spot_img
Homeຄວາມງາມຜົມຫງອກຂຶ້ນໄວ ເຮັດແບບໃດດີ

ຜົມຫງອກຂຶ້ນໄວ ເຮັດແບບໃດດີ

Published on

4340

ຖ້າຫາກ​ເວົ້າ​ເຖິງ​ຜົມ​ຫງອກ ເຮົາ​ກໍ​ມັກ​ຈະ​ຄິດ​ເຖິງ​ຄົນ​ແກ່​ທີ່​ມີ​ອາ​ຍຸ 40-50 ປີ​ຂຶ້ນ​ໄປ​ແມ່ນບໍ່​ ແຕ່​ວ່າ​ສະໄໝ​ຮຽນ​ເຮົາ​ກໍ​ສັງເກດ​ເຫັນ​ໝູ່​​ຫລາຍໆ ຄົົນທີ່​ມີ​ຜົມ​ຫງອກ​ຂຶ້ນ ເຊິ່ງ​ກໍ​ອາດຈະ​ຖືກ​ກວນວ່າ ​ເປັນ​ຄົນ​ເຖົ້າ​ຈົນ​ເຮັດໃຫ້​​ພວກເຂົາ​ໝົດ​ຄວາມຫມັ້ນ​ໃຈ​ກັນ​ມາ​ແລ້ວ ສະ​ນັ້ນ​ຖ້າ​ຫາກ​ມີ​ຜົມ​ຫງອກ​ຂຶ້ນ​ໄວ​ ກໍ​ບໍ່​ຕ້ອງ​ກັງ​ວົນ​ ເພາະ​ມື້​ນີ້​​ໄດ້​ນຳ​ວິທີ​ຮັບ​ມື​ກັບ​ບັນຫາ​ນີ້​ມາ​ຝາກ​ສາວໆ

ປັບ​ປ່ຽນ​ສະ​ໄຕຊົງ​ຜົມ
ຖ້າຫາກ​ຢູ່​ດີໆ ຜົມ​ຫງອກ​ກໍ​ໂຜ່​ຂຶ້ນ​ມາ​ຂັດ​ໃຈ​ ໃຫ້​ລອງ​ປັບ​ປ່ຽນ​ສະ​ໄຕຜົມ​ໃໝ່ ເຊັ່ນ ຈາກ​ແຕ່ກ່ອນ​ຜົມ​ເປັນ​ແບ່ງກາງ ກໍ​ໃຫ້​ລອງ​ແບ່ງ​ຂ້າງ​ເພື່ອ​ປິດ​ຜົມ​ຫງອກ​ເບິ່ງ ເຊິ່ງ​ວິທີ​ນີ້​ເໝາະ​ສຳຫລັບ​ສາວໆ ທີ່​ມີ​ຜົມ​ຫງອກ​ຂຶ້ນ​ມາ​ນ້ອຍ ແຕ່​ຖ້າ​ຫລາຍ​ກໍ​ຄົງ​ໃຊ້​ວິທີ​ເຊື່ອງ​ແບບ​ນີ້​ບໍ່​ຢູ່​ດອກ
ຫລີກລ້ຽງ​ທີ່​ຈະສົນ​
ຖ້າ​ຜົມ​ຫງອກ​ໂຜ່​ຂຶ້ນ​ມາ​ໃຫ້​ເຫັນ ແຕ່​ບໍ່​ໄດ້​ຂຶ້ນ​ມາ​ຫລາຍ​ຄືແມ່ຕູ້​​ແບບ​ນັ້ນ ກໍ​ບໍ່​ຕ້ອງ​ກັງ​ວົນ​ໃຈ​ ເພາະ​ຄວາມ​ຈິງ​ແລ້ວ​ຄົນ​ອ້ອມຮອບໂຕ​​ບໍ່​ມີ​ໃຜ​ສັງເກດ​ເຫັນ​ດອກ ພວກເຂົາ​ມີ​ເລື່ອງ​ອື່ນ​ທີ່​ສຳຄັນ​ໃຫ້​ຄິດ​ຫລາຍກວ່າ​ນີ້​ ພຽງ​ມີ​ໜ້ອຍ​ດຽວຄົງ​ບໍ່​ເຮັດໃຫ້​ຄົົນທີ່​ບໍ່​ຮູ້​ຈັກ​ຍ່າງ​ເຂົ້າ​ມາ​ຫົວ​ຂວັນ ທາງ​ທີ່​ດີ​ປ່ອຍ​ມັນ​ໄປ​ນຳ​ກໍ​ດີ

ຍ້ອມ​ສີ​ຜ
ໝັ່ນໃຈ​ວ່າ​ສຸດ​ທ້າຍ​ແລ້ວ​ສາວໆ ທີ່​ຕ້ອງ​ພົບກັບ​ບັນຫາ​ຜົມ​ຫງອກ​ມາ​ໄວ​ກ່ອນ​ເວລາ​ອັນ​ຄວນ ກໍ​ຈະ​ຕ້ອງ​ຕັດ​ສິນ​ໃຈ​ເລືອກ​ເຮັດ​ສີ​ຜົມ​ເພື່ອ​ປິດ​ບັງ​ຜົມ​ຫງອກ​ແມ່ນບໍ່ ແຕ່​ກໍ​ຢ່າ​ລືມ​​ວ່າ ຖ້າຫາກ​ເຮັດ​ສີ​ຜົມ​ແລ້ວ​ກໍ​ຕ້ອງ​ບຳ​ລຸງ​ຜົມ​ໃຫ້​ດີ ​ແລະ ​ຫລາຍກວ່າ​ເກົ່າ ສະ​ນັ້ນ​ຕ້ອງ​ຖາມ​ຕົນ​ເອງ​ກ່ອນ​ວ່າ ​​ພ້ອມ​ບຳ​ລຸງ​ຜົມ​ຫລາຍໆ ເພື່ອ​ແລກ​ປ່ຽນກັບ​ການ​ປິດ​ຜົມ​ຫງອກ​ແລ້ວ​ຫລື​ຍັງ​ບໍ່?
ປ່ຽນ​ສີ​ຜົມ​ໃຫ້​ນຽນ
ແທນ​ທີ່​ຈະ​ມົວ​ແຕ່​ມາ​ນັ່ງ​ກັງ​ວົນ​ເລື່ອງ​ຜົມ​ຫງອກ​ທີ່​ຂຶ້ນ​ມາ​ໄວ ກໍ​ລອງ​ຖື​ໂອ​ກາດ​ນີ້​ຍ້ອມ​ສີ​ຜົມ​ແນວໆ ເຊັ່ນ ​ສີ​ເທົາ ​ຫລື ​ສີ​ເງິນ​ໄປ​ເລີຍ ຍິ່ງ​ຕັດ​ຜົມ​ສັ້ນ​ໆແລ້ວ​ເຮັດ​ສີ​ນີ້​ ຮັບຮອງ​ເລີຍ​ວ່າ ​​ຈະ​ຕ້ອງ​ເດັ່ນ ທີ່​ສຳຄັນ​ມັນ​ຍັງ​ນຽນ​ໄປ​ກັບ​ຜົມ​ຫງອກ​ນໍາອີກ
ໃຊ້​ມາດ​ຄາ​ລາ​ແຕ້ມ
ຖ້າຫາກ​ຕ້ອງ​ການ​ປິດ​ຜົມ​ຫງອກ​ດ້ວຍ​ໃນ​ເວລາ​ຈຳ​ກັດ ໃຫ້​ລອງ​ເລືອກ​ໃຊ້​ມາດ​ຄາ​ລາ​ທີ່​ໃຊ້​ສຳລັບ​ປິດ​ຜົມ​ຫງອກ​ເບິ່ງ​ ວິທີ​ນີ້​ເໝາະ​ຫລາຍ​ສຳລັບ​ເວລາ​ເລັ່ງດ່ວນ ພຽງແຕ່ນຳ​ມາ​ແຕ້ມໆ ບ່ອນ​ຜົມ​ຫງອກ ພຽງເທົ່າ​ນີ້​ຜົມ​ຫງອກ​ກໍ​ບໍ່ມີແລ້ວ
ຖ້າ​ສາວໆ ບໍ່​ຢາກ​ໃຫ້​ມີ​ຜົມ​ຫງອກ​ຂຶ້ນ​ມາ​ອີກ ກໍ​ຄວນ​ຈະ​ຫັນ​ມາ​ໃສ່​ໃຈ​ໃນ​ການ​ບຳ​ລຸງ​ຜົມ​ຫລາຍ​ຂຶ້ນ ເລືອກ​ກິນ​ວິ​ຕາ​ມິນ​ທີ່​ດີ​ຕໍ່​ຜົມ ພັກ​ຜ່ອນ​ຫລາຍໆ ແລະ ​ກິນ​ອາຫານ​ໃຫ້​ຄົບ​ໝູ່​

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...