Homeຂ່າວພາຍ​ໃນປກສ ແຂວງສະຫວັນນະເຂດ ແຈ້ງການຫາເຈົ້າຂອງລົດຈັກຈໍານວນ 372 ຄັນ

ປກສ ແຂວງສະຫວັນນະເຂດ ແຈ້ງການຫາເຈົ້າຂອງລົດຈັກຈໍານວນ 372 ຄັນ

Published on

ກອງບັນຊາການ ປກສ ແຂວງສະຫວັນນະເຂດ ອອກແຈ້ງການ:

  1. ເຖິງພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ຊາວຄ້າຂາຍ, ນັກຮຽນນັກສຶກສາ, ຕະຫຼອດຮອດພໍ່ ແມ່ປະຊາຊົນ ບັນດາເຜົ່າ ພາຍໃນແຂວງ ສະຫວັນນະເຂດ ທີ່ເປັນເຈົ້າຂອງລົດຈັກຈໍານວນ 372 ຄັນໃຫ້ ນໍາເອົາເອກະສານລົດເຂົ້າມາພົວພັນນໍາເຈົ້າຫນ້າທີ່ຕໍາຫຼວດຢູ່ພະແນກຕໍາຫຼວດຈະລາຈອນແຂວງ ແລະ ຢູ່ກອງບັນຊາການ ປກສ ເມືອງ ວິລະບູລີ ຕາມໂມງລັດຖະການພາຍໃນ 60 ວັນ ນັບແຕ່ວັນທີ 01 ມັງ ກອນ ຫາ 01 ມີນາ 2023 ຖ້າກາຍກໍານົດເວລາດັ່ງກ່າວແລ້ວຈະໄດ້ສະເໜີພາກສ່ວນກຽ່ວຂ້ອງຢຶດເປັນ ຂອງລັດປະມູນຂາຍຕາມລະບຽບກົດໝາຍ.
  2. ລົດຈໍານວນດັ່ງກ່າວແມ່ນໄດ້ມາຈາກການກວດກາການ, ດໍາເນີນຄະດີຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແຂວງຈໍານວນ 24 ຄັນ, ໄດ້ຈາກການປະຕິບັດໜ້າທີ່ຂອງເຈົ້າຫນ້າທີ່ພະແນກຕໍາຫຼວດເສດຖະກິດຈໍານວນ 62 ຄັນ ແລະ ໄດ້ຈາກການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ປກສ ເມືອງ ວິລະບູລີ ຈໍານວນ 286 ຄັນ ລວມ 372 ຄັນ. ເຊິ່ງລົດຈໍານວນດັ່ງກ່າວໄດ້ຮັກສາໄວ້ຢູ່ພະແນກຕໍາຫຼວດຈະລາຈອນ (ຫຼັກ08) ຈໍານວນ 86 ຄັນ ແລະ ຢູ່ ປກສ ເມືອງ ວິລະບູລີ ຈໍານວນ 286 ຄັນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...