spot_img
Homeຄວາມງາມ3 ວິທີ​ເອີ້ນ​ພະລັງ​​ສູ້​ໃຫ້​ກັບ​ຕົວ​ເອງ ໃນ​ວັນທີ່​ຮູ້ສຶກບໍ່ດີ

3 ວິທີ​ເອີ້ນ​ພະລັງ​​ສູ້​ໃຫ້​ກັບ​ຕົວ​ເອງ ໃນ​ວັນທີ່​ຮູ້ສຶກບໍ່ດີ

Published on

images

      ຖ້າ​ເຈົ້າຖືກ​ຕຳ​ໜິ​ເລື່ອງ​ວຽກ​ແຕ່​ເຊົ້າ ຜິດ​ກັບ​ແຟນ​ຈົນ​ຮູ້ສຶກ​ຫົດ​ຫູ່​ໄປ​ໝົດມື້ ​ຈົນ​ບໍ່​ຢາກ​ເຮັດຫຍັງ​ເລີຍ ຫລື ​ເຈີ​ບັນຫາ​ຫຍັງ​ກໍ​ແລ້ວ​ທີ່​ເຮັດໃຫ້​​ໝົດ​ກຳ​ລັງ​ໃຈ ເຮົາ​ມີ 3 ເຄັດ​ລັບ​ດີໆ ທີ່​ຈະ​ເພີ່ມ​ກຳ​ລັງ​ໃຈ ໃຫ້​ເຈົ້າ​​ສູ້​ໃນ​ວັນທີ່​ຮູ້ສຶກ​ບໍ່ດີ

  1. ງຽບ​ໄວ້​ກ່ອນ Message ຕາມຫລັງ ສະຫງົບ​ສະຕິ​ອາລົມ ຄື​ສິ່ງ​ທຳອິດ​ທີ່​ຄວນ​ເຮັດ ແຕ່​ຖ້າ​ບໍ່​ໝັ່ນໃຈ​ວ່າ​ອາລົມ​ຈະ​ລະ​ເບີດ​ໃສ່​ຜູ້​ອື່ນ​ຫລື​ບໍ່ ແນະ​ນຳ​ວ່າ​ຄວນ​ແລ່ນເຂົ້າ​ຫ້ອງ​ນ້ຳ​ໃຫ້​ໄວ​ທີ່ສຸດ​ເພື່ອ​ໃຊ້​ໂທລະ​ສັບ​ໃຫ້ເປັນ​ປະໂຫຍດ​ໂດຍ ການ​ພິມ​ຂໍ້ຄວາມ​ທີ່​ຢາກ​ລະບາຍ​ເຖິງ​ຄົົນທີ່​ເຈົ້າ​ນຶກ​ເຖິງ​ໃນ​​ຕອນ​ນັ້ນ ແບບ​ທີ່​ບໍ່​ຕ້ອງ​ສົນ​ໃຈ​ວ່າ​ມັນ​ຈະ​ຍາວ​ຊ່ຳໃດ ແຕ່​ເມື່ອ​ພິມ​ສຳເລັດ​ແລ້ວ ຢ່າ​ກົດ​ສົ່ງ​ໃຫ້​ຍ້ອນ​ກັບ​ໄປ​ອ່ານ​ຂໍ້ຄວາມ​ທີ່​ພິມ​ກ່ອນອ່ານ​ຫລາຍໆ​ຮອບ ການເຮັດ​ແບບ​ນີ້​ເປັນ​ການ​ຮຽກ​ສະຕິ​ກັບ​ຄືນ​ມາ​ຂະນະ​ທີ່​ກຳ​ລັງ​ຮ້າຍ​ຢູ່ ແລະ​ເມື່ອ​ໄດ້​ລະບາຍ​ອາລົມ​ໄປ​​ແລ້ວ ຈະ​ຮູ້ສຶກ​ໄດ້​ວ່າ​ອາລົມ​ຮ້າຍ​ໄດ້​ເບົາ​ລົງ ຈົນ​ເກີດ​ສະຕິ​ຫລາຍ​ພໍ​ທີ່​ຈະ​ແຍກ​ແຍະ​ເລື່ອງ​ລາວ​ໄດ້​ດີ​ຂຶ້ນ ຊຶ່ງ​ສຸດ​ທ້າຍ​ແລ້ວ​ເຈົ້າ​ຈະ​ພົບ​ວ່າ​ບໍ່​ຢາກ​ສົ່ງ​ຂໍ້ຄວາມ​ພວກ​ນີ້​ແລ້ວ
  2. ປ່ຽນ​ບັນ​ຍາ​ກາດ​ໃຫ້​ຕົວ​ເອງ ຢ່າ​ຄິດ​ທີ່​ຈະຈັບ​ກະ​ເປົ໋າ​ກັບ​ບ້ານ ແຕ່​ໃຫ້​ຈັບ​ກະ​ເປົ໋າ​​ອອກ​ມາ ແລ້ວ​ພາ​ຕົວ​ເອງ​ໄປ​ຮ້ານ​ກາ​ແຟ​ປະຈຳ ຫລື​ ຮ້ານ​ສະ​ດວກ​ຊື້​ໃກ້ໆ ເລືອກ​ຊື້​ຂອງ​ກິນ​ຈັກ​ຢ່າງ​ຕິດ​ໄມ້​ຕິດ​ມືແລ້ວ​ຍ່າງ​ຊົມ​ບັນ​ຍາ​ກາດ​ຂ້າງ​ນອກ ປະ​ມານ 15-30 ນາ​ທີ ຂະນະ​ທີ່​ຍ່າງ​ໃຫ້​ຄິດ​ເຖິງ​ເລື່ອງ​ອື່ນ​ທີ່​ບໍ່ແມ່ນ​ເຫດການ​ເມື່ອ​ທີ່ເຮັດໃຫ້ອາລົມບໍ່ດີທີ່​ຫາກໍ່​ເກີດ ວິທີ​ນີ້​ຈະ​ຊ່ວຍ​ປັບ​ອາລົມ​ໃຫ້​ເຈົ້າ​ດີ​ຂຶ້ນ
  3. ຫາຍ​ໃຈ​ເຂົ້າ​ເລິກ​ໆ ເອີ້ນ​ສະຕິ​ໃຫ້​ກັບ​ມາ​ທີ່​ວຽກ ຖ້າຮູ້ສຶກ​ອາລົມ​ບໍ່​ຄ່ອຍ​ຢູ່​ກັບ​ຮ່ອງ​ກັບ​ຮອຍ​ເທົ່າ​ໃດ​ໃຫ້​ນັ່ງ​ຢູ່​ກັບບ່ອນ​​ກ່ອນ ຢ່າ​​ຍ່າງ​ໄປ​ລະບາຍ​ເລື່ອງ​ລາວ​ກັບ​ເພື່ອນ ນັ່ງ​​ທີ່​ໂຕະ​ເຮັດວຽກ​ຂອງ​ຕົວ​ເອງ ຫລື​ຈັກ​ມຸມ​ທີ່​ຄົນ​ບໍ່​ຫລາຍ​ ສູບ​ລົມ​ຫາຍ​ໃຈ​ເຂົ້າ​ລຶກໆ​ພ້ອມ​ນັບ 1-4 ໃນ​ໃຈ​ແລ້ວ​ຄ່ອ​ຍໆ​ຜ່ອນ​ລົມ​ຫາຍ​ໃຈ​ຊ້າ​ໆ ເຮັດ​ຊ້ຳ​ປະ​ມານ 2-3 ຮອບ ຫລັງ​ຈາກ​ນັ້ນ​ໃຫ້​ບອກ​ກັບ​ຕົວ​ເອງ​ວ່າ​ມື້​ນີ້​ມີ​ເລື່ອງ​ຫຍັງ​ໃຫ້​ຕ້ອງ​ສະ​ສາງ​ນຳ ໃຫ້​ຮັບ​ຈັດການ​ໃຫ້​ສຳເລັດ

ບົດຄວາມຫຼ້າສຸດ

ໜາວ-ເຢັນ ສະພາບອາກາດປະຈຳວັນທີ 25 ກຸມພາ 2025 ເວລາ 6:00 ໂມງ

ສະພາບອາກາດປະຈຳວັນທີ 25 ກຸມພາ 2025 ມວນອາກາດໜາວເຢັນ ຍັງຈະສືບຕໍໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງແຮງ, ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຈະເຢັນ ຫາ ໜາວເຢັນ ລົງຢູ່ທົ່ວໄປ ແລະ...

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ຫາກຝ່າຝືນຈະຖືກຕັດເງິນເດືອນ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ສຳນັກຂ່າວ Business Standard ລາຍງານໃນວັນທີ 25 ກຸມພາ 2025 ກ່ຽວກັບເລື່ອງລາວສຸດຮືຮາ ເມື່ອບໍລິສັດແຫ່ງໜຶ່ງໃນປະເທດຈີນ ອອກກົດລະບຽບ ໃຫ້ພະນັກງານສາມາດເຂົ້າຫ້ອງນ້ຳໄດ້ພຽງຄັ້ງລະ 2...

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ ໃນວັນທີ 21 ກຸມພາ 2025 ທີ່ຜ່ານມານີ້, ບໍລິສັດ...

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...