Homeຂ່າວພາຍ​ໃນປູກໝາກເຜັດຂາຍເປັນສິນຄ້າສ້າລາຍຮັບ 30-40 ລ້ານກີບ ຕໍ່ລະດູການຕໍ່ຄອບຄົວ

ປູກໝາກເຜັດຂາຍເປັນສິນຄ້າສ້າລາຍຮັບ 30-40 ລ້ານກີບ ຕໍ່ລະດູການຕໍ່ຄອບຄົວ

Published on

ເມືອງຈໍາພອນ ແຂວງສະຫວັນນະເຂດ ກໍ່ເປັນເມືອງໜຶ່ງທີ່ຂຶ້ນຊື່ໃນການຜະລິດກະສິກໍາເປັນສິນຄ້າ ເວົ້າລວມ ເວົ້າສະເພາະກໍ່ຄືປະຊາຊົນບ້ານໄຜ່ ທີ່ໄດ້ປູກພືດລະດູແລ້ງເປັນສິນຄ້າ ໂດຍສະເພາະ ແມ່ນປູກໝາກເຜັດ.

May be an image of grass

 

May be an image of 1 person, standing and outdoors

ທ່ານ ກອງມະນີ ແກ້ວວົງກົດ ຮອງນາຍບ້ານບ້ານໄຜ່ ໄດ້ໃຫ້ຮູ້າວ່າ: ປະຊາຊົນບ້ານໄຜ່ ສ່ວນຫຼາຍ ແມ່ນເຮັດວຽກກະສິກໍາເປັນຫຼັກ ແລະ ປູກພືດລະດູແລ້ງ ເປັນສໍາຮອງ ເຊັ່ນ: ມັນຕົ້ນ, ໝາກໄມ້ກິນໝາກ ຈຸດສໍາຄັນກໍແມ່ນປູກໝາກເຜັດດໍ ໃນແຕ່ລະຄອບຄົວ ເຊິ່ງໃນທົ່ວບ້ານມີຄອບຄົບປູກໝາກເຜັດ 132 ຄອບຄົວ, ໃນເນື້ອທີ່ 16 ເຮັກຕາ ເຊິ່ງໃນປີຜ່ານມາ ແມ່ນປູກໃນຈໍານວນ 20 ເຮັກຕາ ສໍາລັບປີນີ້ແມ່ນໄດ້ປູກຫຼຸດລົງເນື່ອງຈາກວ່າໃນຕົ້ນປີ ໝາກເຜັດລາຄາຖືກລົງ ມີແຕ່ 13ພັນກີບ-15ພັນກີບ ຕໍ່ກິໂລ, ໝາກເຜັດແຫ້ງລາຄາ 75 ພັນກີບຕໍ່ກິໂລ ເຊິ່ງໃນນີ້ມີໝາກເຜັດມີ 3 ສາຍພັນຄື: ສາຍພັນຂາວຊີ້, ສາຍພັນຂາວຢ່ອນ ແລະ ສາຍພັນຂຽວສະເຫວີຍ ເຊິ່ງໄລຍະການປູກໃຊ້ເວລາພຽງແຕ່ 3 ເດືອນກໍ່ສາມາດເກັບຜົນຜະລິດຂາຍໄດ້, ມາຮອດປັດຈຸບັນຖືວ່າລາຄາໝາກເຜັດສູງຂຶ້ນກວ່າເກົ່າ ຈຶ່ງເຮັດໃຫ້ຊາວສວນ ມີລາຍຮັບທີ່ສູງຂຶ້ນ ສະເລ່ຍລາຍໄດ້ຄອບຄົວລະ 30ລ້ານກີບ ຫາ 40 ລ້ານກີບ, ຕໍ່ລະດູການ ໃນການຂາຍແມ່ນມີແມ່ຄ້າພາຍໃນເມືອງ ແລະ ແຂວງມາເກັບຊື້ກັບທີ່ ນອກນັ້ນກໍໄດ້ສົ່ງອອກຕ່າງແຂວງຄື: ແຂວງຈຳປາສັກ, ແຂວງວຽງຈັນ.

ໂອກາດນີ້ທ່ານ ກອງມະນີ ກໍໄດ້ຮຽກຮ້ອງມາຍັງໜ່ວຍງານພາກສ່ວນທີ່ກ່ຽວຂ້ອງ ຫາຕະຫຼາດຮັບຮອງໃຫ້ລາຄາໝາກເຜັດໃຫ້ສູງຂຶ້ນ ແລະ ຄົງທີ່ , ພ້ອມທັງຮຽກຫ້ອງການນໍາພັກ-ລັດຊ່ວຍຊຸກຍູ້ຝາຍເກັບນໍ້າເພື່ອກັກເກັບນໍ້າໄວ້ໃຫ້ພຽງພໍໃນການຜະລິດ.

May be an image of 2 people and outdoors

ທ່ານ ໂອບີ ບຸນທະວີ ປະຊາຊົນບ້ານໄຜ່ ອາຊີບຕົ້ນຕໍແມ່ນເຮັດນາ ແລະ ປູກພືດເປັນອາຊີບສໍາຮອງ ໂດຍສະເພາະ ແມ່ນປູກໝາກເຜັດ ເຊິ່ງທ່ານໄດ້ໃຫ້ສໍາພາດຕື່ມວ່າ: ການປູກໝາກເຜັດປີນີ້ແມ່ນປູກໜ້ອຍກວ່າປີຜ່ານມາ ຍ້ອນວ່າ ແຕ່ກ່ອນລາຄາໝາກເຜັດດິບມີພຽງແຕ່ 3 ພັນຫາ 7 ພັນກີບຕໍ່ກິໂລ ສໍາລັບປີນີ້ລາຄາຖືວ່າສູງຂຶ້ນ 13-15 ພັນກີບຕໍ່ກິໂລ ການລົງທຶນປູກລົງທຶນປະມານ 3ລ້ານກີບ ໃນການເກັບກູ້ແມ່ນໄດ້ຈ້າງແຮງງານພາຍໃນບ້ານເກັບ 1 ກິໂລຕໍ່ 2 ພັນກີບ ບັນຫາທີ່ພົບຄື ໝາກເຜັດເປັນບວມເນົ່າບໍ່ສາມາດຮັກສາໄດ້, ສະນັ້ນຢາກໃຫ້ວິຊາການກໍຄືຫ້ອງການກະສິກໍາ-ປ່າໄມ້ໄດ້ລົງມາແນະນໍາການຮັກສາການເນົ່າຂອງໝາກເຜັດໃຫ້ມັນດີຂຶ້ນກວ່າເກົ່າ.

May be an image of food

ທີ່ມາ MDL

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...