spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອວຍພອນເນື່ອງໃນວັນເດັກນ້ອຍສາກົນ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອວຍພອນເນື່ອງໃນວັນເດັກນ້ອຍສາກົນ

Published on

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອວຍພອນໃຫ້ລູກຫຼານລາວ ບັນດາເຜົ່າທຸກຖ້ວນຫນ້າ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງມີພະລານາໄມສົມບູນ, ມີສຸຂະພາບແຂງແຮງ, ມີຄວາມ ສີວິໄລທາງດ້ານຈິດໃຈ ເປັນເດັກທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບໃນອະນາຄົດ, ເນື່ອງໃນໂອກາດການ ສະເອງວັນເດັກສາກົນ ວັນທີ 1 ມິຖຸນາ 2023 ພາຍໃຕ້ຄໍາຂວັນທີ່ວ່າ “ການລົງທຶນໃນອະນາຄົດ ຄືການລົງທຶນໃຫມ່ເດັກ (Investing in Our Future means Investing in Our Children).

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ກ່າວວ່າ: ການສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ ໃນທຸກໆປີ ແມ່ນປຽບດັ່ງບຸນໃຫຍ່ຂອງເດັກໃນ ສປປລາວ ກໍ່ຄື ປະຊາຊາດໂລກ ທີ່ພ້ອມກັນສະເຫຼີມສະອາດ້ວຍຄວາມເບີກບານມ່ວນຊື່ນໂດຍການຈັດກິດຈະກໍາທີ່ຫຼາກາຍ ແລະ ແຕກຕ່າງກັນຕາມສະພາບເງື່ອນໄຂ ແລະ ຈຸດ ພິເສດ ຂອງແຕ່ລະປະເທດ. ສໍາລັບ ສປປ ລາວ, ການສະເຫຼີມສະຫຼອງ ວັນເດັກສາກົນໃນທຸກໆປີ ແມ່ນຕິດພັນກັບການປູກຕົ້ນໄມ້ແຫ່ງຊາດ ຜາຍເຖິງການປຸກຝັງ ບົ່ມເພາະເຮັດໃຫ້ເດັກໃນວັນ ນີ້ ກາຍເປັນຊັບພະຍາກອນທີ່ສໍາຄັນ ແລະ ເປັນໃຈກາງຂອງການພັດທະນາປະເທດຊາດໃຫ້ມີຄວາມກ້າວຫນ້າ. ໃນໄລຍະ ຜ່ານມາ, ພັກ- ລັດໄດ້ເອົາໃຈໃຫມ່ໃນການປຸກຈິດສໍານຶກ, ປຸກລະດົມການເຂົ້າຮ່ວມ ແລະ ລົງທຶນໃຫມ່ເດັກ ໂດຍອອກມາດ ຕະການຕ່າງໆ ເພື່ອເປັນບ່ອນອີງໃນການສົ່ງເສີມ ແລະ ປົກປອງເດັກບັນດາເຜົ່າ ເປັນຕົ້ນ ໄດ້ດໍາເນີນການປັບປຸງກົດຫມາຍ ວ່າດ້ວຍການປົກປອງສິດ ແລະ ຜົນປະໂຫຍດຂອງເດັກ, ປັບປຸງນິຕິກໍາວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກ ງານປົກສູງສິດ ແລະ ຜົນປະໂຫຍດຂອງເດັກ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ.

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວອີກວ່າ: ການສ້າງແຜນດໍາເນີນງານແຫ່ງຊາດ ເພື່ອສ້າງ ຄວາມເຂັ້ມແຂງໃນລະບົບຍົກຍ້ອງເດັກ; ສໍາເລັດໂດຍ ພື້ນຖານໃນການຮ່າງບົດລາຍງານແຫ່ງຊາດ ປະຈໍາໄລຍະ 7 ໃນ ການຈັດຕັ້ງປະຕິບັດສົນທິນຍາ ວ່າດ້ວຍສິດທິເດັກໃນ ສປປ ລາວ, ບົດລາຍງານການຈັດຕັ້ງ ປະຕິບັດ 2 ອະນຸສັນຍາອິນຍາ ເພີ່ມເຕີມ ກ່ຽວກັບ ການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ ແລະ ການເຂົ້າຮ່ວມ ຂອງເດັກ ໃນການປະທະກັນດ້ວຍກໍາລັງປະກອບອາວຸດ.

ສຳເລັດການຈັດເວທີເດັກລາວ ຄັ້ງທີ V ປະຈໍາປີ 2023; ໄດ້ດໍາເນີນການສຶກສາຄົ້ນຄວ້າວິໄຈປະເມີນສະພາບຄວາມທຸກຍາກຂອງເດັກ ທີ່ໄດ້ຮັບຜົນກະທົບຈາກການ ປ່ຽນແປງດິນອາກາດ ແລະ ໄພພິບັດ; ບົດສຶກສາຄົ້ນຄວ້າສະພາບການແຕ່ງດອງກ່ອນໄວ ແລະ ການຖືພາຂອງເດັກ ແລະ ໄວຫນຸ່ມ ຢູ່ໃນ ສປປ ລາວ; ປະເມີນ ສະຖານະພາບຂອງເດັກ ແລະ ປັບປຸງຖານຂໍ້ມູນລະດັບຊາດທີ່ກ່ຽວຂ້ອງກັບເດັກໃນປະຈຸບັນ, ການສໍາຫຼວດ ແຮງງານເດັກ ຄັ້ງທີ II ແລະ ແຜນງານແຫ່ງຊາດ ເພື່ອ ປ້ອງກັນ ແລະ ລໍ້ບາງການນໍາໃຊ້ແຮງງານເດັກ ແລະ ສົ່ງເສີມວຽກທີ່ມີ.

ພ້ອມກັນນັ້ນ, ຄຸນຄ່າາລັບໄວຫນຸ່ມຂອງ ສປປ ລາວ ໄດ້ຄົ້ນຄວ້າປັບປຸງລະບົບ ແລະ ກົນໄກການປົກປ້ອງເດັກ, ລະບົບຍຸຕິທໍາລັບເດັກ ໃຫ້ສາມາດເຊື່ອມຈອດ ປະສານງານການຢ່າງກົມກຽວ ແລະ ກິດຈະກໍາຕ່າງໆ ທີ່ສໍາຄັນອີກຈໍານວນຫນຶ່ງ. ນອກຈາກນັ້ນ, ສິ່ງພົ້ນເດັ່ນອີກອັນຫນຶ່ງ ແມ່ນຄວາມຮັບຮູ້ ແລະ ເຂົ້າໃຈໃນສັງຄົມ ທີ່ ເຫັນ ວ່າເດັກໄດ້ກາຍເປັນຜູ້ມີບົດບາດສໍາຄັນ ໃນການປະກອບສ່ວນ ແລະ ມີສ່ວນຮ່ວມ ໃນການພັດທະນາ ໂດຍເປີດໂອກາດໃຫ້ເດັກໄດ້ສະແດງຄໍາຄິດຄໍາເຜົານ ຄວາມ ຕ້ອງການຂອງຕົນເອງເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ກ່ຽວຂ້ອງກັບເດັກ ໂດຍສະເພາະແມ່ນຂະບວນການສ້າງບົດລາຍງານແຫ່ງຊາດ ໃນການຈັດຕັ້ງ ປະຕິບັດສົນທິສັນຍາ ວ່າດ້ວຍ ສິດທິເດັກ, ການເຂົ້າຮ່ວມເວທີເດັກລາວ ຄັ້ງທີ 5 ແລະ ການເຂົ້າຮ່ວມເວທີເດັກອາຊຽນ ຄັ້ງທີ 7 ທີ່ ປະເທດອິນໂດເນເຊຍ ແລະ ການ ຈັດຕັ້ງປະຕິບັດໂຄງການຂະຫນາດນ້ອຍ ສະເຫນີ ແລະ ຈັດຕັ້ງປະຕິບັດໂດຍເດັກເອງ ຊຶ່ງເຮັດໃຫ້ພວກເຮົາສາມາດຍາດມາໄດ້ຜົນສໍາເລັດເປັນກ້າວໆ.

ເຖິງແມ່ນວ່າ ໃນໄລຍະຜ່ານມາ ການສົ່ງເສີມ ແລະ ປົກອງເດັກ ຈະຍາດໄດ້ຜົນວ່າເລັດຫຼາຍດ້ານກໍ່ຕາມ, ແຕ່ ພວກເຮົາຍັງປະເຊີນຫນ້າກັບສິ່ງທ້າທາຍພາບດ້ານ ເປັນຕົ້ນແມ່ນຜົນກະທົບຂອງພະຍາດໂຄວິດ-19, ບັນຫາສະພາບ ເສດຖະກິດທີ່ຍັງບອບບາງ, ບັນຫາຄວາມທຸກຍາກຂາດເຂີນຂອງເດັກ, ສະພາບການໃຊ້ຄວາມ ຮຸນແຮງ, ການເຄື່ອນາຍ ແຮງງານເດັກ, ການໃຊ້ແຮງງານເດັກ, ການຄ້າປະເວນີເດັກ, ການນໍາໃຊ້ສື່ສັງຄົມອອນລາຍຂອງເດັກ, ອັດຕາການອອກ ໂຮງຮຽນ ສູງ, ການແຕ່ງດອງກ່ອນໄວອັນຄວນ, ການແຕ່ງດອງແອບແຝງ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ, ການເກັບກໍາ-າງຖານຂໍ້ມູນສະຖິຕິສໍາລັບເດັກ, ບັນຫາຢາເສບຕິດທີ່ຍັງແຜ່ຫຼາຍ ຊຶ່ງບ້າຫາເຫຼົ່ານີ້ຍັງເປັນໄພຄຸກ ຄາມ ແລະ ຈໍາກັດການພັດທະນາຂອງເດັກທີ່ເປັນອະນາຄົດຂອງຊາດ.

ນອກຈາກນີ້, ຄວາມເຂັ້ມ ແຂງຂອງກົງຈັກເສນາທິ ການຊ່ວຍວຽກຂອງຄະນະກໍາມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແມ່ ແລະ ເດັກ ລວມທັງກິນໄກການຍົກຍ້ອງ ແລະ ຊ່ວຍເຫຼືອ ເດັກ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະ ບຸກຄະລາກອນ ແລະ ງົບປະມານ ນຳໃຊ້ເຂົ້າໃນວຽກດັ່ງກ່າວ ຍັງຈໍາກັດ, ໃນການປະຕິບັດພັນທະສາກົນ ແລະ ພາກພຶ້ນ ກໍຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ເນື່ອງຈາກອີງໃສ່ການສະຫນັບສະຫນູນຊ່ວຍເຫຼືອຈາກບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເປັນສ່ວນໃຫຍ່.

ຕໍ່ຫນ້າສະພາບການດັ່ງກ່າວ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນ ໃນຂອບເຂດທົ່ວປະເທດ ຈົ່ງ ຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເປັນເຈົ້າການ ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກລາວບັນດາເຜົ່າ ໃນຂອບເຂດທົ່ວ ປະເທດໄດ້ຮັບການ ພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ່າວເປັນຜູ້ໃຫຍ່ທີ່ມີຄຸນະພາບ ເພື່ອກາຍເປັນກ່າລັງຊັບພະຍາກອນມະນຸດທີ່ເຂັ້ມແຂງຂອງຊາດ ສືບຕໍ່ພາລະກິດ ແຫ່ງການ ປົກປັກຮັກສາ ແລະ ສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນວັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...