Homeຂ່າວຕ່າງປະເທດດາວທຽມຣັດເຊຍຈະໃຫ້ບໍລິການອິນເຕີເນັດທີ່ຂົ້ວໂລກເໜືອ ໃນປີ 2026

ດາວທຽມຣັດເຊຍຈະໃຫ້ບໍລິການອິນເຕີເນັດທີ່ຂົ້ວໂລກເໜືອ ໃນປີ 2026

Published on

ໃນວັນທີ 31 ມີນາ 2023 ສຳນັກຂ່າວທາສ ຂອງຣັດເຊຍ ໄດ້ລາຍງານວ່າ ປະຊາຊົນໃນຂົ້ວໂລກເໜືອ ຈະສາມາດເຂົ້າເຖິງອິນເຕີເນັດໄດ້ໃນປີ 2026 ຜ່ານດາວທຽມສະຄິຟ (Skif) ຂອງຣັດເຊຍ.

ສຳນັກປະຊາສຳພັນຂອງ Sphere Congress ໃຫ້ຮູ້ວ່າ ດາວທຽມຂອງ ສະຄິຟ ຈະເລີ່ມຕົ້ນໃຫ້ບໍລິການອິນເຕີເນັດໃນອາກຕິກ ຫຼື ຂົ້ວໂລກເໜືອ ຕັ້ງແຕ່ປີ 2026.

ລາຍງານລະບຸວ່າ ແທ້ຈິງແລ້ວຂົ້ວໂລກເໜືອບໍ່ມີອິນເຕີເນັດ ແລະ ການເຂົ້າເຖິງອິນເຕີເນັດຕ້ອງໄດ້ໃຊ້ໂທລະສັບດາວທຽມຂອງອາເມຣິກາ ແຕ່ວ່າການເຂົ້າເຖິງເຄືອຂ່າຍນັ້ນຊ້າ ແລະ ມີລາຄາແພງ.

ທັ້ງນີ້ ຣັດເຊຍປະສົບຄວາມສະເລັດໃນການສົ່ງດາວທຽມ Skif-D ຂຶ້ນສູ່ວົງໂຄຈອນ ໂດຍໃຊ້ຈະລວດສົນສົ່ງ Soyuz-2.1b ໃນເດືອນຕຸລາ 2022 ໂດຍຄາດການວ່າ ຈະສົ່ງດາວທຽມສະຄິຟ ຂຶ້ນສູ່ວົງໂຄຈອນ ຈຳນວນ 8 ດວງ ເພື່ອສ້າງກຸ່ມດາວທຽມໃນອະນາຄົດ.

ແຫຼ່ງຂ່າວ CCTV

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...