spot_img
Home​ຂ່າວທ່ອງທ່ຽວສປປ ລາວ ໄດ້ລາງວັນມາດຕະຖານທ່ອງທ່ຽວອາຊຽນ ປະຈຳປີ 2023

ສປປ ລາວ ໄດ້ລາງວັນມາດຕະຖານທ່ອງທ່ຽວອາຊຽນ ປະຈຳປີ 2023

Published on

ພິທີມອບ-ຮັບລາງວັນ ມາດຕະຖານທ່ອງທ່ຽວອາຊຽນ ປະຈຳປີ 2023 ໃຫ້ກັບຫົວໜ່ວຍທຸລະກິດ ແລະ ຊຸມຊົນທີ່ສາມາດຜ່ານຕາມເງື່ອນໄຂ ທີ່ບັນດາປະເທດສະມາຊິກອາຊຽນກຳນົດໄວ້ ໃນແຕ່ລະມາດຖານໄດ້ຈັດຂຶ້ນໃນວັນທີ 10 ມີນານີ້, ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກຂົງເຂດປົກຄອງ ແລະ ວັດທະນະທຳ-ສັງຄົມ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ (ຖວທ ) ໄດ້ຂຶ້ນມອບລາງວັນມາດຕະຖານທ່ອງທ່ຽວອາຊຽນ ປະຈຳປີ 2023 ທີ່ ສປປ ລາວ ສາມາດຍາດໄດ້ ຊຶ່ງມີ 4 ມາດຕະຖານ ມີ 35 ລາງວັນເຊັ່ນ:

  1. ມາດຕະຖານເຮືອນພັກແຮມອາຊຽນຈໍານວນ 5 ແຫ່ງຄື: ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ, ບ້ານວຽງເໜືອ ເມືອງ ແລະ ແຂວງຫຼວງນໍ້າທາ, ບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ, ບ້ານຫົວດອນແດງ ເມືອງປະທຸມພອນ ແຂວງຈໍາປາສັກ ແລະ ບ້ານດອນໂຄ ເມືອງຊະນະສົມບູນ ແຂວງຈໍາປາສັກ.
  2. ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຈໍານວນ 5 ແຫ່ງເຊັ່ນ: ຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ, ນໍ້າປ່ຽນຢໍລະປາ ເມືອປາກງື່ມ ນະຄອນຫຼວງວຽງຈັນ, ບ້ານນາທອງ ເມືອງວັງວຽງ ແຂວງວຽງຈັນ, ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ ແລະ ບ້ານໜອງຫຼວງ ເມືອງປາກຊ່ອງ ແຂວງຈຳປາສັກ.
  3. ມາດຕະຖານຫ້ອງນໍ້າສາທາລະນະອາຊຽນຈຳນວນ 18 ແຫ່ງ
  4. ມາດຕະຖານການບໍລິການສະປາອາຊຽນຈຳນວນ 7 ແຫ່ງ.

ທ່ານນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ກ່າວວ່າ: ນັບແຕ່ປີ 2008 ຫາ 2023 ສປປ ລາວ ໄດ້ຮັບລາງວັນອາຊຽນທັງໝົດ 147 ລາງວັນ ໃນນັ້ນມີມາດຕະຖານໂຮງແຮມຂຽວອາຊຽນ 63 ລາງວັນ, ມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ 12 ລາງວັນ, ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ 10 ລາງວັນ, ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 5 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ (ປະເພດສະຖານທີ່ຈັດກອງປະຊຸມ 15 ລາງວັນ) ແລະ (ປະເພດສະຖານທີ່ຈັດງານວາງສະແດງ 2 ລາງ ວັນ), ມາດຕະຖານການບໍລິການສະປາອາຊຽນ 12 ລາງວັນ, ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ 22 ລາງວັນ, ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 4 ລາງວັນ.

ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ໂດຍປະຕິບັດຕາມມາດຕະຖານ ແລະ ເງື່ອນໄຂຂອງການທ່ອງທ່ຽວອາຊຽນ, ສປປ ລາວ ສາມາດແຂ່ງຂັນກັບບັນດາປະເທດສະມາຊິກອາຊຽນ ຈົນໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນຫຼາຍລາງວັນ ສະແດງໃຫ້ເຫັນວ່າ ສປປ ລາວ ຖືສຳຄັນດ້ານຄຸນນະພາບຂອງວຽກງານຕ່າງໆ ທີ່ຕິດພັນກັບການທ່ອງທ່ຽວ.

ລັດຖະບານແຫ່ງ ສປປ ລາວ ຍາມໃດກໍຖືສຳຄັນວຽກງານທ່ອງທ່ຽວ ເປັນບຸລິມະສິດໜຶ່ງທີ່ຊ່ວຍກະຕຸ້ນເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງ, ສ້າງຊື່ສຽງໃຫ້ແກ່ປະເທດຊາດ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນບັນດາເຜົ່າເພື່ອຊ່ວຍຫຼຸດຜ່ອນຄວາມທຸກຍາກເທື່ອກະກ້າວ. ຍ້ອນເຫັນໄດ້ຄວາມສໍາຄັນຂອງວຽກງານທ່ອງທ່ຽວຄືແນວນັ້ນ, ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍບັນດາທ່າແຮງໃຫ້ກວ້າງຂວາງ, ປັບປຸງບັນດາຂໍ້ຄົງຄ້າງທີ່ເປັນອຸປະສັກໃຫ້ແກ່ນັກທ່ອງທ່ຽວໂດຍໄວ, ເອົາໃຈໃສ່ປົກປັກຮັກສາແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ປະ ຫວັດສາດ ແລະ ກະສິກຳຂອງລາວ ໃຫ້ໄດ້ຮັບການພັດທະນາໄປຕາມທິດສີຂຽວ ແລະ ຍືນຍົງ. ນອກ​ຈາກນີ້ ​ທ່ານ​ຍັງຮຽກຮ້ອງມາຍັງຄະນະຮັບຜິດຊອບວຽກງານດັ່ງກ່າວ ຈົ່ງສືບຕໍ່ເອົາໃຈໃສ່ປະກອບສ່ວນຈັດຕັ້ງປະຕິບັດວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ, ມີການປະສານສົມທົບຢ່າງກົມກຽວລະຫວ່າງພາກລັດ ແລະ ພາກທຸລະກິດໃຫ້ຫຼາຍຂຶ້ນຕື່ມ, ບັນດາສະຖານປະກອບການຕ່າງໆ ທີ່ໄດ້ຮັບລາງວັນໃນຄັ້ງນີ້ຈົ່ງສືບຕໍ່ເອົາໃຈໃສ່ຮັກສາມາດຕະຖານຂອງຕົນໃຫ້ໄດ້ຄຸນນະພາບທີ່ດີ, ເພີ່ມທະວີພັດ ທະນາຍົກລະດັບຄຸນນະພາບໃຫ້ສູງຂຶ້ນໄປເລື່ອຍໆ, ສ້າງຜະລິດຕະພັນທ່ອງທ່ຽວໃຫ້ຫຼາກຫຼາຍ ແລະ ເປັນເອກະລັກຂອງລາວເຮົາ ທັງນີ້ເພື່ອດຶງດູດໃຫ້ນັກທ່ອງທ່ຽວສາກົນເຂົ້າມາທ່ຽວລາວເຮົາໃຫ້ຫຼາຍຂຶ້ນ, ມາແລ້ວຢາກກັບມາອີກ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...