Homeຂ່າວພາຍ​ໃນການນໍາໃຊ້ສະກຸນກີບໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ

ການນໍາໃຊ້ສະກຸນກີບໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ

Published on

ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ອອກແຈ້ງການເລກທີ 081 /ງຄ ສາມຫຼ່ຽມຄໍາ ໃນວັນທີ 16 ມິຖຸນາ 2023 ກ່ຽວກັບການນໍາໃຊ້ສະກຸນກີບ.

ອີງຕາມຂໍ້ກໍານົດຂອງລະບຽບການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຂອງ ສປປ ລາວ. ສະນັ້ນ, ຈຶ່ງແຈ້ງໃຫ້ ຊາບກ່ຽວກັບການນໍາໃຊ້ສະກຸນເງິນກີບຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ດັ່ງລຸ່ມນີ້:

  1. ສິນຄ້າ ແລະ ຄ່າບໍລິການທັງໝົດມີເຄື່ອງໝາຍການຄ້າຢ່າງຊັດເຈນຢູ່ພາຍໃນເຂດຕ້ອງລະບຸລາຄາເປັນສະກຸນເງິນກີບ (ອັດຕາແລກປ່ຽນແມ່ນໃຫ້ກໍານົດຕາມອັດຕາແລກປ່ຽນຂອງທະນາຄານກາງແຫ່ງ ສປປ ລາວ).
  1. ທຸກໆຮ້ານຄ້າຕ້ອງໄດ້ຕິດປ້າຍປະໂຫຍກທີ່ວ່າ “ສົ່ງເສີມການບໍລິໂພກນໍາໃຊ້ສະກຸນເງິນກີບ” ເປັນພາສາຈີນ ແລະ ພາສາລາວ, ບັນດາວິສາຫະກິດ ແລະ ຮ້ານຄ້າ ສາມາດມາເອົາໄດ້ທີ່ຫ້ອງການສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຫ້ອງ 103.

3. ຖ້າຫາກວ່າວິສາຫະກິດ ຫຼື ບຸກຄົນໃດຫ້າມບໍ່ໃຫ້ຮັບເອົາສະກຸນເງິນກີບໃນການຊໍາລະສິນຄ້າ, ກໍລະນີພະນັກງານ ຂອງຂະແໜງການທີ່ກ່ຽວຂ້ອງກວດພົບເຫັນຈະໄດ້ໃຫ້ໂຈະກິດຈະການທັງຫມົດ ພ້ອມທັງປັບໄໝ.

  1. ແຈ້ງການສະບັບນີ້ແມ່ນມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...