Homeຂ່າວຕ່າງປະເທດຫຼາຍປະເທດໃນອາຊີພ້ອມຊ່ວຍເຫຼືອເຫດແຜ່ນດິນໄຫວໃນຕວັກກີ

ຫຼາຍປະເທດໃນອາຊີພ້ອມຊ່ວຍເຫຼືອເຫດແຜ່ນດິນໄຫວໃນຕວັກກີ

Published on

ຫຼາຍປະເທດໃນອາຊີພ້ອມໃຫ້ການຊ່ວຍເຫຼືອ ພາຍຫຼັງເກີດເຫດແຜ່ນດິນໄຫວຄັ້ງໃຫຍ່ໃນວັນຈັນທີ່ຜ່ານມານີ້ ເຮັດໃຫ້ຄົນເສຍຊີວິດເກືອບ 8.400 ຄົນ ໃນປະເທດຕວັກກີ ແລະ ຊີເຣຍ.

ເຫດແຜ່ນດິນໄຫວຂະໜາດ 7,8 ຣິກເຕີ ໃນຕວັກກີ ແລະ ພາກເໜືອຂອງຊີເຣຍ ໃນວັນທີ 6 ກຸມພາ ເຮັດໃຫ້ຄົນເສຍຊີວິດຫຼາຍເຖິງ 8.364 ຄົນ ແລະ ບາດເຈັບຫຼາຍກວ່າ 37.011 ຄົນ (ອີງຕາມການລາຍງານຫຼ້າສຸດໃນຕວກກີ).

ຍີ່ປຸ່ນ: ທ່ານ ຟຸມິໂອະ ຄິຊິດະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ໄດ້ສົ່ງທີມຊ່ວຍເຫຼືອ 18 ຄົນ ອອກເດີນທາງໄປຊ່ວຍເຫຼືອໃນວັນຈັນທີ່ຜ່ານມາ ແລະ ຍັງມີອີກ 75 ຄົນທີ່ກຳລັງຈະສົ່ງໄປ.

ຈີນ: ທ່ານ ສີ ຈິ້ນຜິງ ປະທານາທິບໍດີຂອງ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອເງິນຈຳນວນ 40 ລ້ານຢວນ ລວມເຖິງໜ່ວຍກູ້ໄພ ແລະ ທີມແພດ.

ອົດສະຕຣາລີ ແລະ ນິວຊີແລນ: ທ່ານ ແອນໂທນີ ອັລບານິສ ນາຍົກລັດຖະມົນຕີອົດສະຕຣາລີ ແລະ ທ່ານ ຄຣິສ ຮິບສກິນ ນາຍົກລັດຖະມົນຕີນິວຊີແລນ ກ່າວວ່າ ໄດ້ໃຫ້ຄວາມຊ່ວຍເຫຼືອດ້ານມະນຸດສະທຳເບື້ອງຕົ້ນຈຳນວນ 10 ລ້ານໂດລາສະຫະລັດ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຕໍ່ເຫດການແຜ່ນດິນໄຫວ.

ກຳປູເຈຍ: ລັດຖະບານກຳປູເຈຍ ໄດ້ມອບເງິນຊ່ວຍເຫຼືອດ້ານມະນຸດສະທຳຈຳນວນ 100.000 ໂດລາສະຫະລັດ.

ໄຕ້ຫວັນ: ທ່ານ ໄຊ່ ອິງເວິນ ປະທານາທິບໍດີຂອງໄຕ້ຫວັນ ໄດ້ສົ່ງເຈົ້າໜ້າທີ່ 40 ຄົນ ເດີນທາງໄປຕວັກກີໃນວັນຈັນທີ່ຜ່ານມາ ແລະ ຍັງສົ່ງໄປຕື່ມອີກ 130 ຄົນ ພ້ອມກັບທີມໝາຄົນຫາ 5 ໂຕ ແລະ ອຸປະກອນການຊ່ວຍເຫຼືອຕ່າງໆ.

ມາເລເຊຍ, ຟີລິບປິນ ແລະ ເກົາຫຼີໃຕ້: ທ່ານ ນາງ ອັລວາ ອິບຣາຮິມ ນາຍົກລັດຖະມົນຕີຂອງມາເລເຊຍ ໄດ້ສົ່ງເຈົ້າໜ້າທີ່ໄປຊ່ວຍເຫຼືອຈຳນວນ 70 ຄົນ, ທ່ານ ບົງບົງ ມາກອສ ປະທານາທິບໍດີຟິລິບປິນ ສົ່ງເຈົ້າໜ້າທີ່ໄປຊ່ວຍເຫຼືອຈຳນວນ 85 ຄົນ ແລະ ທ່ານ ຢຸນ ຊຸກ ຢອລ ປະທານາທິບໍດີເກົາຫຼີໃຕ້ ສົ່ງເຈົ້າໜ້າທີ່ໄປຊ່ວຍເຫຼືອພ້ອມກັບທີມແພດ ຈຳນວນ 118 ຄົນ ອີກດ້ວຍ.

ອິນເດຍ: ທີມແພດຂອງກອງທັບ ເຈົ້າໜ້າທີ່ກອງກຳລັງບັນເທົາໄພພິບັດແຫ່ງຊາດ (NDRF) ແລະ ແພດຈາກອິນເດຍ ກໍໄດ້ເດີນທາງໄປເຖິງຕວັກກີແລ້ວເຊັ່ນກັນ.

ໄທ: ໃນຂະນະດຽວກັນ ລັດຖະບານໄທຍັງລະບຸວ່າ ຍິນດີທີ່ຈະສົ່ງທີມກູ້ໄພ ແລະ ໃຫ້ການຊ່ວຍເຫຼືອ.

ສ່ວນ ສປປ ລາວ ຍັງບໍ່ມີສົ່ງສານສະແດງຄວາມເສຍໃຈຢ່າງເປັນທາງການຈາກບັນດາທ່ານຜູ້ນຳ ໃຫ້ແກ່ຕວັກກີ-ຊີເຣຍ ແລະ ຍັງບໍ່ໄດ້ໃຫ້ການສະໜັບສະໜູນດ້ານໃດໆ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...