spot_img
Homeຂ່າວພາຍ​ໃນປິດຊ່ອງທາງການສັນຈອນຊົ່ວຄາວ ຂົວນໍ້າມອນ ເມືອງວັງວຽງ ແຂວງວຽງຈັນ

ປິດຊ່ອງທາງການສັນຈອນຊົ່ວຄາວ ຂົວນໍ້າມອນ ເມືອງວັງວຽງ ແຂວງວຽງຈັນ

Published on

ໃນວັນທີ 12 ກຸມພາ 2023, ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໄດ້ອອກແຈ້ງການເຖິງຜູ້ສັນຈອນຜ່ານຂົວນໍ້າມອນ ເມືອງວັງວຽງ ແຂວງວຽງຈັນ ຕາມເສັ້ນທາງຫຼວງແຫ່ງຊາດ 13 ເໜືອ ກ່ຽວກັບການປິດການສັນຈອນເທິງໜ້າຂົວ ຊົ່ວຄາວໃນໄລຍະສ້ອມແປງ 12 ວັນ, ເລີ່ມແຕ່ວັນທີ 15-26 ກຸມພາ 2023 ນີ້.

ไม่มีคำอธิบายรูปภาพ

ທ່ານ ແວ່ນແກ້ວ ແສງແກ້ວວົງພະຈັນ ຮອງຫົວຫນ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໄດ້ກ່າວວ່າ: ເພື່ອປະຕິບັດຕາມ ຂໍ້ຕົກລົງຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ປະຕິບັດຕາມ ແຈ້ງການຂອງກົມຂົວທາງ ສະບັບເລກທີ 03478/ກຂທ, ລົງວັນທີ 09 ກຸມພາ 2023 ກ່ຽວກັບ ການປິດຊ່ອງການສັນຈອນຊົ່ວຄາວ ເພື່ອສ້ອມແປງ ຂົວນໍ້າມອນ ເມືອງວັງວຽງ ແຂວງວຽງຈັນ.

อาจเป็นรูปภาพของ ข้อความ

ເນື່ອງຈາກ ຂົວນໍ້າມອນ ກໍາລັງຢູ່ໃນໄລຍະການສ້ອມແປງ ແລະ ຈະໄດ້ປິດຊ່ອງທາງ ການສັນຈອນເທິງໜ້າຂົວຊົ່ວຄາວຄື:

ວັນທີ 15-26 ກຸມພາ 2023 ເວລາ 5:00-22:00 ເປັນເວລາ 12 ວັນ, ປິດການສັນຈອນລົດໜັກເທິງຂົວ(ນ້ຳໜັກເກີນ 4 ໂຕນ), ລົດໃຫຍ່ (ນໍ້າໜັກໜ້ອຍກວ່າ 4 ໂຕນ) ແລະ ລົດຈັກ ສາມາດສັນຈອນໄດ້.

ວັນທີ 16-21 ກຸມພາ 2023 ເວລາ 22:00-5:00 ເປັນເວລາ 6 ວັນ, ປິດການສັນຈອນລົດໃຫຍ່ (ນໍ້າໜັກ ໜ້ອຍກວ່າ 4 ໂຕນ), ລົດຈັກ ສາມາດສັນຈອນໄດ້.

ວັນທີ 15-26 ເວລາ 22:00-5:00 ເປັນເວລາ 12 ວັນ, ປິດການສັນຈອນລົດໜັກ (ນໍ້າໜັກເກີນ 4 ໂຕນ), ລົດຈັກສາມາດສັນຈອນໄດ້.

ສ່ວນການນໍາໃຊ້ທາງເວັ້ນແມ່ນນໍາໃຊ້ທາງດ່ວນ ສະຖານີວັງວຽງ ແລະ ສະຖານນີວັງຄີ ໃນໄລຍະການປິດຊົ່ວຄາວ.

ແຫຼ່ງຂ່າວ LNR

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...