Homeຂ່າວພາຍ​ໃນຮສສ ປ່ຽນເກັບຄ່າທຳນຽມລົງທະບຽນສອບເສັງຈາກເງິນໂດລາມາເປັນເງິນກີບ

ຮສສ ປ່ຽນເກັບຄ່າທຳນຽມລົງທະບຽນສອບເສັງຈາກເງິນໂດລາມາເປັນເງິນກີບ

Published on

ກົມການຈັດຫາງານ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປ່ຽນເກັບຄ່າທຳນຽມລົງທະບຽນສອບເສັງພາສາເກົາຫຼີ ສຳລັບຜູ້ເຄີຍໄປເຮັດວຽກຢູ່ ສ. ເກົາຫຼີ ຈາກສະກຸນເງິນໂດລາມາເປັນສະກຸນເງິນກີບ ພາຍຫຼັງມີຫາງສຽງຈາກສັງຄົມອອນລາຍຈຳນວນຫຼາຍ.

ໃນວັນທີ 12 ກໍລະກົດ 2023 ທີ່ຜ່ານມາ ກົມການຈັດຫາງານ ໄດ້ປະກາດກ່ຽວກັບ ການຮັບສະໝັກສອງເສັງຮອບພິເສດສຳລັບຜູ້ທີ່ເຄີຍໄປເຮັດວຽກຢຸ່ທີ່ ສ. ເກົາຫຼີ ເຊິ່ງໃນແຈ້ງການນັ້ນທາງກົມກໍໄດ້ສະແດງຄ່າທຳນຽມເປັນເງິນຕາຕ່າງປະເທດຈຳນວນ 28 ໂດລາສະຫະລັດ ແລະ ຍັງລະບຸຕື່ມອີກວ່າຮັບເປັນເງິນສົດ ບໍ່ຮັບເງິນໂອນ.

ຈາກການປະກາດດັ່ງກ່າວເຮັດໃຫ້ ປະຊາຊົນ ແລະ ສັງຄົມອອນລາຍຕ່າງມີຫາງສຽງວິພາກວິຈານ ເນື່ອງຈາກປະເທດລາວຍັງປະເຊີນກັບພາວະເງິນເຟີ້ ແລະ ນຳໃຊ້ມາດຕະການຕ່າງໆເຊັ່ນ ໃຫ້ຂຶ້ນປ້າຍລາຄາສິນຄ້າ ແລະ ຊຳລະເປັນເງິນກີບເທົ່ານັ້ນ, ແຕ່ກົງກັນຂ້າມທາງກົມການຈັດຫາງານ ໄດ້ປະກາດເກັບຄ່າທຳນຽມເປັນເງິນຕາ ເຊິ່ງຂັດກັບມາດຕະການທີ່ລັດຖະບານວາງອອກ ຈຶ່ງເຮັດໃຫ້ປະຊາຊົນບໍ່ພໍໃຈ.

ພໍຕົກມາວັນທີ 12 ກໍລະກົດ ທາງດ້ານກົມການຈັດຫາງານ ກໍໄດ້ມາຊີ້ແຈງຕໍ່ເຫດການດັ່ງກ່າວ ໂດຍລະບຸດັ່ງລຸ່ມນີ້:

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...