spot_img
Homeນານາສາລະປາກ​ບອກ​ນິ​ໃສ

ປາກ​ບອກ​ນິ​ໃສ

Published on

27_20130713162238.

         ຕຳລາ​ຂອງ​ຈີນ​ໃຫ້​ຄວາມ​ສຳຄັນ​ກັບ​ອະໄວຍະວະ​ທຸກ​ສ່ວນ​ເທິງ​ໃບ​ໜ້າ ຕັ້ງ​ແຕ່​ຄິ້ວ​ໃຊ້​ທຳນາຍ​ຊື່​ສຽງ​ກຽດຕິຍົດ ດວງ​ຕາ​ບອກ​ເຖິງ​ຄວາມ​ຄິດ​ສະຕິປັນຍາ ດັງ​ທຳນາຍ​ຊັບ​ສິນ​ ແລະ​ ຖານະ ຫູ​ບອກ​ອຳນາດ ​ແລະ ​ອາ​ຍຸ ແລະ​ ທ້າຍ​ສຸດ​ຄື​ປາກ​ນັ້ນ​ບົ່ງ​ບອກ​ເຖິງ​ລັກ​ສະນະນິໃສໄດ້

  1. ປາກ​ໃຫຍ່ ເປັນ​ຄົນ​ກະ​ຕື​ລື​ລົ້ນ ມັກ​ດິ້ນ​ຮົນ​ຫາ​ສິ່ງ​ແປກ​ໃໝ່ ​ດ້ວຍ​ພະລັງ​ຊີວິດມັກຊອກຫາ​ປະສົບການ​ຄວາມ​ຮູ້​ໃສ່​ຕົນ
    2. ປາກ​ນ້ອຍ ເປັນ​ຄົນ​ຈິດ​ໃຈ​ຫວັ່ນ​ໄຫວ​ງ່າຍ ມັກ​ເກັບ​ກົດ ມີ​ຄວາມ​ໃຝ່​ຝັນ ​ແລະ ​ທະ​ເຍີ​ທະ​ຍານ
  2. ປາກ​ອິ່ມ ເປັນ​ຄົົນທີ່​ມີ​ອາລົມ​ໂລ​ແມນ​ຕິກມີສະເໜ່ ​ຕໍ່​ເພດ​ກົງກັນຂ້າມ​
    4. ມຸມ​ປາກ​ໂຄ້ງ​ໜ້ອຍໜື່ງ ເປັນ​ຄົນ​ມີ​ຈິດ​ໃຈ​ເຂັ້ມແຂງ​ ແລະ ​ມີ​ຄວາມຫມັ້ນ​ໃຈ​ໃນ​ຕົນເອງ​ສູງ​ຫລາຍບໍ່​ວ່າ​ຈະ​ຖືກ​ ຫລື​ ຜິດ ແລະ ​ບໍ່​ຄ່ອຍ​ຍອມ​ຟັງ​ເຫດຜົນ
    5. ມຸມະ​ປາກ​ໂຄ້ງ​ຂຶ້ນ ເປັນ​ຄົນ​ມີ​ຄວາມ​ສາມາດ​ໃນ​ການ​ປົກຄອງ​ທີ່​ດີ  ບໍລິຫານ​ງານ​ໂດຍ​ໃຊ້​ສະຕິປັນຍາ ມີ​ຄວາມ​ຮັບ​ຜິດຊອບ​ສູງ, ລ່າ​ເລີງ ເປີດ​ເຜີຍ ແລະ​ ມີ​ສະເໜ່ໃນ​ຕົວ​ເອງ
  3. ປາກ​ອ້າ​ ຫລື​ ເວີ ເປັນ​ຄົົນທີ່ມີ​ຈິດ​ໃຈ​ດີ​ງາມ ອາລົມ​ດີ ເປີດ​ເຜີຍເບິ່ງໂລກ​ໃນ​ແງ່​ດີ ແຕ່​ມັກ​ລັງ​ເລ
    7. ມີ​ເສັ້ນ​ເລິ​ກອ້ອມ​ສົບ ເປັນ​ຄົນເຮັດວຽກ​ເທື່ອລະ​ຫລາຍ​ຢ່າງ​ແຕ່​ມັກ​ບໍ່​ສຳ​ເລັດ​ຈັກ​ຢ່າງ ​ແລະ​ຄ່ອນ​ຂ້າງ​ຂີ້ຖີ່​ຂີ້ໜຽວ
    8. ປາກ​ບາງ ເປັນ​ຄົນ​ມີ​ເຫດຜົນ ມີ​ຄວາມ​ຄິດ​ດີ ສາມາດ​ເກັບ​ຄວາມ​ຮູ້ສຶກ ​ແລະ​ ຄວບ​ຄຸມ​ຕົນເອງ​ໄດ້​ດີ ສະຫລາດ​ສະຫລຽວ ຮູ້​ເທົ່າ​ທັນ​ຄົນ
    9. ປາກ​ໜາ​ເຕັມ​ອວບ​ອິ່ມ ເປັນ​ຄົນ​ເຊື່ອ​ມັ່ນ​ໃນ​ຕົວ​ເອງ​ສູງ,ຂີ້​ຫຶງ
  4. ລິມ​ຝີ​ປາກ​ລຸ່ມ​ຫ້ອຍ ​ແລະ ​ເຕັມ​ອິ່ມ ເປັນ​ຄົນ​ມັກ​ສະແດງ​ອຳນາດ
  5. ປາກ​ຮູບ​ດວງຈັນ ເປັນ​ຄົນ​ມີ​ຈິດ​ໃຈ​ລ່າ​ເລີງ ແຈ່ມ​ໃສ ເບິ່ງ​ໂລກ​ໃນ​ແງ່​ດີ ມີ​ຄວາມ​ຄິດ​ສ້າງສັນ ອາລົມ​ອ່ອນ​ໄຫວ ໂລ​ແມນ​ຕິກ ແລະ ​ມີ​ສະເໜ່ ​ຕໍ່​ເພດ​ກົງກັນຂ້າມ
  6. ປາກ​ບາງ​ ແລະ ​ກວ້າງ ເປັນ​ຄົນ​ມີ​ຄວາມ​ຮັບ​ຜິດຊອບ​ໃນ​ຫນ້າທີ່​ການ​ງານ ໝັ່ນໃຈ​ໃນ​ຕົວ​ເອງ​ສູງ ຈິດ​ໃຈ​ເຂັ້ມແຂງ ຈອງຫອງ​ທະ​ນົງ​ຕົນ ແລະ ​ບ້າ​ອຳນາດ
  7. ປາກ​ຮູບ​ຫົວ​ໃຈ ເປັນ​ຄົນ​ອ່ອນແອ ອ່ອນ​ໄຫວ ອ່ອນ​ນວນ ຖ້າ​ເປັນ​ຜູ້​ຊາຍ​ກໍ​ຈະມີ​ຈິດ​ໃຈ​ຄ້າຍ​ຜູ້ຍິງ

 

ບົດຄວາມຫຼ້າສຸດ

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...