Homeຂ່າວຕ່າງປະເທດຄູເຝິກບິນໃນອັງກິດ ຫົວໃຈຢຸດເຕັ້ນ ເສຍຊີວິດກາງອາກາດ

ຄູເຝິກບິນໃນອັງກິດ ຫົວໃຈຢຸດເຕັ້ນ ເສຍຊີວິດກາງອາກາດ

Published on

ຄູເຝິກບິນໃນອັງກິດ ຫົວໃຈຢຸດເຕັ້ນ ເສຍຊີວິດກາງອາກາດ ແຕ່ຜູ້ຊ່ວຍຄິດວ່າຢອກຫຼິ້ນ.

ຕາມການລາຍງານຂອງສຳນັກງານສືບສວນອຸບັດຕິເຫດທາງອາກາດ (AAIB) ຂອງອັງກິດໄດ້ລາຍງານວ່າ:  ຜູ້ຊ່ວຍນັກບິນຄິດວ່າ ຄູເຝິກບິນຂອງລາວເຮັດເປັນວ່າຫຼັບ ໃນຂະນະທີ່ບັງຄັບເຮືອບິນໃກ້ກັບສະໜາມບິນແບລັກພູ ໃນແລງຄາເຊຍ ໃນວັນທີ 29 ມີນາ 2022 ທີ່ຜ່ານມາ.

ທັ້ງສອງຄວບຄຸມເຮືອບິນຂະໜາດນ້ອຍ 4 ບ່ອນນັ່ງ Piper PA-28 ເພື່ອເຝິກການຄວບຄຸມເຮືອບິນທ່າມກາງສະຖານະການລົມແຮງ ໂດຍກ່ອນຂຶ້ນບິນ ທັງສອງກໍນັ່ງລົມກັນເປັນປົກກະຕິ ແຕ່ຫຼັງຈາກທີ່ບິນຂຶ້ນໄດ້ບໍ່ດົນ ຢູເຝິກກໍຫງາຍຫຼັງ ແຕ່ເນື່ອງຈາກທັງສອງສະໜິດກັນ ນັກບິນຄົນນີ້ຈຶ່ງຄິດວ່າຄູເຝິກຢອກຫຼິ້ນ.

ເມື່ອນັກບິນ ຄວບຄຸມເຮືອບິນວົນຄົບຮອບ ໂຕຂອງຄູເຝິກກໍອຽງມາດ້ານຂ້າງຈົນຫົວມາວາງຢູ່ບ່າຂອງລາວ ນັກບິນກໍຍັງຄິດວ່າຢອກຫຼິ້ນຢູ່ ຈົນຈອດເຮືອບິນສຳເລັດ ຈຶ່ງຮູ້ວ່າມັນຜິດປົກກະຕິ ແລະ ຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ຂອງສະໜາມບິນ ແຕ່ກໍຊ່ວຍຊີວິດໄວ້ບໍ່ໄດ້.

ແຫຼ່ງຂ່າວ cnn

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...