spot_img
Homeຂ່າວພາຍ​ໃນພິທີປູກຕົ້ນຊາກຸຣະ ເພີ່ມຕື່ມ 150 ຕົ້ນ ທີ່ ເມືອງວຽງໄຊ, ແຂວງຫົວພັນ

ພິທີປູກຕົ້ນຊາກຸຣະ ເພີ່ມຕື່ມ 150 ຕົ້ນ ທີ່ ເມືອງວຽງໄຊ, ແຂວງຫົວພັນ

Published on

ພິທີປູກຕົ້ນຊາກຸຣະ ໄດ້ຖືກຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ມັງກອນ 2023, ທີ່ ສວນຊາກຸຣະມິດ ຕະພາບລາວ-ຍີ່ປຸ່ນ ເມືອງວຽງໄຊ, ແຂວງຫົວພັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ທ່ານ ວັນໄຊ ແພງຊຸມມາ, ເຈົ້າແຂວງແຂວງຫົວພັນ, ທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ແລະ ມີແຂກກິດຕິມະສັກຄື ທ່ານ ພັນຄໍາ ວິພາວັນ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຮສ. ປອ. ພຸດ ສິມມະລາວົງ, ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງຝ່າຍ ສປປ ລາວ ແລະ ຝ່າຍຍີ່ປຸ່ນ ເຂົ້າຮ່ວມຢ່າງພ້ອມພຽງ.

อาจเป็นรูปภาพของ 12 คน, ผู้คนกำลังยืน และ กลางแจ้ง

ໃນພິທີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງແຂວງຫົວພັນ ໄດ້ກ່າວເປີດພິທີຢ່າງເປັນທາງການ, ພ້ອມນັ້ນກໍມີການຂຶ້ນມີຄໍາເຫັນຕໍ່ພິທີ, ເຊິ່ງຕາງໜ້າລັດຖະບານ ສປປ ລາວ ໂດຍແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ໂດຍແມ່ນ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ. ຈາກນັ້ນ, ກໍໄດ້ມີການຮັບຊົມການສາທິດວິທີການປູກຕົ້ນຊາກຸຣະ ຈາກຊ່ຽວຊານຍີ່ປຸ່ນ ແລະ ມີການປູກຕົ້ນຊາກຸຣະ ເພື່ອເປັນທີ່ລະນຶກ ຂອງບັນດາການນໍາ ທີ່ເຂົ້າຮ່ວມພິທີດັ່ງກ່າວ.

อาจเป็นรูปภาพของ 12 คน, ผู้คนกำลังนั่ง และ ผู้คนกำลังยืน

ການປູກຕົ້ນຊາກຸຣະ ເພີ່ມຕື່ມ ຈໍານວນ 150 ຕົ້ນ ໃນມື້ນີ້ ແມ່ນນອນຢູ່ໃນແຜນປະຕິບັດງານ ລາວ-ຍີ່ປຸ່ນ ທີ່ສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ປະ ກາດຮັບຮອງເອົາ ໃນເດືອນເມສາ 2021 ຜ່ານມາ. ໂຄງການປູກຕົ້ນຊາກຸຣະ ຢູ່ ສປປ ລາວ ແມ່ນໂຄງການທີ່ເປັນສັນ ຍາລັກແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມທີີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ, ເຊິ່ງເບື້ອງຕົ້ນໄດ້ມີແຜນປູກເພີ່ມຕື່ມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (05 ມີນາ 1955) ຄົບຮອບ 65 ປີ ໃນປີ 2020 ຜ່ານມາ, ແຕ່ໄດ້ຖືກເລື່ອນອອກໄປ ຍ້ອນສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

อาจเป็นรูปภาพของ 10 คน, ผู้คนกำลังยืน, ต้นไม้ และ กลางแจ้ง

ການປູກຕົ້ນຊາກຸຣະ ໃນມື້ນີ້ເກີດຂຶ້ນໄດ້ ຍ້ອນການຮ່ວມແຮງຮ່ວມໃຈ ແລະ ການປະສານງານຢ່າງໃກ້ຊິດ ລະຫວ່າງ ພາກ ສ່ວນກ່ຽວ ຂ້ອງຂອງສອງຝ່າຍ ຍີ່ປຸ່ນ ແລະ ສປປ ລາວ ທັງພາກສ່ວນລັດຖະ ບານ ແລະ ປະຊາຊົນ, ໂດຍສະເພາະ ມູນນິທິກອງທຶນການສຶກສາ ຢາມາດະ ໂອຊາມິດຊຶ (YAMADA Osamitsu) ທີ່ໄດ້ສືບສານເຈຕະນາລົມຂອງສອງລັດຖະ ບານ ຍີ່ປຸ່ນ ແລະ ສປປ ລາວ ໂດຍການນໍາເອົາຕົ້ນຊາກຸຣະມາປູກເພີ່ມ ຕື່ມ, ລວມທັງການຊ່ວຍສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະ 30 ປີ, ອົງການຄົນພິການອາຊີ ເພື່ອການພັດທະ ນາ (ADDP) ທີ່ໄດ້ທຸ່ມເຫື່ອເທແຮງໃນການບໍາລຸງຮັກສາສວນຊາກຸຣະມິດຕະ ພາບ ລາວ-ຍີ່ປຸ່ນ ແຫ່ງນີ້ ແລະ ພາກສ່ວນອື່ນໆ.

ດອກຊາກຸຣະ ແມ່ນດອກໄມ້ປະຈໍາຊາດຂອງຍີ່ປຸ່ນທີ່ມີຄວາມສວຍສົດງົດງາມ ແລະ ເປັນທີ່ຮັກມັກຂອງຊາວຍີ່ປຸ່ນ ແລະ ຊາວລາວ ເໝືອນດັ່ງດອກຈໍາປາຂອງລາວທີ່ເປັນດອກໄມ້ປະຈໍາຊາດ, ດັ່ງນັ້ນການປູກຕົ້ນຊາກຸຣະ ເພີ່ມຕື່ມ ຢູ່ ສວນຊາກູຣະມິດຕະພາບ ລາວ-ຍີ່ປຸ່ນ ໃນຄັ້ງນີ້ ຈະຍິ່ງເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການຍົກສູງຍິ່ງຂຶ້ນ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ກໍຄືຈະເປັນການແລກປ່ຽນດ້ານວັດທະນະທໍາ ລະ ຫວ່າງ ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ, ເຊິ່ງຢູ່ ເມືອງວຽງໄຊ ມີຕົ້ນດອກຊາກຸຣະ, ຢູ່ ສວນສັດກຽວໂຕ ມີຊ້າງລາວ. ພ້ອມດຽວກັນນັ້ນ, ສວນຊາກຸຣະມິດ ຕະພາບ ລາວ-ຍີ່ປຸ່ນ ແຫ່ງນີ້ ຈະປະກອບສ່ວນໃນການສົ່ງເສີມການທ່ອງທ່ຽວ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງຫົວພັນໃນຕໍ່ໜ້າ.

ຂ່າວ: ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...