Homeຂ່າວພາຍ​ໃນເຈົ້າໜ້າທີ່ປັບໃໝປະຊາຊົນທີ່ມີໃບເສຍຄ່າທຳນຽມທາງແບບໃໝ່

ເຈົ້າໜ້າທີ່ປັບໃໝປະຊາຊົນທີ່ມີໃບເສຍຄ່າທຳນຽມທາງແບບໃໝ່

Published on

ເຈົ້າໜ້າທີ່ປັບໃໝປະຊາຊົນທີ່ມີໃບເສຍຄ່າທຳນຽມທາງແບບໃໝ່ ເນື່ອງຈາກວ່າ ອາດຍັງບໍ່ທັນຮູ້ການປັບປ່ຽນໃບເສຍຄ່າທຳນຽມທາງໃນຮູບແບບໃໝ່.

ຈາກການລາຍງານຂອງປະຊາຊົນ ທີ່ລາຍງານມາທາງເພຈໃຫ້ຮູ້ວ່າ: ວັນທີ 6 ກໍລະກົດ 2023 ໄດ້ເດີນທາງມາແຕ່ແຂວງຫົວພັນ ມາຕາມທາງ ເຈົ້າໜ້າທີ່ກະໄດ້ຂໍກວດເອກະສານລົດຕາມແຕ່ລະຈຸດປົກກະຕິ ກໍບໍ່ມີບັນຫາຫຍັງ, ພໍມາຮອດເມືອງຄູນ ແຂວງຊຽງຂວາງ ເຈົ້າໜ້າໄດ້ຂໍກວດເອກະສານລົດ ກໍໄດ້ເອົາເອກະສານໃຫ້ກວດຕາມປົກກະຕິ ແລະ ເອກະສານກະມີຄົບທຸກຢ່າງເຊັ່ນ : ໃບຂັບຂີ່, ກວດກາເຕັກນິກ, ໃບເສຍຄ່າທໍານຽມທາງ, ສັນຍາປະກັນໄພ.

ແຕ່ເຈົ້າໜ້າທີ່ບອກວ່າ: “ໃບເສຍຄ່າທໍານຽມທາງໃຊ້ບໍ່ໄດ້” ໃບທີ່ໃຊ້ໄດ້ໃບໃຫຍ່ກ່ວາໃບທີ່ມີຢູ່ມານໍາລົດ ແລະ ໃບສັນຍາປະກັນກໍມີຕິດມານໍາ ແຕ່ພັດບອກວ່າບໍ່ມີ ເຈົ້າໜ້າທີ່ໄດ້ຂຽນໃບມອບເງິນໃຫ້ ດ້ວຍຄວາມທີ່ບໍ່ຮູ້ຜູ້ກ່ຽວຈຶ່ງເສຍເງິນໄປຕາມໃບບິນ.

ອີງຕາມແຈ້ງການຂອງກະຊວງການເງິນ ເລກທີ 0529/ຫກ ເລື່ອງການນຳໃຊ້ແບບພິມໃບເສຍຄ່າທຳນຽມທາງແບບໃໝ່ ໄດ້ຮູ້ວ່າ ທາງກະຊວງການເງິນໄດ້ມີການພັດທະນາ ເຊິ່ງມີການປັບປຸງແບບພິມຂອງໃບເສຍຄ່າທຳນຽມທາງ.

ດັ່ງນັ້ນ ຈຶ່ງຂໍໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງລົງຝຶກອົບຮົມ ແລະ ແຈ້ງໃຫ້ແກ່ບັນດາເຈົ້າໜ້າທີ່ໃຫ້ຊາບຢ່າງທົ່ວເຖິງກ່ຽວກັບເລື່ອງນີ້ດ້ວຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...