spot_img
Homeຊີວິດແລະຄວາມຮັກຄູສອນເລື່ອງສິດທິພິເສດ

ຄູສອນເລື່ອງສິດທິພິເສດ

Published on

ອາຈານໂຮງຮຽນແຫ່ງໜຶ່ງ ຕ້ອງການສອນນັກຮຽນໃນເລື່ອງ ສິດທິພິເສດທີ່ພວກເຂົາມີ  ດ້ວຍການເຮັດກິດຈະກຳຢ່າງໜຶ່ງ ເລິ່ມດ້ວຍການ ຢາຍເຈ້ຍໃຫ້ນັກຮຽນຜູ້ລະໃບ ແລະໃຫ້ທຸກຄົນມ້ວນເຈ້ຍໃຫ້ເປັນກ້ອນ ຄືໝາກບານ.

privilege-lesson-1__605

ຫຼັງຈາກນັ້ນ ຈຶ່ງເອົາຖັງຂີ້ເຫຍື້ອມາວາງໄວ້ ໜ້າຫ້ອງຮຽນ

privilege-lesson-2__605

ພວກເຈົ້າຄືຕົວແທນຈາກປະຊາກອນ ທັງໝົດຂອງປະເທດ ແລະທຸກຄົນມີໂອກາດຈະລ່ຳລວຍ ຫຼືເລື່ອນຊັ້ນທາງສັງຄົມ

privilege-lesson-3__605

 ສິ່ງທີ່ທຸກຄົນຕ້ອງເຮັດຄື ໂຍນໝາກບານເຈ້ຍໃສ່ຖັງ ໃນຂະນະທີ່ທຸກຄົນຕ້ອງຢູ່ກັບບ່ອນ

privilege-lesson-4__605

ແນ່ນອນວ່າຄົນທີ່ນັ່ງຢູ່ຫຼັງສຸດ ຈົ່ມວ່າ ມັນເປັນການຍາກສຳລັບພວກເຂົາ ທີ່ຈະໂຍນລົງຖັງໄດ້ ເພາະນັ່ງໄກກວ່າ ແລະນີ້ຄືເລື່ອງທີ່ບໍ່ຍຸດຕິທຳເລີຍ

privilege-lesson-5__605

ຫຼັງຈາກທີ່ທຸກຄົນໂຍນ ຜົນອອກມາວ່າ ສ່ວນຫຼາຍຄົນທີ່ຢູ່ທາງໜ້າ ໂຍນລົງຖັງ ແລະຄົນສ່ວນໜ້ອຍທີ່ສຸດ ທີ່ນັ່ງທາງຫຼັງ ໂຍນລົງຖັງ ເປັນໄປຕາມທີ່ຄາດການໄວ້

 

privilege-lesson-6__605

ຍິ່ງທ່ານຢູ່ໃກ້ຖັງເທົ່າໃດ ໂອກາດໂຍນລົງຖັງກໍຫຼາຍຂຶ້ນເທົ່ານັ້ນ ນັ້ນຄື ສິດທິພິເສດທີ່ທ່ານມີ ແລະທ່ານສັງເກດຫຼືບໍ່ວ່າ ຄົນສ່ວນຫຼາຍທີ່ຈົ່ມມາຈາກທາງຫຼັງ?”

 

privilege-lesson-7__605

ແຕ່ຄົນທີ່ຢູ່ທາງໜ້າ ພັດບໍ່ຮູ້ສຶກວ່າຕົນເອງມີ ສິດທິພິເສດເໜືອກວ່າຄົນອື່ນໆ ສິ່ງທີ່ພວກເຂົາເຫັນຄື ເປົ້າໝາຍນັ້ນຄືຖັງຂີ້ເຫຍື້ອ ທີ່ຢູ່ໄກບໍ່ຮອດ 3 ແມັດ ເທົ່ານັ້ນເອງ

privilege-lesson-8__605

ພວກເຈົ້າເປັນນັກຮຽນ ມີໂອກາດໄດ້ສຶກສາຮ່ຳຮຽໜ ຈົ່ງໃຊ້ ສິດທິພິເສດທີ່ເອີ້ນວ່າ ການສຶກສາໃຫ້ເກີດປະໂຫຍດຫຼາຍທີ່ສຸດ ລວມທັງໃຊ້ມັນຊ່ວຍເຫຼືອຄົນທີ່ ຢູ່ທາງຫຼັງຂອງພວກເຈົ້ານຳແດ່

ຖ້າຄິດວ່າບົດຄວາມນີ້ເປັນປະໂຫຍດ ຢ່າລືມສົ່ງຕໍ່ໃຫ້ໝູ່ຂອງທ່ານແດ່ເດີ !

ຂໍຂອບໃຈບົດຄວາມຈາກ: Kiitdoo

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...