spot_img
Homeຂ່າວການຮ່ວມມືສປປ ລາວ ເປັນເຈົ້າພາບກຽມຈັດວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

ສປປ ລາວ ເປັນເຈົ້າພາບກຽມຈັດວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

Published on

ໃນວັນທີ 11 ພຶດສະພາ 2023 ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຜູ້ຕາງໜ້າສະຫະພັນການທ່ອງທ່ຽວ ພູເຂົາສາກົນ ສປ ຈີນ ເພື່ອປຶກສາຫາລື ແລະ ກະກຽມຈັດຕັ້ງວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມກ່ຽວຂ້ອງ ຢູ່ ສປປ ລາວ ພາຍໃຕ້ຫົວຂໍ້ “ມ່ວນຊື່ນໃນຄວາມມະຫັດສະຈັນຂອງພູເຂົາ ເພື່ອຟື້ນຟູອຸດ ສາຫະກຳການທ່ອງທ່ຽວ”. ງານດັ່ງກ່າວຈະມີໄດ້ຮັບຊົມການວາງສະແດງບັນດາຮູບພາບ ແຫຼ່ງທ່ອງທ່ຽວທາງພູເຂົາ, ຊົມການວາງສະແດງ ເຄື່ອງຫັດຖະກຳ, ວັດທະນະທຳ ແລະ ຜະລິດຕະພັນ ການທ່ອງທ່ຽວລາວ, ກອງປະຊຸມສຳມະນາ, ເວທີປຶກສາຫາລືເພື່ອສົ່ງເສີມ ແລະ ຟື້ນຟູອຸດສາຫະກໍາການ ທ່ອງທ່ຽວ ແລະ ກອງປະຊຸມສົນທະນາແລກປ່ຽນລະຫວ່າງພາກທຸລະກິດ ແລະ ເປີດກວ້າງການດຳເນີນທຸລະກິດ.

ໂອກາດນີ້, ທ່ານ ຮອງລັດຖະມົນຕີ ຖວທ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍຂອບໃຈ ມາຍັງສະຫະພັນທີ່ໄດ້ເລືອກເອົາ ສປປ ລາວ ເປັນສະຖານທີ່ຈັດງານໃນຄັ້ງນີ້, ທັງໄດ້ເອົາໃຈໃສ່ຫ້າງຫາກະກຽມຈັດງານອັນມີຜົນສຳເລັດຫຼາຍດ້ານ; ພ້ອມນັ້ນ, ທ່ານຍັງໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ຈະເປັນໂອກາດອັນດີໃນການເປີດກວ້າງ ການຮ່ວມມືດ້ານການທ່ອງທ່ຽວ ເຊິ່ງ ສປປ ລາວ ກໍມີທ່າແຮງໃນການທ່ອງທ່ຽວພູເຂົາ. ພາຍຫຼັງການຟື້ນຟູອຸດສາຫະກຳ ການທ່ອງທ່ຽວຂອງໂລກ ຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ກໍໄດ້ມີກິດຈະກຳສົ່ງເສີມການທ່ອງທ່ຽວ ຢູ່ສປປ ລາວ ຢ່າງເນື່ອງ ໂດຍສະເພາະ ພິທີຕ້ອນຮັບນັກທ່ອງທ່ຽວ ແລະ ຜູ້ໂດຍສານທີ່ເດີນທາງ ໃນຂະບວນທຳອິດ ການເປີດບໍລິການໂດຍສານສາກົນ ລົດໄຟລາວ-ຈີນ ຄັ້ງວັນທີ 13 ເມສາ 2023 ທີ່ສະຖາ ນີລົດໄຟ ນະຄອນຫຼວງວຽງຈັນ ແລະ ບໍ່ເຕ່ນ, ແຂວງຫຼວງນ້ຳທາ ທີ່ຜ່ານມາ ອັນໄດ້ກາຍເປັນຂີດໝາຍທີ່ເຕັມໄປດ້ວຍຄວາມໝາຍ ຄວາມສໍາຄັນຕໍ່ປະຊາຊົນສອງຊາດ ລາວ-ຈີນ ໂດຍສະເພາະຕໍ່ວຽກສົ່ງເສີມການທ່ອງທ່ຽວ ຖືວ່າເປັນການໂຄສະນາການທ່ອງທ່ຽວລາວ ໃຫ້ແກ່ຕະຫຼາດທ່ອງທ່ຽວ ສປ ຈີນ ກວ້າງຂວາງສົມຄວນ ເຮັດໃຫ້ນັກທ່ອງທ່ຽວ ຈີນ ກາຍເປັນເປົ້າໝາຍຕະຫຼາດການທ່ອງທ່ຽວ ທີ່ມີກຳລັງຊື້ຫຼາຍທີ່ສຸດຂອງລາວ.

ວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມກ່ຽວຂ້ອງ ພາຍໃຕ້ຫົວຂໍ້ “ມ່ວນຊື່ນໃນຄວາມມະຫັດສະຈັນຂອງພູເຂົາ ເພື່ອຟື້ນຟູອຸດສາຫະກຳການທ່ອງທ່ຽວ” ມີແຜນການຈະຈັດຂື້ນໃນລະຫວ່າງວັນທີ 28 ພຶດສະພາ ຫາ 1 ມີຖຸນາ 2023 ທີ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ, ທ່ານ ຮອງລັດຖະມົນຕີ ກໍໄດ້ມອບໝາຍໃຫ້ກົມວິຊາການ ສົມທົບກັບ ສະຫະພັນການທ່ອງທ່ຽວພູເຂົາສາກົນ ເພື່ອແລກປ່ຽນປະສານງານດ້ານວິຊາການ ໃນການຮ່ວມກັນຈັດຕັ້ງປະຕິບັດ ໃຫ້ສຳເລັດຕາມລະດັບຄາດໝາຍ ແລະ ຈະໄດ້ເຊີນບັນດາສະຖານທູດຕ່າງປະເທດ ປະຈຳ ສປປ ລາວ, ພາກລັດ, ຜູ້ປະກອບການທຸລະກິດ ແລະ ສື່ມວນຊົນ ເຂົ້າຮ່ວມ.

ແຫຼ່ງຂ່າວ ຂປລ

ພາບ PAI WA

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...