spot_img
Homeນານາສາລະວຽກອະນາໄມເຮືອນທີ່ເຮັດແລ້ວອັນຕະລາຍ

ວຽກອະນາໄມເຮືອນທີ່ເຮັດແລ້ວອັນຕະລາຍ

Published on

ການອະນາໄມທີ່ຈະເປັນອັນຕະລາຍຕໍ່ຄົນເຮັດ ແລະ ສິ່ງທີ່ຈະອະນາໄມມີຄື:

1.​ ອະນາໄມໂດຍບໍ່ມີອຸປະກອນປ້ອງກັນ

ເວລາອະນາໄມ ຢ່າລືມໃຫ້ອຸປະກອນປ້ອງກັນຕ່າງໆເຊັ່ນ ຖົງມື ເພື່ອປ້ອງກັນພິດຈາກການສຳພັດກັບເຄມີ ຖ້າເຈົ້າຕ້ອງອະນາໄມກັບຜະລິດຕະພັນທີ່ມີສານເຄມີແຮງ ຕ້ອງໃສ່ໜ້າກາກອະນາໄມ ແລະ ແວ່ນປ້ອງກັນ ເພື່ອບໍ່ໃຫ້ກິ່ນອາຍສານເຄມີເຂົ້າຕາ-ດັງ.

2. ປະສົມຜະລິດຕະພັນຫຼາຍອັນ

ບາງຜະລິດຕະພັນທຳຄວມສະອາດປະສົມກັນແລ້ວປອດໄພ ແຕ່ຜະລິດຕະພັນຈຳນວນຫຼາຍກໍເປັນອັນຕະລາຍ ເຊັ່ນ ແອມໂມເນຍ ກັບ ສານຟອກຂາວ.

3. ຢ່າໃຊ້ຫຍັງກໍໄດ້ ອະນາໄມພື້ນໄມ້

ບໍ່ແມ່ນວ່າຜະລິດຕະພັນທຳຄວາມສະອາດທຸກແບບຈະອະນາໄມພື້ນໄມ້ໄດ້ໝົດ ເນື່ອງຈາກພື້ນໄມ້ເປັນຫຍັງທີ່ຕ້ອງລະວັງກວ່າພື້ນກາໂລ່ ດັ່ງນັ້ນ ຄວນເລືອກຜະລິດຕະພັນທຳຄວາມສະອາດສະເພາະພື້ນໄມ້ເທົ່ານັ້ນ ເພື່ອຮັກສາພື້ນໄມ້ໃຫ້ເງົາງາມດົນ.

ຂໍ້ມູນ SANOOK

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...