spot_img
Homeຂ່າວພາຍ​ໃນລາວຕັ້ງເປົ້າຈະສົ່ງອອກງົວ 50 ພັນໂຕຕໍ່ປີ

ລາວຕັ້ງເປົ້າຈະສົ່ງອອກງົວ 50 ພັນໂຕຕໍ່ປີ

Published on

ປີ 2023 ລັດຖະບານວາງຈຸດສຸມສົ່ງເສີມໂຄງການລ້ຽງງົວເພື່ອສົ່ງອອກ ໃຫ້ໄດ້ 50.000 ໂຕຕໍ່ປີ ພ້ອມຍັງເຈລະຈາສົ່ງອອກໃຫ້ກັບປະເທດໃກ້ຄຽງ.

ອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມ ມະຫາພາກຂອງກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ໃນແຜນປີ 2023 ໃນຂົງເຂດວຽກງານກະສິກຳ ແມ່ນສຸມໃສ່ການຜະລິດເຂົ້າໃນ 10 ແຂວງ ເປົ້າໝາຍຂອງໂຄງການຄໍ້າປະກັນສະບຽງອາຫານຫຼາຍແຫ່ງໂດຍສະເພາະແມ່ນເລັງໃສ່ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ ຜະລິດເພື່ອຄ້ຳປະກັນສະບຽງອາຫານໃຫ້ແກ່ບັນດາແຂວງພາກກາງ, ພາກໃຕ້ ແລະ ເປັນສິນຄ້າສົ່ງອອກ. ສໍາລັບແຂວງໄຊຍະບູລີ, ຫຼວງນ້ຳທາ ແລະ ບໍ່ແກ້ວ ແມ່ນເລັງໃສ່ຜະລິດເຂົ້າ ເພື່ອສະໜອງໃຫ້ແກ່ບັນດາແຂວງພາກເໜືອ. ສ່ວນແຂວງວຽງຈັນ, ບໍລິຄໍາໄຊ ແລະ ນະຄອນຫຼວງວຽງຈັນ ແມ່ນເລັງໃສ່ຜະລິດເພື່ອສະໜອງໃຫ້ແກ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງພາກເໜືອຈໍານວນໜຶ່ງ ລວມທັງເປັນສິນຄ້າສົ່ງອອກ.

ສ້າງແຜນການ ແລະ ມາດຕະການດຸ່ນດ່ຽງການຜະລິດ ແລະ ການບໍລິໂພກ, ມີການຈັດຕັ້ງການຜະລິດເປັນກຸ່ມສະຫະກອນ, ເປັນຟາມແບບຫົວຫນ່ວຍ MSMEs; ມີນະໂຍບາຍສົ່ງເສີມການຜະລິດ, ການປຸງແຕ່ງເພີ່ມມູນຄ່າ ແລະ ຄຸນນະພາບຂອງຜະລິດຕະພັນ, ການເຂົ້າເຖິງສິນເຊື່ອ ແລະ ຕະຫຼາດລວມທັງການຂົນສົ່ງຈໍລະຈອນສິນຄ້າພ້ອມທັງມີມາດຕະການຊ່ວຍໜູນ ເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດທໍາມະຊາດ. ພ້ອມກັນນັ້ນ, ກໍມີແຜນການ ແລະ ມາດຕະການຄຸ້ມຄອງພັດທະນາທີ່ດິນກະສິກໍາ; ການພັດທະນາຊົນລະກະເສດ; ການຄົ້ນຄວ້າທົດລອງທາງວິທະຍາສາດດ້ານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມທັງມີກົນໄກປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຢ່າງສະໜິດແໜ້ນ.

ສຸມໃສ່ຈັດຕັ້ງປະຕິບັດ ໂຄງການຜະລິດງົວເພື່ອການສົ່ງອອກ 50.000 ໂຕຕໍ່ປີ ທີ່ໄດ້ຜ່ານການຮັບຮອງແລ້ວ ໂດຍການອອກຄໍາແນະນໍາລະອຽດ ກ່ຽວກັບການຈັດຕັ້ງປະຕິບັດໂຄງການໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ນໍາໄປຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ ເພື່ອເລັ່ງໃສ່ຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການ ແລະ ຂົນຂວາຍຊອກຫາແຫຼ່ງທຶນຕ່າງໆ ສ້າງຄູ່ຮ່ວມທຸລະກິດການຄ້າຮ່ວມໃນການສົ່ງອອກໄປ ຄຽງຄູ່ກັບການສ້າງກົນໄກການຜະລິດທີ່ເປັນຕ່ອງໂສ້.

ຄຸ້ມຄອງວຽກງານການປຸງແຕ່ງຮ່ວມກັບທ້ອງຖິ່ນສ້າງແຜນພັດທະນາໂຮງຂ້າສັດ, ບ່ອນປຸງແຕ່ງ ແລະ ປັບປຸງພາຫະນະຂົນສົ່ງຊີ້ນໃຫ້ໄດ້ມາດຕະຖານ ແນໃສ່ຍົກລະດັບຄຸນນະພາບ ເພື່ອບໍລິໂພກພາຍໃນ ແລະ ກະກຽມສ້າງເງື່ອນໄຂ ເພື່ອການສົ່ງອອກເປັນຜະລິດຕະພັນ, ກໍານົດມາດຕະການສົ່ງເສີມ ການຜະລິດອາຫານສັດຄືນໃໝ່ໂດຍການເຕົ້າໂຮມການຜະລິດໃຫ້ເປັນຕ່ອງໂສ້, ການເພີ່ມກໍາລັງການຜະລິດ ແລະ ການສະໜອງປັດໄຈການຜະລິດ ເພື່ອຫຼຸດຕົ້ນທຶນການຜະລິດໃຫ້ສາມາດແຂ່ງຂັນໄດ້.

ສຸມໃສ່ເຈລະຈາເຕັກນິກເປີດຕະຫຼາດພືດ ແລະ ຜະລິດຕະພັນພືດກັບປະເທດຄູ່ຄ້າ ເພື່ອກໍານົດບັນຊີລາຍຊື່ພືດບຸລິມະສິດ ເຊັ່ນ: ສປ ຈີນ ໃຫ້ໄດ້ 24 ຊະນິດ, ຣາຊະອານາຈັກໄທ ໃຫ້ໄດ້ 5 ຊະນິດ, ສສ ຫວຽດນາມ ໃຫ້ໄດ້ 4 ຊະນິດ ແລະ ປະເທດຄູ່ຄ້າອື່ນໆ ໃຫ້ປະເທດຄູ່ຄ້າພິຈາລະນາ ແລະ ກໍານົດເງື່ອນໄຂການນໍາເຂົ້າດ້ານສຸຂະນາໄມພືດ ໃຫ້ສາມາດສົ່ງອອກໄປຍັງປະເທດຄູ່ຄ້າ. ພ້ອມກັນນັ້ນ, ກໍສຸມໃສ່ສືບຕໍ່ ເຈລະຈາການສົ່ງອອກຜະລິດຕະພັນຊີ້ນ (ຊີ້ນແຫ້ງ, ຊີ້ນແຊ່ ແຂງ…) ເພື່ອຮັບຮອງໃຫ້ແກ່ຜູ້ປະກອບການລາວທີ່ໄດ້ເຊັນສັນຍາໂກຕາ ກັບ ສປ ຈີນ ສາມາດບັນລຸຂໍ້ກໍານົດເງື່ອນໄຂດ້ານສຸຂະນາໄມ SPS ສໍາລັບຜະລິດຕະພັນຊີ້ນທີ່ຈະສົ່ງອອກໄປ.

ສູ້ຊົນສະໜອງນໍ້າຊົນລະປະທານໃຫ້ແກ່ການຜະລິດ ໂດຍລົງສົມທົບກັບບັນດາຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ເພື່ອບັນລຸຄາດໝາຍການສະຫນອງນ້ຳ ໃຫ້ໄດ້ 450.800ເຮັກຕາ (ປູກເຂົ້າ 359.300 ເຮັກຕາ ແລະ ປູກພືດ 26.500 ເຮັກຕາ); ປັບປຸງລະບົບການຄຸ້ມຄອງ – ນໍາໃຊ້ໂຄງການຊົນລະປະທານດ້ວຍວິທີການປັບປຸງ ແລະ ແຕ່ງຕັ້ງໃຫ້ສອດຄ່ອງ ແລະ ມີປະສິດທິພາບ, ພ້ອມທັງຄະນະຮັບຜິດຊອບໃນບັນດາໂຄງການຊົນລະປະທານຂະໜາດໃຫຍ່ປັບປຸງ – ສ້າງຕັ້ງກຸ່ມຜູ້ນໍາໃຊ້ນໍ້າໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ.

ສົ່ງເສີມການຜະລິດ ແລະ ນໍາໃຊ້ແນວພັນ ໂດຍການສ້າງກົນໄກ, ວິທີການຜະລິດ, ການກວດສອບ ແລະ ການສະໜອງແນວພັນເຂົ້າ, ແນວພັນພືດ ແລະ ແນວພັນສັດທີ່ດີ ໃຫ້ມີຄວາມສອດຄ່ອງກັບເງື່ອນໄຂ ແລະ ທ່າແຮງຂອງແຕ່ລະເຂດການຜະລິດ; ສູ້ຊົນໃຫ້ສາມາດຜະລິດແນວພັນເຂົ້າລຸ້ນສາມ ຈໍານວນ 14.400 ໂຕນ, ແນວພັນພືດຜັກ 161,5 ໂຕນ ແລະ ແນວພັນສັດໃນຂອບເຂດທົ່ວປະເທດ.

ສ້າງແຜນຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ໃນຂະແໜງກະສິກໍາ ຂັ້ນເມືອງ ແລະ ຂັ້ນບ້ານ ໂດຍໃຫ້ມີ ການຮັບຮອງແນວພັນ, ປັດໄຈການຜະລິດ, ຝຸ່ນ, ຢາປົວພະຍາດ, ອຸປະກອນເຄື່ອງກົນຈັກ, ເຄື່ອງມືໃນການສູບນ້ຳ ແລະ ລະບາຍນ້ຳ ໃນກໍລະນີເກີດໄພແຫ້ງແລ້ງ ແລະ ນ້ຳຖ້ວມ, ການລະບາດຂອງພະຍາດ, ແມງໄມ້ ລວມທັງແຜນການຈັດສັນພື້ນທີ່ອົບພະຍົບສັດລ້ຽງຢ່າງມີຈຸດສຸມ. ພ້ອມທັງພັດທະນາ ແລະ ປັບປຸງ ເຄື່ອງມືສື່ສານດ້ານໄອຊີທີ ໂມບາຍ ໂຟນແອັບ ( Mobile phone App ) ເພື່ອຖ່າຍທອດ ຄໍາແນະນໍາທາງດ້ານພະຍາກອນອາກາດລົງສູ່ຊາວກະສິກອນ, ຄົ້ນຄວ້ານະໂຍບາຍສະໜັບສະໜູນ ການຜະລິດສະບຽງອາຫານໃຫ້ໝັ້ນຄົງ ແລະ ຮັບປະກັນໄດ້ດ້ານໂພຊະນາການ ໂດຍການລົງເລິກກໍານົດນະໂຍບາຍ ສົ່ງເສີມວຽກງານປຸງແຕ່ງ, ຂົນສົ່ງຈໍລະຈອນສິນຄ້າ ແລະ ຕະຫຼາດ; ນະໂຍບາຍດ້ານພະລັງງານ; ນະໂຍບາຍດ້ານສິນເຊື່ອ ແລະ ພາສີອາກອນ, ປັດໄຈການຜະລິດ ແລະ ການສົ່ງອອກສິນຄ້າກະສິກໍາ ຂອງບັນດາຫົວຫນ່ວຍທຸລະກິດ ໂດຍສະເພາະບັນດາຫົວໜ່ວຍ SME ແລະ ຫົວຫນ່ວຍເສດຖະກິດລວມໝູ່.

ທີ່ມາ ເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...