Homeສຸຂະພາບ ແລະ ສີ່ງແວດລ້ອມວິຕາມິນ ຊ່ວຍປ້ອງກັນມະເຮັງໄດ້ແທ້ຫລືບໍ່?

ວິຕາມິນ ຊ່ວຍປ້ອງກັນມະເຮັງໄດ້ແທ້ຫລືບໍ່?

Published on

633925805

ມີ​ຂ່າວ​ສຸຂະພາບ​ທີ່​ປະເທດ​ສາຫະລັດ​ອະ​ເມ​ລິ​ກາ​ ກ່ຽວກັບ​ເລື່ອງ​ປະໂຫຍດ​ຂອງ​ກາ​ນບໍ​ລິ​ໂພກ ວິ​ຕາ​ມິນ ເພື່ອ​ໃຫ້​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ທີ່​ຖືກ​ຕ້ອງ​​ ນັບ​ວ່າເປັນ​ຂ່າວ​ຮື​ຮາ ​ພໍ​ສົມຄວນ ເນື່ອງ​ຈາກ​ປະຈຸບັນ​​ເງິນໝູນວຽນ​ໃນ​ອຸດສາຫະກຳ​ກາ​ນບໍ​ລິ​ໂພກ ວິ​ຕາ​ມິນ ໃນ​ສາຫະລັດ​ອາເມ​ລິ​ກາ ​ມີ​ມູນ​ຄ່າ​ສູງ​ມະຫາ​ສານ ແລະ ​ຜູ້ໃຫຍ່​ຊາ​ວອາ​ເມ​ລິ​ກາ ​ປະ​ມານ 50% ກິນ ວິ​ຕາ​ມິນ ເສີມ​ຢ່າງ​ນ້ອຍ​ໜຶ່ງ​ໂຕ​ເປັນ​ປະຈຳ ​ແລະ ​ປະ​ມານ 1 ໃນ 3 ກິນ  ວິ​ຕາ​ມິນລວມ​ເສີມ​ເປັນ​ປະຈຳ ໂດຍ​ມີ​ຄວາມ​ເຊື່ອ​ວ່າ ​ຈະ​ສົ່ງ​ຜົນດີີ​ຕໍ່​ສຸຂະ​ພາບ ແຕ່​ຜົນ​ການສຶກສາ​ລ່າ​ສຸດ ນອກ​ຈາກ​ຈະ​ບໍ່​ຊ່ວຍ​ຫຍັງ​ໃນ​ຜູ້ໃຫຍ່​ທີ່​ຮ່າງກາຍ​ປົກກະຕິ​ແຂງ​ແຮງ​ຢູ່​ແລ້ວ ຍັງ​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ​ນໍາອີກ​

ຫນ່ວຍ​ງານ​ວິ​ໄຈ​​ການ​ປ້ອງ​ກັນ​ສຸຂະພາບ​ຂອ​ງສະຫະລັດອາເມລິກາ ໂດຍ​ທີມ​ນັກ​ວິທະຍາ​ສາດ​ ແລະ ​ນັກ​ວິ​ໄຈ​ຊັ້ນ​ນຳ 16 ຄົນ ຮ່ວມ​ກັນ​ທົບ​ທວນ​ຜົນ​ການສຶກສາ​ທົ່ວ​ໂລກ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ໃຊ້ ວິ​ຕາ​ມິນ ຕໍ່​ສຸຂະພາບ​ໃນ​ໄລຍະ 10 ປີ​ທີ່​ຜ່ານມາ ເພື່ອ​ອັບ​ເດດ​ຂໍ້​ສະຫລຸບ​ເລື່ອງ​ນີ້​ທີ່​ເຄີຍ​ເຮັດ​ໄວ້​ວ່າ ​ມີ​ຂໍ້​ມູນ​ຫຍັງ​ໃໝ່​ໆ ທີ່​ສະໜັບສະໜູນ​ ຫລື​ ບໍ່​ ໂດຍ​ມີ 5 ລາຍ​ງານ​ທີ່​ສຶກ​ສາ​ເລື່ອງ ວິ​ຕາ​ມິນລວມ ​ແລະ 24 ລາຍ​ງານ​ທີ່​ສຶກ​ສາ ວິ​ຕາ​ມິນ ສະເພາະ​ໂຕ ​ຫລື ​ເປັນ​ຄູ່ ໃນ​ສ່ວນ​ຂອງ ວິ​ຕາ​ມິນລວມ 3 ໃນ 5 ລາຍ​ງານ ບໍ່​ພົບ​ວ່າ​ກາ​ນ​ກິນວິ​ຕາ​ມິນ ລວມ​ມີ​ປະໂຫຍດ​ຫຍັງ ມີ​ພຽງ​ໜຶ່ງ​ລາຍ​ງານ​ທີ່ ວິ​ຕາ​ມິນ ອາດຈະ​ຊ່ວຍ​ຫລຸດ​ຄວາມ​ສ່ຽງ​ການ​ເປັນ​ມະ​ເຮັງ​ໃນ​ຊາຍ​ສູງ​ອາ​ຍຸ​ໄດ້​ໜ້ອຍໜຶ່ງ ໃນ​ຂະນະ​ທີ່​ລາຍ​ງານ​ທີ່​ສຶກ​ສາ ວິ​ຕາ​ມິນ ສະເພາະ​ໂຕ ​ຫລື ​ເປັນ​ຄູ່ ພົບ​ວ່າ​ ມີ​ພຽງ 2-3 ລາຍ​ງານ​ຈາກ​ທັງ​ໝົດ 24 ລາຍ​ງານ​ທີ່​ມີ​ຂໍ້​ມູນ​ພຽງ​ພໍ ແຕ່​ຂະໜາດ​ໂດດ​ຂອງ ວິ​ຕາ​ມິນ ທີ່​ໃຫ້ ກໍ​ແຕກ​ຕ່າງ​ກັນ​ເຮັດໃຫ້​ບໍ່​ສາມາດ​ຫາ​ຂໍ້​ສະຫລຸບ​ໄດ້

ແຕ່​ທີ່​ໜ້າ​ສົນ​ໃຈ​ທີ່ສຸດ​ຈາກ​ການ​ທົບ​ທວນ​ຜົນ​ການສຶກສາ​ຄື ຜົນ​ຂອງ ວິ​ຕາ​ມິນ​ອີ​ກັບ​ ເບ​ຕ້າແຄ​ໂລ​ທີນ​ ທີ່​ເປັນ​ທີ່​ນິຍົມ​ກັນ​ຫລາຍ​ໃນ​ໝູ່​ຜູ້​ມັກກິນ ວິ​ຕາ​ມິນ ມີ​ບົດ​ສະຫລຸບ​ທີ່​ຊັດເຈນ​ວ່າ ​ຈາກ​ການ​ທົບ​ທວນ​ລາຍ​ງານ​ທີ່​ເປັນ​ແບບ​ສຸ່ມ ​ແລະ ​ມີ​ການ​ຄວບ​ຄຸມ​ຈຳນວນ 6 ລາຍ​ງານ ພົບ​ວ່າ ​ວິ​ຕາ​ມິນ​ອີ ​ແລະ ​ເບ​ຕ້າແຄ​ໂລ​ທີນ​ ບໍ່​ໄດ້​ຊ່ວຍ​ຫລຸດ​ຄວາມ​ສ່ຽງ​ໃນ​ການ​ເກີດ​ ຫລື ​ຊ່ວຍ​ປິ່ນປົວພະຍາດ​ມະ​ເຮັງ​ ແລະ ​ພະຍາດ​ຫົວ​ໃຈ ນອກ​ຈາກ​ນັ້ນ​ການ​ທົບ​ທວນ​ລາຍ​ງານ​ການສຶກສາ​ທາງ​ຄິີນິກ​ອີກ  6 ລາຍ​ງານ​ກໍ​ບໍ່​ພົບ​ວ່າ ​ເບ​ຕ້າແຄ​ໂລ​ທີນ​ຊ່ວຍ​ຫຍັງ​ໄດ້ບໍ່ ຊ້ຳບໍ່ໜໍາ​ຍັງ​ພົບ​ວ່າ​ ມີ 2 ລາຍ​ງານ​ທີ່​ມີ​ຜົນ​ເສຍ​ຕໍ່​ສຸຂະພາບ​ນໍາ​ອີກ ໂດຍ​ສະເພາະ​ຄົົນທີ່​ມີ​ຄວາມ​ສ່ຽງ​ທີ່​ຈະ​ເປັນ​ມະ​ເຮັງ​ປອດ​ຫລາຍກວ່າ​ຊາວບ້ານ​ທົ່ວໄປ​ຢູ່​ແລ້ວ​ເຊັ່ນ ຄົົນທີ່​ສູບ​ຢາ ການ​ກິນ​ເບ​ຕ້າແຄ​ໂລ​ທີນ​ຫລາຍ​ເກີນ​ຄວາມ​ຈຳ​ເປັນ​ ຍັງ​ເພີ່ມ​ຄວາມ​ສ່ຽງ​ຂອງ​ການ​ເປັນ​ມະ​ເຮັງ​ປອດ​ໃນ​ຄົນ​ກຸ່ມ​ນີ້ 24% ນໍາອີກ​

ໄດ້ຮັບ​ຮູ້​ຂໍ້​ມູນ​ການ​ທົບ​ທວນ​ບົດ​ຄວາມ​ທາງ​ວິ​ຊາ​ການ​ຈາກ​ທົ່ວ​ໂລກ​ໃນ​ຮອບ 10 ປີ​ລ່າ​ສຸດ​ທີ່​ຜ່ານມາ​ຢ່າງ​ເປັນ​ທາງ​ການ​ແບບ​ນີ້​ແລ້ວ ນອກ​ຈາກ​ຈະ​ຊ່ວຍ​ຊໍ້າເຕີ່ມຕາມ​ທີ່​ທັງ 2 ສະມາຄົມ​ວິ​ຊາ​ຊີບ ຄື​ ສະມາຄົມ​ພະຍາດ​ຫົວ​ໃຈ​ແຫ່​ງສະ​ຫະລັດ​ອາ​ເມລິ​ກາ ​ແລະ​ສະມາຄົມ​ພະຍາດ​ມະ​ເຮັງ​ແຫ່​ງ​ສະຫະລັດ​ອາ​ເມ​ລິ​ກາ​ ທີ່ບອກວ່າ ຕະຫລອດ​ວ່າ ວິ​ຕາ​ມິນ ບໍ່​ໄດ້​ຊ່ວຍ​ປ້ອງ​ກັນ​ ຫລື ​ຊ່ວຍ​ປິ່ນປົວພະຍາດ​ທັງ​ສອງ​ແຕ່​ຢ່າງໃດ ກໍ​ຫວັງ​ວ່າ​ບັນດາ​ຄົນ​​ທີ່​ຮ່າງກາຍ​ແຂງ​ແຮງ​ຢູ່​ແລ້ວ​ແຕ່​ກຳ​ລັງ​ຫລົງ​ຜິດ ກິນ ວິ​ຕາ​ມິນ ປະ​ເພດ​ຕ່າງໆ ດ້ວຍ​ຄວາມ​ຫວັງ​ວ່າ​ ຈະ​ຊ່ວຍ​ບຳ​ລຸງ​ສຸຂະພາບ ​ແລະ ​ປ້ອງ​ກັນ​ພະຍາດ​ມະ​ເຮັງ ພະຍາດ​ຫົວ​ໃຈ ​ແລະ​ ອີກ​ສາລະພັດ​ພະຍາດ ວິ​ຕາ​ມິນ ​ມີ​ໄວ້​ໃຫ້​ຄົົນທີ່​ມີ​ພາ​ວະ​ຂາດ ວິ​ຕາ​ມິນກິນ ເຊັ່ນ ເດັກນ້ອຍ ຜູ້ຍິງ​ຖືພາ ຜູ້​ສູງ​ອາ​ຍຸ ສ່ວນ​ຜູ້ໃຫຍ່​ທີ່​ຮ່າງກາຍ​ປົກກະຕິ​ແຂງ​ແຮງ​ຢູ່​ແລ້ວ ກິນ​ອາຫານ​ສົດໆຈາກ​ທຳມະຊາດ​ໃຫ້​ຄົບ​ທັງ 5 ໝູ່​ກໍ​ພຽງ​ພໍ​ແລ້ວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...