spot_img
Homeຂ່າວພາຍ​ໃນລາວ-ຫວຽດນາມ ຫາລືກໍ່ສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ ແລະ ອອກບັດປະຈໍາຕົວທັນສະໄໝ

ລາວ-ຫວຽດນາມ ຫາລືກໍ່ສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ ແລະ ອອກບັດປະຈໍາຕົວທັນສະໄໝ

Published on

ໃນວັນທີ 24 ເມສາ 2023, ທີ່ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມພົບປະຂັ້ນວິຊາການ ລະຫວ່າງ ຄະນະຜູ້ແທນຂັ້ນສູນກາງປ້ອງກັນຄວາມສະຫງົບລາວ ແລະ ຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບຫວຽດນາມ ກ່ຽວກັບໂຄງການກໍ່ສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ ແລະ ອອກບັດປະຈໍາຕົວທັນສະໄໝ, ຝ່າຍລາວນຳໂດຍ ພົນຈັດຕະວາ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບລາວ, ຝ່າຍຫວຽດນາມ ນຳໂດຍ ພົນຈັດຕະວາ ຫງວຽນ ກວັກ ຮຸ່ງ ຫົວໜ້າກົມຕໍາຫຼວດຄຸ້ມຄອງບໍລິຫານຄວາມເປັນລະບຽບຮຽບຮ້ອຍທາງາງຄົມ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໂດຍມີຄະນະສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ຝ່າຍລາວໄດ້ລາຍງານສະພາບໂດຍຫຍໍ້ຂອງການຈັດຕັ້ງປະຕິບັດວຽກ ງານຈົດທະບຽນຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວໃນປັດຈຸບັນທົ່ວປະ ເທດມີ 17 ແຂວງ, 1 ນະຄອນຫຼວງວຽງຈັນ, ມີ 145 ເມືອງ, 3 ນະຄອນ, ມີ 1.158 ກຸ່ມບ້ານ, ມີ 8.399 ບ້ານ, ມີ 1.335.708 ຫຼັງຄາເຮືອນ, ມີ 1.399.904 ຄອບຄົວ, ພົນລະເມືອງທັງໝົດມີ 7.235.341 ຄົນ ຍິງ 3.640.015 ຄົນ, ຈຳນວນຄົນຕ່າງດ້າວ ມີ 13.576 ຄົນ ຍິງ 5.038 ຄົນ, ພົນລະເມືອງທີ່ໄດ້ຂຶ້ນທະບຽນສໍາມະໂນຄົວແລ້ວມີ 1.385.964 ຄອບຄົວ, ມີຈຳນວນພົນທັງໝົດ 7.113.973 ຄົນ ຍິງ 3.581.483 ຄົນ. ໃນນັ້ນ, ຄົນຕ່າງດ້າວ ມີ 4.823 ຄອບຄົວ ມີຈໍານວນ 13.576 ຄົນ ຍິງ 5.038 ຄົນ.

ນອກນີ້, ດ້ານວຽກງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈໍາຕົວດ້ວຍລະບົບເອເລັກໂຕຼນິກ ໂດຍຫັນເອົາຂໍ້ມູນພົນລະເມືອງເຂົ້າສູ່ລະບົບທັນສະໄໝແມ່ນເລີ່ມຕົ້ນຈັດຕັ້ງປະຕິບັດໃນປີ 2008 ໂດຍແມ່ນບໍລິສັດຮົວເວ້ ເປັນຜູ້ຮັບຈັດຕັ້ງປະຕິບັດ ເປັນຕົ້ນແມ່ນວຽກງານກໍ່ສ້າງພື້ນຖານໂຄງລ່າງ ແລະ ປັບປຸງຫ້ອງການເຮັດວຽກ ຢູ່ບັນດາແຂວງ ແລະ ເມືອງໃນຂອບເຂດທົ່ວປະເທດ, ວຽກງານເຕັກໂນໂລຊີ ແມ່ນໄດ້ສ້າງສູນຂໍ້ມູນ ເພື່ອຮອງຮັບຂໍ້ມູນພົນລະເມືອງ, ໄດ້ພັດທະນາລະບົບຊັອບແວ ມີ 2 ໂມດູນຫຼັກຄື: ຄຸ້ມຄອງສຳມະໂນຄົວລາວ-ຕ່າງດ້າວ, ອອກບັດປະຈໍາຕົວລາວ, ໄດ້ປະກອບ ແລະ ຕິດຕັ້ງອຸປະກອນເກັບກຳຂໍ້ມູນຢູ່ສູນກາງ, ບັນດາແຂວງ ແລະ ເມືອງໃນຂອບເຂດທົ່ວປະເທດ ເພື່ອປ້ອນຂໍ້ມູນບຸກຄົນເຂົ້າສູ່ລະບົບເຄື່ອງຈັກພິມບັດປະຈໍາຕົວ ແລະ ເຄື່ອງຈັກພິມປື້ມສໍາມະໂນຄົວ. ພ້ອມກັນນັ້ນ, ຍັງໄດ້ມີການຝຶກອົບຮົມການນຳໃຊ້ລະບົບໂປຼແກມຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈຳຕົວ ເຊິ່ງໄດ້ມີການແບ່ງຂັ້ນການຄຸ້ມຄອງ ແລະ ການນຳໃຊ້ລະບົບຄື: ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ.

ຈາກນັ້ນ, ທັງສອງຝ່າຍກໍໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຈົດທະ ບຽນຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວທັນສະໄໝ ແລະ ແຜນການຈັດ ຕັ້ງປະຕິບັດ ເຮັດວຽກຮ່ວມກັນລະຫວ່າງກົມກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບລາວ ກັບຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໃຫ້ເຊິ່ງກັນ ແລະ ກັນຮັບຊາບ, ພ້ອມທັງຮ່ວມກັນປຶກສາຫາລື ບັນດາວຽກງານທີ່ໄດ້ຮ່ວມ ກັນຈັດຕັ້ງປະຕິບັດ ເພື່ອຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດ ແລະ ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ ໃຫ້ມີຜົນສຳເລັດ.

ທີ່ມາ ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...