spot_img
Homeຂ່າວການພັດທະນາລົດຍີ່ຫໍ້ ເປີໂຢ (PEUGEOT) ກຽມເປີດຕົວໃນລາວ

ລົດຍີ່ຫໍ້ ເປີໂຢ (PEUGEOT) ກຽມເປີດຕົວໃນລາວ

Published on

ໜຶ່ງໃນຜູ້ຜະລິດລົດຊັ້ນນໍາຂອງໂລກ Stellantis N.V., ກໍາລັງຈະເປີດຕົວລົດຍີ່ຫໍ້ PEUGEOT ໃນລາວ ເຊິ່ງເປັນສ່ວນໜຶ່ງຂອງແຜນຍຸດທະສາດທີ່ຈະເພີ່ມຂະຫຍາຍຕົວແທນຈຳໜ່າຍລົດໃຫ້ທົ່ວເຖິງ ໃນ ອາຊີຕາເວັນອອກສ່ຽງໃຕ້. 

ໂດຍໄດ້ມີການແຕ່ງຕັ້ງໃຫ້ກຸ່ມບໍລິສັດ ລາວທານີ ເປັນຕົວແທນຈໍາໜ່າຍລົດ PEUGEOT ຢ່າງ ເປັນທາງການໃນລາວ ທຸກຄົນສາມາດສຳຜັດປະສົບການທີ່ດີກວ່າ ກັບ Allure “World that is better with Allure” ໃນໃວໆນີ້ ສ່ວນຫ້ອງວາງສະແດງລົດ ແລະ ສູນບໍລິການແຫ່ງທໍາອິດຂອງ PEUGEOT ຈະເປີດຢ່າງເປັນທາງການໃນເດືອນພຶດສະພາທີ່ຈະມາເຖິງນີ້.

PEUGEOT ເປັນຍີ່ຫໍ້ລົດຍົນທີ່ເກົ່າແກ່ທີ່ສຸດໃນໂລກ ເຊິ່ງມີປະຫວັດມາຍາວນານຫຼາຍກວ່າ 210 ປີ ການເດີນທາງຂອງ PEUGEOT ໄດ້ເລີ່ມຕົ້ນຕັ້ງແຕ່ປີ 1810 ແຕ່ທາງ PEUGEOT ຍັງຄົງຮັກສາ ຄຸນນະພາບທີ່ສູງ ແລະ ເອກະລັກທີ່ສ້າງສັນ ແລະ ຮູບແບບການຜະລິດຕາມແບບຝຣັ່ງ ໄວ້.

ປັດຈຸບັນ PEUGEOT ເປັນລົດທີ່ກຳລັງມາແຮງ ແລະ ເປັນຍີ່ຫໍ້ທີ່ໄດ້ຮັບຄວາມນິຍົມອັນດັບຕົ້ນໆ ຂອງໂລກ ໂດຍມີແຮງຂັບເຄື່ອນຈາກຄຸນຄ່າທີ່ຍຶດໝັ້ນ ໄດ້ແກ່ Allure Emotion ແລະ Excellence.

ໃນປີ 2021 ຍອດຂາຍຂອງລົດ PEUGEOT ໃນຫຼາຍກວ່າ 130 ປະເທດທົ່ວໂລກ ສູງເຖິງ 1,2 ລ້ານຄັນ. 

ບໍລິສັດ ລາວທານີ ກົນຈັກໜັກ ເຊິ່ງເປັນບໍລິສັັດໃນເຄືອຂອງກຸ່ມບໍລິສັດ ລາວທານີ ຈະເປັນຜູ້ຮັບ ຜິດຊອບໃນການຂະຫຍາຍຕະຫຼາດ ແລະ ຍອດຂາຍຍອດລົດຂອງ PEUGEOT ໃນປະເທດລາວ ເຊິ່ງ ແຜນການດັ່ງກ່າວ ແມ່ນນອນໃນແຜນຍຸດທະສາດທຸລະກິດໃໝ່ ແລະ ພາຫະນະທີ່ນຳໃຊ້ໄຟຟ້າ ຂອງກຸ່ມບໍ ລິສັດ ລາວທານີ. 

ທ່ານ ລັດສະສີພົນ ພິມພະຈັນ ຜູ້ອໍານວຍການ ບໍລິສັດ ລາວທານີ ກົນຈັກໜັກ ແຈ້ງໃຫ້ຮູ້ວ່າ: ຫ້ອງວາງສະແດງລົດ ແລະ ສູນບໍລິການຂອງ PEUGEOT ແຫ່ງທຳອິດ ຈະເປີດຕົວຢ່າງເປັນທາງການຢູ່ ນະຄອນຫຼວງວຽງຈັນ ໃນເດືອນພຶດສະພານີ້ ແລະ ກ່ອນທີ່ຈະຂະຫຍາຍໄປໃນບັນດາຕົວເມືອງອື່ນໆ ໃນ ທົ່ວປະເທດ.

ທ່ານ ລັດສະສີພົນ ຍັງກ່າວຕື່ມອີກວ່າ: ພວກເຮົາຕ້ອງການນຳເອົາປະສົບການໃໝ່ໆ ມາສູ່ຕະຫຼາດ ລົດຍົນໃນລາວ PEUGEOT Laos ຈະເນັ້ນໃສ່ປະສົບການຂອງລູກຄ້າກັບຕົວຕົນຂອງ PEUGEOT ລວມທັງຄຸນນະພາບຂອງຜະລິດຕະພັນ ວິຖີການດຳລົງຊີວິດຂອງຜູ້ໃຊ້ ແລະ ການບໍລິການ ເພື່ອໃຫ້ລູກ ຄ້າໄດ້ສຳພັດກັບປະສົບການທີ່ແຕກຕ່າງ (Experience the Difference).

ທ່ານ Christophe Musy ຫົວໜ້າຝ່າຍຈັດຈໍາໜ່າຍປະຈຳອາຊຽນຂອງ Stellantis ກ່າວວ່າ: ພວກເຮົາມີຄວາມຍິນດີທີ່ໄດ້ຮ່ວມມືກັບກຸ່ມບໍລິສັດ ລາວທານີ ໃນຖານະທີ່ເປັນຕົວແທນຈຳໜ່າຍ PEUGEOT ໃນລາວ ການຮ່ວມມືຄັ້ງນີ້ເປັນ​ຂີດ​ໝາຍ​ສຳຄັນ​ສຳ​ລັບ Stellantis ທີ່​ເປັນ​ສ່ວນ​ໜຶ່ງ​ຂອງ​ແຜນການ​ຂອງ​ພວກ​ເຮົາ​ທີ່​ ຈະ​ຂະຫຍາຍ​ຕະຫຼາດຂອງ PEUGEOT ​ໃນ​ເຂດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​.

ທ່ານ Christophe Musy ກ່າວຕື່ມວ່າ: ດ້ວຍປະຫວັດຄວາມເປັນມາອັນຍາວນານ ແລະ ຄວາມ ຊ່ຽວຊານໃນອຸດສາຫະກຳລົດຍົນຂອງກຸ່ມບໍລິສັດລາວທານີ ພວກເຮົາເຊື່ອໝັ້ນວ່າ PEUGEOT ຈະປະ ສົບຜົນສຳເລັດໃນລາວ.

ຄຳວ່າ Allure ແມ່ນຄໍາດຽວທີ່ສະແດງເຖິງຕົວຕົນ PEUGEOT ໄດ້ດີທີ່ສຸດ ພວກເຮົາໃຫ້ນິຍາມ ຂອງຄຳນີ້ວ່າ: ຄວາມມີພະລັງ ຄວາມດຶງດູດ ແລະ ຄວາມຕື່ນເຕັ້ນ ລູກຄ້າຂອງພວກເຮົາເລືອກ PEUGEOT ເພາະວ່າພວກເຂົາມີຄວາມຜູກພັນກັບ Allure ແລະ ການອອກແບບຂອງໂຕລົດທີ່ຖືກໃຈ.

ພວກເຮົາໝັ້ນໃຈວ່າ ຄົນລາວຈະຮັກລົດ PEUGEOT ຄືກັນ ເພາະລົດຂອງພວກເຮົາແມ່ນເປັນ ຫຼາຍກວ່າພາຫະນະ ແຕ່ມັນຍັງສະແດງເຖິງບຸກຄະລິກກະພາບຂອງເຈົ້າຂອງລົດອີກດ້ວຍ.

ພາຍຫຼັງຈາກການສະເຫຼີມສະຫຼອງຄົບຮອບ 211 ຂອງບໍລິສັດ PEUGEOT ຈະໄດ້ເປີດໂຕຜະ ລິດຕະພັນໃໝ່ ທີ່ບົ່ງບອກເຖິງຕົວຕົນເໜືອການເວລາ ໂດຍເປັນຮຸ່ນລົດ ປະເພດລົດຍົນທີ່ໃຊ້ໄຟຟ້າຫຼາຍ ເຖິງ 80 ເປີເຊັນ ແລະ ຮຸ່ນລົດສຳລັບການຄ້າທີ່ໃຊ້ໄຟຟ້າ 100 ເປີເຊັນ ແລະ PEUGEOT ພວມສືບຕໍ່ ຫັນປ່ຽນພະລັງງານຈາກລົດໃຊ້ນ້ຳມັນເປັນລົດໄຟຟ້າ.

ເລີ່ມແຕ່ປີ 2022 PEUGEOT ໄດ້ສຳເລັດການເຂົ້າຮ່ວມການແຂ່ງຂັນລົດ ລາຍການ World Endurance Championship (WEC) ດ້ວຍລົດລຸ້ນ 9X8 hybrid Hypercar ຂອງຕົນເອງ.

Stellantis ເປັນໜຶ່ງໃນຜູ້ຜະລິດລົດຍົນຊັ້ນນໍາຂອງໂລກ ແລະ ເປັນຜູ້ສະໜອງພາຫະນະທາງ ເລືອກ ດ້ວຍວິໄສທັດທີ່ຊັດເຈນ ໃຫ້ການເຄື່ອນໄຫວຢ່າງອິດສະຫຼະດ້ວຍວິທີການທີ່ໂດດເດັ່ນ ລາຄາບໍ່ ແພງ ແລະ ຄຸນນະພາບເຊື່ອຖືໄດ້ ນອກເໜືອປະຫວັດອັນຍາວນານາຂອງກຸ່ມບໍລິສັດ ຈຸດແຂງຂອງຜະ ລິດຕະພັນທີ່ຍືນຍົງ ປະສົບການທີ່ຍາວນານ ແລະ ພະນັກງານທີ່ມີປະສົບການທີ່ເຮັດວຽກໃນທຸກກົງເຂດ ທົ່ວໂລກ.

ເປົ້າໝາຍ Stellantis ແມ່ນຈະເຮັດໃຫ້ດີທີ່ສຸດ ບໍ່ແມ່ນໃຫຍ່ທີ່ສຸດ ໃນຂະນະທີ່ເພີ່ມຄຸນຄ່າໃຫ້ທຸກ ພາກສ່ວນທີ່ກ່ຽວຂ້ອງແລ້ວ ຍັງເບິ່ງເຖິງການສົ່ງເສີມຜູ້ຄົນໃນຊຸມຊົນທີ່ພວກເຮົາຢູ່.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...