spot_img
Homeຂ່າວພາຍ​ໃນສປປ ລາວ ເປັນປະເທດທໍາອິດໃນອາຊຽນ ທີ່ຖືກຮັບຮອງມາດຕະຖານການສຶກສາດ້ານຜະດຸງຄັນ

ສປປ ລາວ ເປັນປະເທດທໍາອິດໃນອາຊຽນ ທີ່ຖືກຮັບຮອງມາດຕະຖານການສຶກສາດ້ານຜະດຸງຄັນ

Published on

26 ມັງກອນ 2023, ນະຄອນຫຼວງວຽງຈັນ, ສປປ ລາວ – ສະຫະພັນຜະດຸງຄັນສາກົນ ຫຼື International Confederation of Midwives (ICM) ເປັນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ມີພາລະບົດບາດຮັບຮອງມາດຕະຖານສາກົນ ແລະ ທັງເປັນຕົວແທນຕາງໜ້າໃຫ້ແກ່ວຽກງານຜະດຸງຄັນໃນທົ່ວໂລກ ໄດ້ປະກາດຢ່າງເປັນທາງການຮັບຮອງເອົາ ສູນການສຶກສາຜະດຸງຄັນ 3 ແຫ່ງໃນ ສປປ ລາວ ໃນວັນທີ 07 ມັງກອນ 2023 ທີ່ຜ່ານມາ.

ອົງການດັ່ງກ່າວໄດ້ເຂົ້າມາຢ້ຽມຢາມ ສປປ ລາວ ເພື່ອປະເມີນສະຖາບັນທັງ 3 ແຫ່ງຄື: ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ, ຫຼວງພະບາງ ແລະ ຊຽງຂວາງ ໃນຊ່ວງທ້າຍປີ 2022. ເຊິ່ງຜົນການປະເມີນທີ່ອອກມາແມ່ນສາມາດບັນລຸເກນມາດຕະຖານຂອງ ICM ໄດ້ເຖິງ 35 ໃນຈໍານວນທັງໝົດ 37 ມາດຕະຖານ, ໂດຍທີ່ສອງມາດຕະຖານທີ່ຍັງເຫຼືອສາມາດບັນລຸໄດ້ບາງສ່ວນ. ດັ່ງນັ້ນ ການຖືກຮັບຮອງມາດຕະຖານສາກົນດັ່ງກ່າວນີ້ ຈຶ່ງເປັນຜົນສໍາເລັດອັນຍິ່ງໃຫຍ່ຂອງວິທະຍາໄລທັງສາມແຫ່ງກໍ່ຄື ສປປ ລາວ.

ໂຄງການຮັບຮອງມາດຕະຖານການສຶກສາຜະດຸງຄັນຂອງ ICM (MEAP) ແມ່ນການຮັບຮອງທີ່ອີງໃສ່ຫຼັກການປະຕິບັດທີ່ດີທີ່ສຸດຂອງສາກົນ. ເປົ້າ​ໝາຍ​ຂອງໂຄງການດັ່ງກ່າວ​ ແມ່ນເພື່ອ​ປະ​ເມີນຫຼັກສູດ​ການ​ສຶກ​ສາ​ຜະ​ດຸງ​ຄັນ​ກ່ອນ​ການໃຫ້​ບໍ​ລິ​ການ ໂດຍອີງໃສ່​ມາດ​ຕະ​ຖານ​ສາກົນຂອງ ICM. ນອກນີ້ MEAP ຍັງ​ເປັນ​ຕົວ​ຊີ້​ວັດສໍາຄັນໃຫ້ແກ່​ວຽກງານການ​ສຶກ​ສາ​ຜະ​ດຸງ​ຄັນ​ ໃນການກ້າວໄປສູ່ລະດັບ​ສາ​ກົນ ແລະ ສ​ປ​ປ ລາວ ຍັງເປັນ​ປະ​ເທດ​ທຳ​ອິດ​ໃນ​ອາ​ຊຽນທີ່​ຖືກ​ຮັບຮອງ.

ທ່ານ ປອ. ດຣ. ບຸນແຟງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະແດງຄວາມຊົມເຊີຍຍິນດີຕໍ່ກັບວິທະຍາໄລທັງ 3 ແຫ່ງທີ່ໄດ້ສູ້ຊົນພັດທະນາຕົນຈົນສາມາດຜ່ານເກນການຮັບຮອງໃນລະດັບສາກົນ.  ດຣ ບຸນແຟງ ກ່າວວ່າ “ວິທະຍາໄລທັງສາມແຫ່ງ ໄດ້ຜ່ານການຮັບຮອງມາດຕະຖານລະດັບຊາດໃນປີທີ່ຜ່ານມາ ແລະ ໃນຕົ້ນປີນີ້ເອງກໍ່ສາມາດບັນລຸມາດຕະຖານສາກົນ MEAP ໄດ້ທັນທີ. ສຳລັບ ສປປ ລາວ, MEAP ຈະຊ່ວຍຮັບປະກັນໃຫ້ຫຼັກສູດການສຶກສາຜະດຸງຄັນມີຄວາມແທດເໝາະສາມາດໝູນໃຊ້ຫຼັກປະຕິບັດທີ່ດີທີ່ສຸດເຂົ້າກັບສະພາບຕົວຈິງ ພ້ອມທັງປິດຊ່ອງວ່າງຕ່າງໆ ເພື່ອໃຫ້ສາມາດສຸມໃສ່ພັດທະນາ ແລະ ຍົກສູງຄຸນະພາບການສຶກສາຜະດຸງຄັນໃຫ້ມີປະສິດທິພາບ ແລະ ຍືນຍົງ.”

ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ ອົງການ UNFPA ໄດ້ຮ່ວມມືກັບກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາ ຢ່າງໃກ້ຊິດໃນການສະໜັບສະໜູນວຽກງານຜະດຸງຄັນຂອງ ສປປ ລາວ. ການຊຸກຍູ້ໃຫ້ສູນການສຶກສາຜະດຸງຄັນທີ່ມີທ່າອ່ຽງໃຫ້ຖືກຮັບຮອງຈາກສາກົນ ກໍ່ແມ່ນສ່ວນໜຶ່ງຂອງການສະໜັບສະໜູນທີ່ສໍາຄັນຈາກ ອົງການ UNFPA.

ທ່ານ ຮ.ສ. ປ.ອ. ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໃຫ້ຄໍາເຫັນວ່າ: “ສະຖາບັນການສຶກສາຜະດຸງຄັນທັງສາມແຫ່ງໄດ້ມີຄວາມມານະພະຍາຍາມເປັນຢ່າງຍິ່ງໃນການຍົກລະດັບສະຖາບັນໃຫ້ຜ່ານການປະເມີນຜົນຢ່າງຮອບດ້ານຄື: ດ້ານການບໍລິຫານ, ໂຄງສ້າງນັກສຶກສາ, ໂຄງສ້າງນິສິດເກົ່າ, ບຸກຄະລາກອນປະຈໍາຄະນະ, ການປະເມີນກວດກາ ແລະ ສອບເສັງ, ອຸປະກອນ, ສິ່ງອໍານວຍຄວາມສະດວກໃນການສິດສອນ ແລະ ສະຖານທີ່ອົບຮົມດ້ານຄຣີນິກ. ການຮັບຮອງມາດຕະຖານການສິດສອນຜະດຸງຄັນໃນ ສປປ ລາວ ທີ່ມີຄວາມໝາຍນີ້ ນອກຈາກເປັນຂີດໝາຍສໍາຄັນຕໍ່ກັບຄຸນະພາບການສຶກສາແລ້ວ ຍັງຖືເປັນການຮັບປະກັນຄຸນະພາບຂອງນັກສຶກສາຜະດຸງຄັນທີ່ໄດ້ສໍາເລັດການສຶກສານໍາອີກ.”

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າຂອງອົງການ UNFPA ປະຈໍາ ສປປ ລາວ, ກ່າວວ່າ, “ບັນດາຜະດຸງຄັນຂອງພວກເຮົາມີຄວາມພາກພູມໃຈຫຼາຍ ເພາະການຮັບຮອງດັ່ງກ່າວແມ່ນໝາກຜົນສໍາຄັນຈາກການເຮັດວຽກຢ່າງໜັກ ໂດຍສະເພາະໃນໄລຍະທີ່ຕ້ອງປະເຊີນກັບສິ່ງທ້າທາຍຈາກພະຍາດໂຄວິດ-19 ໃນສອງສາມປີທີ່ຜ່ານມາ. ໄລຍະເວລາຂອງການຮັບຮອງແມ່ນຈະມີຜົນເປັນເວລາສາມປີ ແຕ່ຜະດຸງຄັນຂອງເຮົາກໍ່ໄດ້ລິເລີ່ມວາງແຜນ ເພື່ອຮັກສາສະຖານະພາບ MEAP ໄວ້ນັບຕັ້ງແຕ່ຕອນນີ້ໄປ! ອົງການ UNFPA ຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ສະໜັບສະໜູນຜົນສຳເລັດອັນສໍາຄັນນີ້ແກ່ການສຶກສາຜະດຸງຄັນໃນ ສປປ ລາວ!

ຂໍ້ມູນການຄົ້ນຄວ້າສຶກສາຫຼ້າສຸດໄດ້ສະແດງໃຫ້ເຫັນວ່າ ຜະດຸງຄັນ ທີ່ຜ່ານການຝຶກອົບຮົມເປັນຢ່າງດີ, ມີອຸປະກອນທີ່ຈໍາເປັນ ແລະ ມີເຄືອຂ່າຍການບໍລິການທີ່ເຂົ້າເຖິງໄດ້ ຈະສາມາດຕອບສະໜອງຄວາມຕ້ອງການດ້ານສຸຂະພາບຂອງແມ່ໄດ້ເຖິງ 80%. ຜະດຸງຄັນ ມີບົດບາດສໍາຄັນເປັນຢ່າງຍິ່ງໃນການຫຼຸດຜ່ອນການເສຍຊີວິດຂອງແມ່ໃນ ສປປ ລາວ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...