spot_img
Homeຂ່າວພາຍ​ໃນຄະນະປະຈຳສະພາແຫ່ງຊາດ ຮັບຮອງການຍົກຍ້າຍ ແລະ ແຕ່ງຕັ້ງລັດຖະມົນຕີ ຈໍານວນ 3 ກະຊວງ

ຄະນະປະຈຳສະພາແຫ່ງຊາດ ຮັບຮອງການຍົກຍ້າຍ ແລະ ແຕ່ງຕັ້ງລັດຖະມົນຕີ ຈໍານວນ 3 ກະຊວງ

Published on

ໃນຕອນເຊົ້າ ວັນທີ 30 ມັງກອນ ນີ້ ທ່ານ ນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດອອກຖະແຫລງການ ຜົນຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນມັງກອນ 2023 ເຊິ່ງໃນນີ້ ໄດ້ຮັບຮອງການຍົກຍ້າຍ ແລະ ແຕ່ງຕັ້ງລັດຖະມົນຕີຈຳນວນ 03 ກະຊວງຄື:

1. ຍົກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ໃໝ່ຢູ່ແຂວງຫຼວງນ້ຳທາ.

ຍທຂ ເຊື່ອມຊຶມເອກະສານວັນສຳຄັນຂອງຊາດ – Vientiane Mai
ທ່ານ ວຽງສະຫວັດ ສີພັນດອນ

2. ຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ.

ຫຼາຍແຂວງໃນຂອບເທດທົ່ວປະເທດ ສາມາດປະຕິບັດລາຍຮັບເກີນແຜນດັດແກ້ | www.mof.gov.la
ທ່ານ ບຸນໂຈມ ອຸບົນປະເສີດ

3. ຍົກຍ້າຍ ທ່ານ ດາວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ໃໝ່ຢູ່ແຂວງສາລະວັນ.

ທ່ານ ດາວົງ ພອນແກ້ວ

4. ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ເປັນລັດຖະມົນຕີກະຊວງການເງິນ.

อาจเป็นรูปภาพของ 1 คน
ທ່ານ ສັນຕິພາບ ພົມວິຫານ

5. ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ເປັນລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ไม่มีคำอธิบายรูปภาพ
ທ່ານ ໂພໄຊ ໄຊຍະສອນ

6. ແຕ່ງຕັ້ງ ທ່ານ ງາມປະສົງ ເມືອງມະນີ ຂຶ້ນເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

ທ່ານ ງາມປະສົງ ເມືອງມະນີ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...