດືອນກໍລະກົດ 2023 ນີ້.

​ທ່ານ ສີສົມພັນ ພິມສີປະສົມ, ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ໄລຍະທາງຜ່ານແຂວງບໍລິຄໍາໄຊ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 17 ກໍລະກົດ 2023 ວ່າ: ໂຄງການດັ່ງກ່າວນີ້, ແບ່ງອອກເປັນ 2 ສັນຍາ ຄື:

ສັນຍາ 1 ມີຄວາມຍາວ 40 ກິໂລແມັດ (ແຕ່ກິໂລແມັດ 71 ຫາ ກິໂລແມັດ 111), ນໍາໃຊ້ທຶນກູ້ຢືມຈາກທະນາຄານໂລກ ມູນຄ່າ 17,5 ລ້ານກວ່າໂດລາສະຫະລັດ ເພື່ອປັບປຸງຍົກລະດັບຈຸດນ້ຳຖ້ວມ ແລະ ຂະຫຍາຍໜ້າທາງເກົ່າ ຈາກ 9 ແມັດ ເປັນ 12 ແມັດ, ມີ 2 ຊ່ອງທາງຈາລະຈອນ (2X3,5 ແມັດ) ແລະ ບ່າທາງເບື້ອງລະ 2,5 ແມັດ ພ້ອມທັງກໍ່ສ້າງຂົວໃໝ່ 2 ແຫ່ງ ແທນໃສ່ຈຸດເກົ່າ, ລວງຍາວແຫ່ງລະປະມານ 25 ແມັດ ແລະ ກ້ວາງ 12 ແມັດ, ໂຄງສ້າງທາງແມ່ນອອກແບບເປັນໜ້າທາງແບບປູຢາງຂົ້ວ (ເບຕົງອັສ ຟານ). ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 1 ເມສາ 2021 ມາຮອດປັດຈຸບັນສໍາເລັດ 97% ແລະ ຈະໃຫ້ສໍາເລັດພາຍໃນເດືອນກໍລະກົດ 2023.

​ສ່ວນສັນຍາທີ 2 ມີຄວາມຍາວ 79 ກິໂລແມັດ (ແຕ່ກິໂລແມັດ 111 ຫາ ກິໂລແມັດ 190) ໃນນີ້, ແຕ່ກິໂລແມັດ 111 ຫາ ກິໂລແມັດ 151, ຄວາມກ້ວາງໜ້າທາງ 12 ແມັດ ແລະ ກິໂລແມັດ 151 ຫາ 190 ຄວາມກ້ວາງໜ້າທາງ 9 ແມັດ, ນໍາໃຊ້ເງິນກູ້ຢືມຈາກທະນາຄານ ການລົງທຶນຂອງເອີຣົບ (EIB) ມູນຄ່າ 28 ລ້ານກວ່າໂດລາສະຫະລັດ.

​ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດທັງສອງສັນຍາ ແມ່ນຄ້າຍຄືກັນ ເພາະໄລຍະຈັດຕັ້ງປະຕິບັດໂຄງການມີການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ມີບັນຫາໃນການນໍາເຂົ້າກົນຈັກ ແລະ ແຮງງານຂອງບໍລິສັດທີ່ຮັບເໝົາກໍ່ສ້າງ. ນອກຈາກນີ້, ຍັງພົບຄວາມຫຍຸ້ງຍາກໃນການຫາຊື້ນໍ້າມັນເຊື້ອໄຟໄລຍະໜຶ່ງເຊິ່ງເປັນບັນຫາລວມໃນທົ່ວປະເທດ ຍ້ອນການສະໜອງນໍ້າມັນເຊື້ອໄຟບໍ່ພຽງພໍກັບຄວາມຕ້ອງການໃນສັງຄົມ.

​ຢ່າງໃດກໍຕາມ, ປັດຈຸບັນ ການປັບປຸງ ແລະ ສ້ອມແປງທາງຫລວງແຫ່ງຊາດ ເລກທີ 13 ໃຕ້ ໄລຍະທາງຜ່ານແຂວງບໍລິຄໍາໄຊ ທັງ 2 ສັນຍາ ພວມສືບຕໍ່ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ. ສະນັ້ນ, ຜູ້ໃຊ້ລົດໃຊ້ຖະໜົນຜ່ານເສັ້ນທາງດັ່ງກ່າວ ຄວນເພີ່ມສະຕິລະມັດລະວັງໃຫ້ສູງຂຶ້ນກວ່າເກົ່າ ແລະ ປະຕິບັດຕາມການແນະນໍາການສັນຈອນຂອງຜູ້ຮັບເໝົາສ້ອມແປງຢ່າງເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ມີອຸບັດຕິເຫດເກີດຂຶ້ນ.

ແຫຼ່ງຂ່າວ FM90 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...