spot_img
Homeຂ່າວພາຍ​ໃນປະທານບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ເຂົ້າຢ້ຽມຢາມ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເພີ່ມທະວີຄວາມສຳພັນກັບປະເທດລາວໃຫ້ແໜ້ນແຟ້ນຍິ່ງຂຶ້ນ

ປະທານບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ເຂົ້າຢ້ຽມຢາມ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເພີ່ມທະວີຄວາມສຳພັນກັບປະເທດລາວໃຫ້ແໜ້ນແຟ້ນຍິ່ງຂຶ້ນ

Published on

ວັນ​ທີ 20 ມີນາ 2023, ທີ່​ກະຊວງ​ການ​ຕ່າງປະ​ເທດ, ທ່ານ Seunghee Park, ປະທານດ້ານການພົວພັນອົງກອນ ຂອງ ຊຳຊຸງ ອີເລັກໂທຣນິກສ໌ ​ໄດ້​​ຖືເປັນ​ກຽດເຂົ້າຢ້ຽມຢາມ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ. ໃນລະຫວ່າງການຢ້ຽມຢາມ, ທ່ານ Park ໄດ້ລາຍງານກ່ຽວກັບການດຳເນີນທຸລະກິດຂອງຊຳຊຸງ ໃນ ສປປ ລາວ, ກິດຈະກໍາທີ່ສໍາຄັນຈາກ ຊຳຊຸງ ຕໍ່ກັບການສຶກສາຂອງຊາວໜຸ່ມລາວ, ພ້ອມທັງ ໃຫ້ຄໍາໝັ້ນສັນຍາຕໍ່ການພັດທະນາຢ່າງຍືນຍົງໃນອະນາຄົດ.

ທ່ານ Seunghee Park, ປະທານ ດ້ານການພົວພັນອົງກອນ ຂອງ ຊຳຊຸງ ອີເລັກໂທຣນິກສ໌ ກ່າວວ່າ: ຊໍາຊຸງ ໄດ້ເຂົ້າມາດຳເນີນທຸລະກິດໃນປະເທດລາວມາເປັນເວລາຫຼາຍກວ່າ 10 ປີແລ້ວ, ໂດຍໄດ້ມີການຮ່ວມມືກັບຄູ່ຮ່ວມງານຫຼາຍໆພາກສ່ວນ ເພື່ອນຳສະເໜີຜະລິດຕະພັນເຕັກໂນໂລຊີໃໝ່ຫຼ້າສຸດ ລວມທັງອຸປະກອນມືຖື ແລະ ເຄື່ອງມືເອເລັກໂຕຼນິກຈາກຊຳຊຸງ ເພື່ອຊີວິດການເປັນຢູ່ທີ່ດີຂອງຄົນລາວ. ພວກເຮົາຍັງໄດ້ເຮັດວຽກຮ່ວມກັບຄູ່ຮ່ວມງານຫຼາຍພາກສ່ວນ ເພື່ອປະກອບສ່ວນເຂົ້າໃນການປັບປຸງການສຶກສາຂອງໄວໜຸ່ມ ຜ່ານກິດຈະກໍາເພື່ອສັງຄົມ Love & Care ຂອງພວກເຮົາ. ນອກຈາກນັ້ນ, ພວກເຮົາກຳລັງເປີດຕົວ ສູນນະວັດຕະກຳຊຳຊຸງ ຫຼື Samsung Innovation Campus ແຫ່ງທຳອິດໃນປະເທດລາວໃນປີນີ້, ໂດຍມີຈຸດປະສົງເພື່ອສະໜອງອຸປະກອນໃຫ້ແກ່ນັກສຶກສາ ເພີ່ມທັກສະທີ່ສາມາດນຳໃຊ້ໄດ້ຈິງໃນອະນາຄົດ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເຕັກໂນໂລຊີສະໄໝໃໝ່ທີ່ກຳລັງຈະມີບົດບາດໃນອະນາຄົດ. ພວກເຮົາເຮັດວຽກຮ່ວມກັບມະຫາວິທະຍາໄລແຫ່ງຊາດລາວ ໃນການກໍ່ສ້າງສູນດັ່ງກ່າວໃຫ້ເປັນຈິງ, ສະໜອງອຸປະກອນ,​ ລວມເຖິງພັດທະນາຫຼັກສູດການຮຽນການສອນສຳລັບນັກສຶກສາ, ເພື່ອເສີມຂະຫຍາຍຄວາມສາມາດດ້ານດິຈີຕອນຂອງໄວໜຸ່ມ ເພື່ອການພັດທະນາຂອງຄົນຮຸ່ນຫຼັງໃນປະເທດລາວ. ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກຂໍ້ຕົກລົງ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ມີນາ 2023 ທີ່ ມະຫາວິທະຍາໄລແຫ່ງຊາດລາວ ເພື່ອ​ເລີ່ມ​ຕົ້ນ​ໂຄງການ​ດັ່ງກ່າວ.

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຕາງໜ້າລັດຖະບານລາວ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງຊຳຊຸງ ເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງຄົນລາວ. ພວກ​ເຮົາ​ໄດ້​ເຫັນ​ຫຼາຍກິດ​ຈະ​ກໍາທີ່ຊຳຊຸງ​ໄດ້ຈັດຂຶ້ນໃນ​ໄລ​ຍະ​ຜ່ານ​ມາ ​ແລະ ​ໂຄງ​ການ Samsung Innovation Campus ກໍຖືວ່າເປັນ​ການ​ລິ​ເລີ່ມ​ທີ່​ດີຫຼາຍ. ພວກເຮົາຫວັງວ່າ ການຮ່ວມມືລະຫວ່າງ ຊຳຊຸງ ແລະ ລັດຖະບານລາວ ຈະເຂັ້ມແຂງ ແລະ ແໜ້ນແຟ້ນຍິ່ງຂຶ້ນໃນອະນາຄົດ.

ຊຳຊຸງ ຍັງຖືໂອກາດດັ່ງກ່າວອະທິບາຍເພີ່ມເຕີມກ່ຽວກັບຜົນປະໂຫຍດ ແລະ ຈຸດແຂງຂອງ ປູຊານ ເມື່ອໄດ້ເປັນເຈົ້າພາບໃນການຈັດງານ World Expo 2023 ນີ້ ພາຍໃຕ້ຄຳຂວັນ, “Transforming Our World, Navigating towards a Better Future”.

ຊຳຊຸງ ອີເລັກໂທຣນິກສ໌ ເປັນຜູ້ເຂົ້າຮ່ວມຢ່າງເປັນທາງການຂອງຄະນະກໍາມະການຄັດເລືອກ ສໍາລັບງານ World Expo 2030 ທີ່ ປູຊານ, ສະໜັບສະໜຸນການຄັດເລືອກຂອງ ສ.ເກົາຫລີ ໃນການເປັນເຈົ້າພາບຈັດງານ World Expo 2030 ໃນຖານະພາກເອກະຊົນ. ເຊິ່ງໂອກາດດັ່ງກ່າວຈະມີບົດບາດສຳຄັນໃນການນຳເອົາເຕັກໂນໂລຊີ ແລະ ນະວັດຕະກຳຊັ້ນນຳຂອງທຸກມື້ນີ້ ໃຫ້ສາມາດເຂົ້າເຖິງຜູ້ຄົນໄດ້ຫຼາຍຍິ່ງຂຶ້ນ.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...