Homeຂ່າວພາຍ​ໃນແຂວງຜົ້ງສາລີຈັດການສອນລົດ 4x4 (ໂຟວິນ) ແບບບໍ່ເສຍຄ່າ

ແຂວງຜົ້ງສາລີຈັດການສອນລົດ 4×4 (ໂຟວິນ) ແບບບໍ່ເສຍຄ່າ

Published on

ອີງຕາມແຈ້ງການເລກທີ16/ຍທຂ ຂອງພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຜົ້າສາລີເຂົ້າຮ່ວມຝຶກອົບຮົມການສອນຂັບຂີ່ລົດ 4×4 ມີ 4 ປະເທດ ຢູ່ແຂວງຜົ້ງສາລີ ຂອງບໍລິສັດ ສະປອດມີເດຍ ຈໍາກັດ.

ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ພະນັກງານ, ອົງການ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ, ຊາວຕ່າງປະເທດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ພາຍໃນແຂວງຜົ້ງສາລີ ຊາບທົ່ວເຖີງກັນວ່າ: ບໍລິສັດ ສະປອດມີເດຍ ຈໍາກັດ ມີຈຸດປະສົງ ຝຶກອົບຮົມການ ສອນຂັບລົດ 4×4 (ໂຟວິນ) ໂດຍມີ 4 ປະເທດເຂົ້າຮ່ວມ: ລາວ, ໄທ, ຫວຽດນາມ ແລະ ຈີນ ສະຖານທີ່ສອນຂັບຂີ່ ແມ່ນຢູ່ເທດສະບານ ແຂວງໃຫມ່ ເມືອງບຸນເຫນືອ ເລີ່ມແຕ່ວັນທີ 25 – 29 ມັງກອນ 2023. ທັງນີ້ກໍ່ເພື່ອເຮັດໃຫ້ຜູ້ຂັບຂີ່ລົດດັ່ງກ່າວເຂົ້າໃຈ ແລະ ຮຽນຮູ້ລະບົບ ຂັບຂີ່ລົດ 4×4 ໃຫ້ຖືກຕ້ອງ ແລະ ຖືກວິທີ ພ້ອມທັງຮັກສາລົດຂອງທ່ານເອງ ໃຫ້ມີການໃຊ້ງານຍາວນານ, ຖຶກຕ້ອງຕາມລະບຽບຈາລະຈອນ, ຫຼີກລ່ຽງການເກີດອຸປະຕິເຫດ, ຂັບຂີ່ປອດໄພ ຮັກສາຊັບສົມບັດຂອງຊາດ ແລະ ຂອງສ່ວນຕົວ. ການຝຶກອົບຮົມ ຄັ້ງນີ້ບໍລິສັດຈະມີໃບຢັ້ງຢືນໃຫ້, ຄ່າຝຶກອົບຮົມແມ່ນບໍ່ໄດ້ເສຍຄ່າແຕ່ດ້ານພາຫະນະ, ນໍ້າມັນລົດ, ອັດຕາກິນ, ຄ່າພັກເຊົາແມ່ນກຸ້ມຕົນເອງ. ທ່ານໃດທີ່ມີຄວາມສົນໃຈ ແມ່ນສາມາດຕິດຕໍ່ພົວພັນນໍາຜູ້ຮັບຜິດຊອບໄດ້ ເບີ ໂທ: 020 58995565, ລາຍລະອຽດມີວາລະຕິດຄັດມາພ້ອມນີ້.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...