Homeຂ່າວພາຍ​ໃນBig C ຄາດວ່າຈະເປີດໃຫ້ບໍລິການພາຍໃນປີໜ້າ

Big C ຄາດວ່າຈະເປີດໃຫ້ບໍລິການພາຍໃນປີໜ້າ

Published on

ເລີ່ມໂຄງການກໍ່ສ້າງ Big C Super Center ແຫ່ງທຳອິດໃນລາວ ມີແຜນເປີດໃຫ້ບໍລິການໃນປີໜ້າ.

Big C ຜູ້ປະກອບການຊຸບເປີມາເກັດແບບຄົບເຄື່ອງ ທີ່ໃຫຍ່ເປັນອັນດັບ 2 ຂອງໄທ ໄດ້ມີການດຳເນີນງານພາຍໃນ 4 ປະເທດກໍຄື ໄທ ຫວຽດນາມ ກຳປູເຈຍ ແລະ ລາວ ໂດຍ Big C Super Center ແຫ່ງໃໝ່ໃນລາວນີ້ແມ່ນສ່ວນໜຶ່ງຂອງແຜນການຂະຫຍາຍທຸລະກິດຂອງບໍລິສັດ.

ບໍລິສັດ Big C ໃນປະເທດລາວສ້າງທຳອິດໃນປີ 2019 ເປັນຕົ້ນມາ ເຊິ່ງຊື້ກິດຈະການຮ້ານສະດວກຊື້ໃນລາວ ແລ້ວປ່ຽນຊື່ມາເປັນ “Mini Big C” ໂດຍມີການຂະຫຍາຍສາຂາຫຼາຍກວ່າ 51 ແຫ່ງ ໃນນະຄອນຫຼວງວຽງຈັນ.

Big C Super Center ມີສະຖານທີ່ຕັ້ງຢູ່ໃນປະເທດຕ່າງໆ ໂດຍມີຮູບແບບແຕກຕ່າງກັນໄປໃນແຕ່ລະປະເທດ ເຊິ່ງ Big C ຈະເປີດບໍລິການໃກ້ກັບສູນການຄ້າ ITECC ກວມເອົາເນື້ອທີ່ປະມານ 8,500 ຕາລາງແມັດ ມີມູນຄ່າປະມານ 40 ຕື້ກີບ ແລະ ຈະບໍ່ເຮັດຄ້າຍຄືກັບປະເທດອື່ນໆ ເພາະຈະໄດ້ປັບໃຫ້ເຂົ້າກັບປະເທດລາວ.

ອີງຕາມການໃຫ້ສຳພາດຂອງຜູ້ຈັດການພາຍໃນ Big C ໄດ້ກ່າວວ່າ ຈະມີການປັບປ່ຽນ Big C Super Center ໃຫ້ເຂົ້າກັບຕະຫຼາດໃນປະເທດລາວ ໂດຍສະເພາະຈະມີສິນຄ້າປະເພດ ກະປ໋ອງ ຊີ້ນ ຜັກສົດ ເຄື່ອງໃຊ້ ແລະ ເຄື່ອງນຸ່ງຫົ່ມ ນອກນີ້ກໍຍັງມີການວາງສະແດງສິນຄ້າຈາກໃນປະເທດ ແລະ ຕ່າງປະເທດກໍຄື ໄທ ຈີນ ຫວຽດນາມ ແລະ ບັນດາປະເທດເອີຣົບ.

ໂຄງການກໍ່ສ້າງ Big C Super Center ແຫ່ງທຳອິດໃນລາວ ຄາດວ່າຈະໄດ້ເປີດບໍລິການຢ່າງເປັນທາງການພາຍໃນເດືອນເມສາ 2024.

ທີ່ມາ The Laotian Time

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...