Homeຂ່າວພາຍ​ໃນບໍ່ຄຳ-ທອງ ເຊໂປນ ຂອງ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ຜະລິດຄຳໄດ້ 6,7 ໂຕນ ໃນປີ 2022

ບໍ່ຄຳ-ທອງ ເຊໂປນ ຂອງ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ຜະລິດຄຳໄດ້ 6,7 ໂຕນ ໃນປີ 2022

Published on

ໃນປີ 2022, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ສາມາດຜະລິດຄຳໄດ້ຫຼາຍກວ່າ 6,7 ໂຕນ ແລະ ທອງ 6.600 ໂຕນ ອັນໄດ້ສະໜັບສະໜູນລາຍຮັບຈາກການສົ່ງອອກ ແລະ ການພັດທະນາເສດຖະກິດ-ສັງຄົມ ຢູ່ໃນ ສປປ ລາວ.

ຄາດໝາຍການຜະລິດທີ່ຕັ້ງໄວ້ສຳລັບປີ 2023 ແມ່ນ ຄຳຫຼາຍກວ່າ 6 ໂຕນ ແລະ ທອງ 7.000 ໂຕນ.
ຕັ້ງແຕ່ເລີ່ມດຳເນີນງານໃນປີ 2003, ບໍລິສັດ ລຊມລ ໄດ້ປະກອບສ່ວນຫຼາຍກວ່າ US$1.6 ຕື້ເປັນລາຍຮັບໂດຍກົງໃຫ້ແກ່ລັດຖະບານລາວ ຜ່ານການຈ່າຍພາສີອາກອນ, ຄ່າຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ. ນອກຈາກນີ້, ກໍໄດ້ປະກອບ່ສວນຫຼາຍຮ້ອຍລ້ານໂດລາໃສ່ການສ້າງວຽກເຮັດງານທຳ, ການຝຶກອົບຮົມ, ການພັດທະນາຊຸມຊົນ ແລະ ທຸລະກິດທ້ອງຖິ່ນ.
ໃນປີ 2022, ພວກເຮົາໄດ້ເປີດບໍ່ແຮ່ໃຕ້ດິນທີ່ທັນສະໄໝແຫ່ງທຳອິດ ຂອງ ສປປ ລາວ ຢູ່ ບໍ່ຄຳ-ທອງ ເຊໂປນ ອັນໄດ້ເປັນແບບຢ່າງ ແລະ ບັນທັດຖານໃຫ້ແກ່ໂຄງການບໍ່ແຮ່ອື່ນໆ ກໍຄື ການຂະຫຍາຍອາຍຸການບໍ່ແຮ່ຄຳ-ທອງ ເຊໂປນ ໄປເຖິງປີ 2033 ເປັນຢ່າງຕ່ຳ.

ນັບຕັ້ງແຕ່ປີ 2016, ລຊມລ ສາມາດຮັກສາ ໃບກຽດຕິສັກ-ຜົນງານປະເພດສູງສຸດ ຂັ້ນ A+ ຈາກ ກະຊວງພະລັງງານ ແລະ ບໍ່ແຮ່ ສຳລັບການຮັກສາມາດຕະຖານດ້ານສິ່ງແວດລ້ອມ ແລະ ການພັດທະນາຊຸມຊົນ.
ລຊມລ ໄດ້ບັນລຸໝາກຜົນທີ່ດີ ໃນວຽກງານພັດທະນາຊຸມຊົນ ໂດຍການຮ່ວມມືກັບລັດຖະບານລາວ ແລະ ຊຸມຊົນທ້ອງຖິ່ນ ຢ່າງສະເໝີມາ. ຜົນງານເຫຼົ່ານີ້ ໄດ້ເປັນສິ່ງຂັບເຄື່ອນໃຫ້ເມືອງວິລະບູລີ ໄດ້ຫລຸດພົ້ນຈາກສະຖານະເມືອງທີ່ທຸກຍາກທີ່ສຸດໄດ້ ໃນປີ 2015 ລຊມລ ໄດ້ຊື້ສິນຄ້າທ້ອງຖິ່ນຢ່າງຕ່ຳ US$3 ລ້ານ (75% ຂອງໝາກໄມ້, ຜັກ ແລະ ຜົນຜະລິດທ້ອງຖິ່ນ) ຜ່ານຫົວໜ່ວຍທຸລະກິດທ້ອງຖິ່ນ – ເຊິ່ງໄດ້ສ້າງລາຍໄດ້ໃຫ້ແກ່ທຸລະກິດທ້ອງຖິ່ນລວມທັງໝົດຫຼາຍກວ່າ US$50 ລ້ານ – ກໍຄື ສ້າງລາຍໄດ້ໃຫ້ແກ່ປະຊາຊົນທ້ອງຖິ່ນ.

ແຜນງານການພັດທະນາຊຸມຊົນຂອງພວກເຮົາ ສຸມໃສ່ ສາທາລະນະສຸກຂອງຊຸມຊົນ, ການສຶກສາຂອງອະນຸຊົນ-ຄົນຮຸ່ນຫຼັງ, ການປະຕິບັດກະສິກຳແບບຍືນຍົງ ແລະ ການປັບປຸງຊີວິດການເປັນຢູ່ໃຫ້ແກ່ຊຸມຊົນຜູ້ດ້ອຍໂອກາດ. ພວກເຮົາຈະສືບຕໍ່ຮ່ວມມື ແລະ ປຶກສາຫາລືກັບຊຸມຊົນທ້ອງຖິ່ນ ແລະ ຄູ່ຮ່ວມງານອື່ນໆ ກ່ຽວກັບ ບູລິມະສິດຂອງວຽກງານການພັດທະນາຊຸມຊົນ.

ໃນເດືອນ ເມສາ 2022, ລຊມລ ໄດ້ບໍລິຈາກ US$5 ລ້ານ ໃຫ້ແກ່ ແຂວງສະຫວັນນະເຂດ ເພື່ອຍົກລະດັບເສັ້ນທາງຫຼວງ 28A ຍາວ 41,56ກມ ຈາກນາບໍ່ ເຖິງ ເມືອງວິລະບູລີ ເຊິ່ງຈະສະໜອງ ການເຂົ້າເຖິງຕະຫຼາດທີ່ດີກວ່າເກົ່າສຳລັບປະຊາຊົນກວ່າ 40.000 ຄົນ. ເສັ້ນທາງ 28A ເປັນເສັ້ນທາງສຳຄັນທີ່ເຊື່ອມຕໍ່ ແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ທີ່ເຊື່ອມຈອດ ສປປ ລາວ ກັບ ຫວຽດນາມ ແລະ ໄທ.

ລຊມລ ໄດ້ລົງທຶນປະມານ US$34 ລ້ານໃສ່ໂຄງລ່າງພື້ນຖານ ເພື່ອຂະຫຍາຍຕາຂ່າຍໄຟຟ້າຈາກ ເມືອງທ່າແຂກ ເຖິງ ມະຫາໄຊ ໂດຍການຮ່ວມມືກັບ ລັດວິສາຫະກິດໄຟຟ້າລາວ ອັນໄດ້ຂະຫຍາຍໂອກາດດ້ານເສດຖະກິດໃຫ້ແກ່ຊຸມຊົນຢູ່ເຂດຊົນນະບົດ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...