Homeຂ່າວຕ່າງປະເທດທ່ານ ຫງຽນ ຊວນ ຟຸກ ລາອອກຈາກຕຳແໜ່ງເພື່ອເຂົ້າຮັບບຳນານ

ທ່ານ ຫງຽນ ຊວນ ຟຸກ ລາອອກຈາກຕຳແໜ່ງເພື່ອເຂົ້າຮັບບຳນານ

Published on

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກແຈ້ງເຫັນດີໃຫ້ ທ່ານ ຫງຽນ ຊວນ ຟຸກ ປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ລາອອກຈາກສະມາຊິກພັກ ແລະ ຕຳແໜ່ງປະທານປະເທດ ຕາມຄຳສະເໜີຂອງທ່ານ ຫງຽນ ຊວນ ຟຸກ.

ຕາມການລາຍງານຂອງ Lao Dong ແລະ TTXVN ວັນທີ 17/01/2023 ທີ່ສຳນັກງານ​ສູນ​ກາງ​ພັກ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ພິຈາລະນາ ​ແລະ ປະກອບ​ຄຳ​ເຫັນກ່ຽວກັບການເຂົ້າບຳນານຂອງ ທ່ານ ຫງຽນ ຊວນ ຟຸກ ປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

ທ່ານ ຫງຽນ ຊວນ ຟຸກ ເຂົ້າຮັບຕຳແໜ່ງປະທານປະເທດຫວຽດນາມຕັ້ງແຕ່ວັນທີ 5 ເມສາ ປີ 2021 ແລະ ເຄີຍດຳລົງຕຳແໜ່ງນາຍົກລັດຖະມົນຕີ ໃນວັນທີ 7 ເມສາ 2016 ຫາ ວັນທີ 2 ເມສາ 2021.

ທ່ານເປັນຜູ້ນຳທີ່ສຳຄັນ ແລະ ປະຊາຊົນຫວຽດນາມເຄົາລົບ.

ບົດຄວາມຫຼ້າສຸດ

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...