Homeແຈ້ງການແຈ້ງການ! ກຽມຄວາມພ້ອມຮັບມືກັບອັກຄີໄພ ແລະ ໄຟໄຫມ້ລາມປ່າ

ແຈ້ງການ! ກຽມຄວາມພ້ອມຮັບມືກັບອັກຄີໄພ ແລະ ໄຟໄຫມ້ລາມປ່າ

Published on

ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງອອກຫນັງສືແຈ້ງການກ່ຽວກັບ ເພີ່ມທະວີຄວາມເອົາໃຈໃສ່ໃນການກຽມຄວາມພ້ອມຮັບມືກັບອັກຄີໄພ ແລະ ໄຟໄຫມ້ລາມປ່າໃນຊ່ວງລະດູແລ້ງ.

ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຄະນະກໍາມະການຄຸ້ມຄອງໄພພິບັດ ສະ ບັບເລກທີ 511/ນຍ, ລົງວັນທີ 02 ສິງຫາ 2021;

ອີງຕາມ ກອງປະຊຸມຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຄັ້ງວັນທີ 27 ມີນາ 2023.
ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າ: ຕໍ່ກັບສະພາບ ອາກາດທີ່ຮ້ອນອົບເອົ້າ ຊຶ່ງອາດຈະເຮັດໃຫ້ເກີດມີອັກຄີໄພ ຫຼື ໄຟໄຫມ້ລາມປ່າເປັນວົງກ້ວາງຢູ່ໃນຂອບເຂດທົ່ວປະເທດ. ສະນັ້ນ, ເພື່ອກຽມຄວາມພ້ອມຮັບມືກັບສະພາບເຫດການດັ່ງກ່າວ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈຶ່ງ ແຈ້ງມາຍັງບັນດາ ທ່ານຄະນະກໍາມະການຄຸ້ມຄອງໄພພິບັດແຕ່ລະຂັ້ນດັ່ງນີ້:

1. ເພິ່ມທະວີຄວາມເອົາໃຈໃສ່ຕິດຕາມ ສະພາບໃນເຂດພື້ນທີ່ສ່ຽງທີ່ອາດເກີດອັກຄີໄພ ຫຼື ໄຟໄຫມ້ລາມປ່າ ຢ່າງ ໃກ້ຊິດ;

2. ກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນ; ກໍາລັງພົນ, ພາຫະນະ,ວັດຖຸ ອຸປະກອນ, ງົບປະມານ, ເຄື່ອງອຸປະໂພກ- ບໍລິໂພກ ເຂົ້າໃນການແກ້ໄຂເຫດການອັກຄີໄພ ຫຼື ໄຟໄຫມ້ລາມປ່າ ໃຫ້ທັນສະພາບການ;

3. ແຈ້ງການເຕືອນເຖິງ ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ປະຊາຊົນ ໃຫ້ມີສະຕິ ເຝົ້າລະວັງ ເພື່ອຮັບມື ກັບເຫດການອັກຄີໄພ ຫຼື ໄຟໄຫມ້ລາມປ່າ ທີ່ອາດຈະເກີດຂື້ນ;

4. ຫາກເກີດເຫດການອັກຄີໄພ ຫຼື ໄຟໄຫມ້ລາມປ່າ ຢູ່ທ້ອງຖິ່ນໃດ ແມ່ນມອບໃຫ້ທ້ອງຖິ່ນນັ້ນຮັບຜິດຊອບໃນ ການແກ້ໄຂຢ່າງຮີບດ່ວນ ແລະ ລາຍງານໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຕາມແຕ່ລະຂັ້ນຊາບໂດຍໄວ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານຊາບ ແລະ ຕິດຕາມເຝົ້າລະວັງຕາມແຈ້ງການດັ່ງກ່າວຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...