spot_img
Homeຂ່າວພາຍ​ໃນລັດຖະບານ ປັບລົງລາຄານ້ຳມັນ ຄັ້ງທີ 7 ຕິດຕໍ່ກັນ

ລັດຖະບານ ປັບລົງລາຄານ້ຳມັນ ຄັ້ງທີ 7 ຕິດຕໍ່ກັນ

Published on

บัตรเครดิตน้ำมัน

 

ເປັນ​ຂ່າວ​ດີ​ສົ່ງ​ທ້າຍ​ເດືອນ​ພະ­ຈິກ ທີ່​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ໄດ້​ແຈ້ງ​ປັບ​ຫຼຸດ​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ມື້­ນີ້

​ເປັນ​ເທື່ອ​ທີ 7 ຕິດ­ຕໍ່​ກັນ​ ນັບ​ແຕ່​ເດືອນ​ກໍລະ​ກົດ​ເປັນ­ຕົ້ນ​ມາ.

 

ໂດຍ​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ໃນ​ປະເທດ​ເຮົາ​ ນັບ​ແຕ່​ເລີ່ມ​ກ້າວ​ເຂົ້າ 2014 ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ໃນ​ຖາ­ນະ

​ຜູ້​ຄຸ້ມ​ຄອງ​ໂດຍ​ກົງ​ໄດ້​ມີ​ການປັບ​ຂຶ້ນ-ລົງ​ຕາມ​ກົນ​ໄກ​ການ​ປ່ຽນ­ແປງຂອງ​ຕະ­ຫຼາດ​ໂລກ​ ມາ​ຮອດ​ປະ­ຈຸ​ບັນ ລວມ​ທັງ​

ໝົດ 17 ຄັ້ງ ໃນ​ນັ້ນ 13 ຄັ້ງ ແມ່ນ​ປັບ​ຫຼຸດ​ລາ­ຄາ ແລະ ປັບ​ຂຶ້ນ​ພຽງ 4 ຄັ້ງ ຊຶ່ງ​ເທື່ອ​ນີ້​ຖື​ເປັນ​ຄັ້ງ​ທີ 7 ຕິດ­ຕໍ່ກັນ​ ທີ່​ລ້ວນ

​ແຕ່​ຢູ່​ຂາ​ລົງ ໂດຍ​ນະ­ຄອນຫຼວງ​ວຽງ​ຈັນ ​ແອັດ​ຊັງ​ທຳ​ມະ​ດາ​ທີ່​ຜູ້​ຊົມໃຊ້​ສ່ວນ​ໃຫຍ່​ເປັນຜູ້​ມີ​ລາຍ​ໄດ້​ໜ້ອຍ ​ເຫຼືອ​ບໍ່​ເຖິງ

9.500 ກີບ​ຕໍ່​ລິດ.

 

ຕາມ​ແຈ້ງ​ການ​ຂອງ​ກະ­ຊວງ​ອຸດ​ສາຫະ​ກຳ ແລະ ການ​ຄ້າ​ ສະ­ບັບ​ລົງ​ວັນ​ທີ 27 ພະ­ຈິກ 2014 ໄດ້​ລະ­ບຸ​ວ່າ: ນັບ​ແຕ່​ເວ­ລາ

14:00 ຂອງ​ມື້­ນີ້ (28 ພະ­ຈິກ) ໃຫ້ບັນ­ດາ​ບໍ­ລິ­ສັດ​ນ້ຳ­ມັນ​ເຊື້ອ​ໄຟ​ ປັບ​ລົງ​ລາ­ຄາ​ຂາຍ­ຍ່ອຍ​ໜ້າ​ປ້ຳ​ ໃນ​ທົ່ວ​ປະ­ເທດ​ຕາມ

ລາ­ຄາ​ໃໝ່ ໃນ​ນີ້ ຢູ່​ນະ­ຄອນ­ຫຼວງ​ວຽງຈັນ ແອັດ​ຊັງ​ພິ­ເສດ​ກຳ­ນົດ​ຂາຍ​ໃນ​ລາ­ຄາ 10.790 ກີບ, ກະ​ຊວນ 8.420 ກີບ ລົງ

100 ກີບ ແລະ ແອັດ​ຊັງ​ທຳ​ມະ​ດາ 9.460 ກີບ​ຫຼຸດ​ລົງ 150 ກີບ ເມື່ອ​ທຽບໃສ່​ການ​ປັບ​ຄັ້ງ​ຜ່ານ​ມາ.

 

ສຳ­ລັບ​ແຂວງ​ຄຳ​ມ່ວນ ແລະ ສະຫວັນ​ນະ​ເຂດ ລາ­ຄາ​ແອັດ​ຊັງ​ທຳ​ມະ​ດາ ແມ່ນ​ຂາຍ​ເທົ່າ​ກັນ 9.490 ກີບ​ຕໍ່​ລິດ, ກາ​ຊວນ

8.450 ກີບ ຕ່າງ​ແຕ່​ນ້ຳ­ມັນແອັດ​ຊັງ​ພິ­ເສດ​ຢູ່​ລິດ​ລະ 10.970 ກີບ ແລະ 10.910 ກີບຕາມ​ລຳ­ດັບ.

 

ແຂວງ​ຈຳ­ປາ​ສັກ​ ແອັດ​ຊັງ​ພິ­ເສດ​ລິດ​ໜຶ່ງ 10.910 ກີບ, ທຳ​ມະ​ດາ 9.500 ກີບ, ກາ​ຊວນ 8.480 ກີບ, ສ່ວນແຂວງ​ບໍ່​

ແກ້ວ ​ແອັດ​ຊັງ​ຢູ່ 9.570 ກີບ, ກາ​ຊວນ 8.520 ກີບ ແລະ ແຂວງຊຽງ​ຂວາງ​ ແອັດ​ຊັງ ຂາຍ​ໃນ​ລາ­ຄາ 9.700 ກີບ, ກາ

ຊວນ 8.670 ກີບຕໍ່​ໜຶ່ງ​ລິດ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...