Homeຂ່າວຕ່າງປະເທດເຄັນຍາ ພົບຜູ້ເສຍຊີວິດ 89 ຄົນ ເປັນກຸ່ມລັດທິອົດອາຫານ

ເຄັນຍາ ພົບຜູ້ເສຍຊີວິດ 89 ຄົນ ເປັນກຸ່ມລັດທິອົດອາຫານ

Published on

ເຄັນຍາ ພົບຜູ້ເສຍຊີວິດ 89 ຄົນ ເປັນກຸ່ມລັດທິອົດອາຫານ ທີ່ເຊື່ອວ່າຈະນຳໄປສູ່ສະຫວັນ ແລະ ພົບກັບພະເຈົ້າ ຍັງມີຜູ້ສູນຫາຍອີກ 200 ຄົນ.

Death toll rises to 89 in Kenyan starvation cult investigation, minister  prays survivors will speak out - ABC News

ໃນວັນທີ 26 ເມສາ 2022 ຄົ້ນພົບຜູ້ເສຍຊີວິດແລ້ວ 89 ຄົນ ຖືກຝັງໃນປ່າໂຮກາ ຂອງປະເທດເຄັນຍາ ເຊິ່ງຜູ້ເສຍຊີວິດຢູ່ໃນລັດທິອົດອາຫານ ໂດຍມີຄວາມເຊື່ອກັນວ່າການອົດອາຫານ ນຳໄປສູ່ສະຫວັນ ແລະ ພົບກັບພະເຈົ້າ.

ໂດຍປ່າແຫ່ງນັ້ນເປັນທີ່ຕັ້ງຂອງໂບດ Good News International Church ຕໍ່ມາເຈົ້າໜ້າທີ່ໄດ້ປິດລ້ອມປ່າ ແລະ ຄົ້ນຫາຜູ້ເສຍຊີວິດພາຍໃນປ່າ.

ລັດຖະມົນຕີ​ກະຊວງ​ພາຍ​ໃນ ຂອງເຄັນຍາໄດ້ນຳໂຕຜູ້ນຳກຸ່ມລັດທິເຂົ້າຄຸກ ແລະ ໃຜກໍຕາມທີ່ສ່ວນກ່ຽວຂ້ອງ ໃນການຊ່ວຍເຫຼືອການຂຸດຂຸມຝັງສົບຜູ້ເສຍຊີວິດ ກໍຄວນໄດ້ຮັບໂທດທີ່ຮຸນແຮງທີ່ສຸດຕາມກົດໝາຍໄດ້ກຳນົດ ເຊິ່ງຜູ້ເສຍຊີວິດສ່ວນຫຼາຍຖືກຝັງຢູ່ໃນຂຸມຕື້ນໆ ນອກຈາກນີ້ຍັງພົບຜູ້ທີ່ຍັງບໍ່ເສຍຊີວິດຢູ່ໃນສະພາບທີ່ຈ່ອຍຫຼາຍ.

ຂະນະນີ້ມີຜູ້ລອດຊີວິດຈາກລັດທິນີ້ທັງໝົດ 34 ຄົນ ແລະ ຍັງມີຄົນສູນຫາຍອີກ 200 ຄົນ.

Kenya hunger cult deaths reach 89, minister prays survivors will 'tell the  story' - The Korea Times

ທີ່ມາ CNN

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...