spot_img
Homeຂ່າວພາຍ​ໃນລາວ-ກຳປູເຈຍ ຮັດແໜ້ນການຮ່ວມມື ດ້ານການທ່ອງທ່ຽວ

ລາວ-ກຳປູເຈຍ ຮັດແໜ້ນການຮ່ວມມື ດ້ານການທ່ອງທ່ຽວ

Published on

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ແລະ ກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2023 ຢູ່ນະຄອນຫລວງວຽງຈັນ, ຝ່າຍລາວນຳໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຝ່າຍກຳປູເຈຍ ນຳໂດຍ ທ່ານ ທອງ ຄົນ ລັດຖະມົນຕີກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ. ທັງນີ້, ກໍເພື່ອຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ສອງປະເທດ.

ໂອກາດນີ້, ທັງສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການສົ່ງເສີມການທ່ອງທ່ຽວ ລະຫວ່າງສອງປະເທດຜ່ານທາງອາກາດ, ທາງນໍ້າ, ທາງບົກ ແລະ ການທ່ອງທ່ຽວຈາກປະເທດທີ 3, ການພັດທະນາການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ແລະ ການທ່ອງທ່ຽວອະນຸລັກ, ຮ່ວມກັນສົ່ງເສີມການຕະຫລາດທ່ອງທ່ຽວ ພາກພື້ນ ແລະ ສາກົນ, ການພັດທະນາບຸກຄະລາກອນດ້ານການທ່ອງທ່ຽວ ແລະ ອື່ນໆ. ພ້ອມນັ້ນ, ຍັງໄດ້ປຶກສາຫາລືກຳນົດບັນດາໜ້າວຽກ, ກິດຈະກຳການທ່ອງທ່ຽວຮ່ວມກັນ ແນໃສ່ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຮ່ວມມືພັດທະນາວຽກງານທ່ອງທ່ຽວ ຂອງສອງປະເທດ ໃຫ້ມີບາດກ້າວໃໝ່ ພາຍຫລັງທີ່ຂະແໜງການທ່ອງທ່ຽວ ລະຫວ່າງ ລາວ ແລະ ກຳປູເຈຍ ໄດ້ຜະເຊີນກັບການລະບາດ ຂອງພະຍາດໂຄວິດ-19.

ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ການມາຢ້ຽມຢາມ ແລະ ພົບປະສອງຝ່າຍໃນຄັ້ງນີ້, ເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງຂະແໜງການທ່ອງທ່ຽວ ລາວ-ກຳປູເຈຍ ກໍຄື ລະຫວ່າງ ສອງປະເທດລາວ-ກຳປູເຈຍ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ການພົບປະຄັ້ງນີ້, ຈະເປັນຂີດໝາຍສຳຄັນໃຫ້ແກ່ການເພີ່ມທະວີການພົວພັນຮ່ວມມື ໃນຂົງເຂດວຽກງານທ່ອງທ່ຽວ ຂອງສອງປະເທດ ລາວ-ກຳປູເຈຍ ໃຫ້ດຳເນີນໄປ ນັບມື້ນັບໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ. ພ້ອມກັນນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມເປັນເອກະພາບ ແລະ ສະໜັບສະໜູນ ຕໍ່ແຜນການຮ່ວມມືດ້ານການທ່ອງທ່ຽວ ລາວ-ກຳປູເຈຍ ສົກປີ 2023-2024 ເຊິ່ງຈະເປັນການປະກອບສ່ວນສຳຄັນ ໃຫ້ແກ່ການພັດທະນາ, ໂຄສະນາ ແລະ ດຶງດູດນັກທ່ອງທ່ຽວ ຂອງສອງປະເທດ ລວມທັງນັກທ່ອງທ່ຽວຈາກປະເທດທີ 3 ໃຫ້ມາທ່ຽວສອງປະເທດລາວ-ກຳປູເຈຍ, ພ້ອມນີ້ ຍັງເປັນໂອກາດທີ່ດີໃຫ້ແກ່ ການສົ່ງເສີມການລົງທຶນໃນຂົງເຂດການທ່ອງທ່ຽວ ຕໍ່ບັນດານັກລົງທຶນຈາກພາຍໃນ ແລະ ສາກົນ.

ໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ຍັງໄດ້ເນັ້ນໃຫ້ ຄະນະເຈົ້າໜ້າທີ່ອາວຸໂສ ຂອງສອງປະເທດ ນຳເອົາຜົນຂອງກອງປະຊຸມນີ້, ສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາແຜນກິດຈະກຳທີ່ໄດ້ຕົກລົງກັນໃນຄັ້ງນີ້ ໃຫ້ເກີດດອກອອກຜົນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບ ສະພາບການທ່ອງທ່ຽວ ເຊິ່ງກັນ ແລະ ກັນ ຢູ່ພາຍໃນ ແລະ ສາກົນ; ສະເໜີ ທັງສອງຝ່າຍ ພິຈາລະນາ ໃຫ້ມີການຈັດຝຶກອົບຮົມດ້ານການທ່ອງທ່ຽວ ໃຫ້ແກ່ພະນັກງານຢູ່ຂັ້ນທ້ອງຖິ່ນ ແລະ ຂັ້ນສູນກາງ ຂອງສອງປະເທດ ໃນແຕ່ລະໄລຍະ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ; ເພີ່ມທະວີ ແລະ ສະໜັບສະໜູນເຊິ່ກັນ ແລະ ກັນ ໃນເວທີຂອບການຮ່ວມມືຫລາຍຝ່າຍ ໃນຂົງເຂດພາກພື້ນ ແລະ ສາກົນ ລວມທັງຄວາມອາດສາມາດໃນການຂຽນໂຄງການຮ່ວມກັນ ເພື່ອຂໍທຶນຈາກປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ.

ທ່ານ ທອງ ຄົນ ລັດຖະມົນຕີກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກຳປູເຈຍ ກໍໄດ້ໃຫ້ຮູ້ວ່າ: ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ແມ່ນປະຕິບັດຕາມການຊີ້ນຳຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ເດີນທາງມາຢ້ຽມຢາມ ທາງການທີ່ນະຄອນຫລວງວຽງຈັນ ສປປ ລາວ ລະຫວ່າງວັນທີ 12-14 ກຸມພາ 2023 ທີ່ຜ່ານມາ ໂດຍຊຸກຍູ້ໃຫ້ວຽກງານທ່ອງທ່ຽວ ຕ້ອງໄດ້ຮ່ວມມືກັນຫລາຍຂຶ້ນ ໂດຍຜ່ານກິດຈະກຳເຊື່ອມໂຍງຫລາຍຮູບແບບ ເຊັ່ນ: ການໂຄສະນາດຶງດູດນັກທ່ອງທ່ຽວ, ສາຍການບິນໂດຍກົງ ລະຫວ່າງສອງປະເທດ ເຊິ່ງ ທ່ານ ສົມເດັດ ຮຸນແຊນ ກໍໄດ້ຊີ້ນຳ ຢາກໃຫ້ມີສາຍການບິນໂດຍກົງຈາກ ສປປ ລາວ ໄປຍັງສະໜາມບິນສາກົນ ພະນົມເປັນ, ສີຫານຸກວິວ ແລະ ຊຽມລຽບ. ກ່ອນການເດີນທາງມາພົບປະຄັ້ງນີ້, ຂ້າພະເຈົ້າ ກໍໄດ້ພົບກັບກົມການບິນ ຖ້າຫາກວ່າ ທາງການບິນລາວ ສາມາດສ້າງສາຍການບິນໂດຍກົງແລ້ວ ກໍໄດ້ໃຫ້ສິດພິເສດ ເພື່ອສາມາດບິນເຊື່ອມຕໍ່ ຈາກ ພະນົມເປັນ-ສິຫານຸວິວ ແລະ ຊຽມລຽບ-ສິຫານຸວິວ.

ພ້ອມນີ້, ທ່ານ ທອງ ຄົນ ຍັງໄດ້ ແຈ້ງໃຫ້ຊາບວ່າ: ລັດຖະບານແຫ່ງຣາຊະອານາຈັກ ກຳປູເຈຍ ຈະໄດ້ຈັດມະຫາກຳກິລາ ອາຊີຕາເວັນອອກສຽງໃຕ້ ເຊິ່ງຖືວ່າເປັນການທ່ອງທ່ຽວ ທາງກິລາ ທີ່ສຳຄັນ ແລະ ເປັນໂອກາດດຽວກັບການຈັດຕັ້ງປີທ່ອງທ່ຽວ ກຳປູເຈຍ ໃນປີ 2023 ນີ້. ພ້ອມກັນນັ້ນ, ທາງກຳປູເຈຍ ກໍຈະສະໜັບສະໜູນຢ່າງເຕັມທີ ແລະ ຍິນດີເຂົ້າຮ່ວມກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນ ທີ່ ສປປ ລາວ ຈະເປັນເຈົ້າພາບ ໃນປີ 2024 ທີ່ຈະມາເຖິງນີ້.

ແຫຼ່ງຂ່າວ ຂປລ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...