Homeຂ່າວພາຍ​ໃນຢູ່ ນວ ຍັງມີຜູ້ລະເມີດແຈ້ງການ ແລະຄໍາສັ່ງ ໄລຍະສະຫຼອງບຸນປີໃໝ່ລາວ

ຢູ່ ນວ ຍັງມີຜູ້ລະເມີດແຈ້ງການ ແລະຄໍາສັ່ງ ໄລຍະສະຫຼອງບຸນປີໃໝ່ລາວ

Published on

ພຈົວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ໃຫ້ສໍາພາດວ່າ: ການປ້ອງກັນງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2566 ໃນ ນວ ທຸກພາກສ່ວນທີ່ເຮັດໜ້າທີ່ປ້ອງກັນ ໂດຍສະເພາະກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ກໍໄດ້ນຳເອົາເນື້ອໃນຈິດໃຈ ຂອງກະຊວງ ປກສ ແລະນວ ຫັນມາເປັນແຜນການເຄື່ອນໄຫວອັນລະອຽດຂອງຕົນ, ໄດ້ສ້າງແຜນປ້ອງກັນ ສະບັບເລກທີ 123/ປກສ.ນວ, ລົງວັນທີ 29 ມີນາ 2023; ໃນນັ້ນ ໄດ້ຈັດຕັ້ງກໍາລັງປ້ອງກັນ ຈໍານວນ 556 ສະຫາຍ ລົງໄປປະຈໍາຢູ່ 9 ຈຸດໃຫ່ຍ, ທັງໄດ້ຈັດຕັ້ງກຳລັງຈະລາຈອນປະຈຳຢູ່ຈຸດເສັ້ນທາງຫຼວງ-ປະຈຳປ້ອມເພື່ອລະບາຍລົດ ແລະແກ້ໄຂອຸບັດຕິເຫດ, ຈັດຕັ້ງກໍາລັງສະຖານີ 1191, ກຳລັງປະຈຳການຢູ່ແຕ່ລະກົມກອງ ເພື່ອກຽມພ້ອມແກ້ໄຂກໍລະນີສຸກເສີນຕະຫຼອດ 24 ຊົ່ວໂມງ. ຜ່ານການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນວັນທີ 14-16 ເມສາ 2023 ເຈົ້າໜ້າທີ່ໄດ້ກວດພົບເຫັນການລະເມີດແຈ້ງການ ແລະຄຳສັ່ງ ເປັນຕົ້ນ ແມ່ນມີຄົນດື່ມເຫຼົ້າເບຍແລ້ວອາລະວາດ 2 ຄົນ, ຈຸດໝາກກະໂພກ 3 ຄົນ (ຄົນຫວຽດນາມ) ຕັ້ງກຸ່ມດື່ມເຫຼົ້າເບຍ, ຫົດນໍ້າຕາມແຄມທາງ; ເຊິ່ງກີດຂວາງການສັນຈອນ ຂອງພາຫະນະມີ 15 ຮ້ານ ແລະທົ່ວ ນວ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 15 ເລື່ອງ, ໄດ້ສ້າງຜົນເສຍຫາຍຄື: ເງິນ 7.220.000 ກີບ, 20.005 ໂດລາ, 96.000 ຢວນ, ຄຳ 12 ບາດ, ລົດຈັກ 5 ຄັນ, ອຸປະກອນວິນສາຍກາບ 4 ເຄື່ອງ, ສາຍກາບເຫຼັກ 560 ແມັດ, ແວ່ນລົດ 3 ບານ ແລະອື່ນໆ, ທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ 8 ເລື່ອງ, ຕໍ່ກັບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເຈົ້າໜ້າທີ່ສາມາດແກ້ໄຂໄດ້ 12 ເລື່ອງ, ກັກຕົວເປົ້າໝາຍ 12 ຄົນ, ຢຶດຂອງກາງປະເພດປືນສັ້ນຈຸດ 38 ຈໍານວນ 1 ກະບອກ ພ້ອມລູກປືນ 1 ລູກ ແລະປືນສັ້ນດັດແປງ 1 ກະບອກ, ມີອຸບັດຕິເຫດເກີດ 20 ເລື່ອງ, ເສຍຊີວິດ 3 ຄົນ, ຄົນຮັບບາດເຈັບ 43 ຄົນ, ພາຫະນະເປ່ເພ 39 ຄັນ ແລະມີອັກຄີໄພເກີດຂຶ້ນ 4 ເລື່ອງ, ສ່ວນສາເຫດ ແລະຜົນເສຍຫາຍ ແມ່ນຢູ່ໃນຂັ້ນຕອນສືບສວນ-ສອບສວນຂອງເຈົ້າໜ້າທີ່.

ກ່ຽວກັບມາດຕະການຕໍ່ຜູ້ລະເມີດ ເຈົ້າໜ້າທີ່ພວກເຮົາແມ່ນປະຕິບັດຕາມແຈ້ງການ ແລະຄໍາສັ່ງທີ່ຂັ້ນເທິງໄດ້ກໍານົດໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ ແລະອີງໃສ່ລະບຽບການ ກໍຄືກົດໝາຍຂອງລັດວາງອອກຢ່າງເຂັ້ມງວດ-ເດັດຂາດ, ຕໍ່ກັບບຸກຄົນ, ນິຕິບຸກຄົນທີ່ລະເມີດຂໍ້ຫ້າມທີ່ບໍ່ຮ້າຍແຮງ ເຈົ້າໜ້າທີ່ໄດ້ສຶກສາອົບຮົມ, ກ່າວເຕືອນ ແລະປັບໃໝຕາມລະບຽບການ; ຕໍ່ກັບບຸກຄົນ, ນິຕິບຸກຄົນທີ່ລະເມີດຂໍ້ຫ້າມທີ່ຮ້າຍແຮງ ເປັນຕົ້ນແມ່ນການລະເມີດກົດໝາຍ ທາງເຈົ້າໜ້າທີ່ພວກເຮົາໄດ້ກັກຕົວມາດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດໂດຍບໍ່ມີການລະເວັ້ນໃດໆ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...