spot_img
Homeຂ່າວພາຍ​ໃນສ ເກົາຫຼີ ຊ່ວຍເຫຼືອເຂົ້າໃຫ້ປະຊາຊົນຜູ້ທຸກຍາກ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນ ສປປ ລາວ

ສ ເກົາຫຼີ ຊ່ວຍເຫຼືອເຂົ້າໃຫ້ປະຊາຊົນຜູ້ທຸກຍາກ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນ ສປປ ລາວ

Published on

ລັດຖະບານ ສ ເກົາຫຼີ ໄດ້ມອບເຂົ້າສານຈ້າວຈຳນວນ 1.314 ໂຕນ ລວມມູນຄ່າ 1,26 ລ້ານໂດລາ ໃຫ້ແກ່ລັດຖະບານລາວ ເພື່ອນຳໄປຊ່ວຍປະຊາຊົນ ຜູ້ທຸກຍາກ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນຂອບເຂດທົ່ວປະເທດ.

ພິທີມອບ-ຮັບເຂົ້າຈຳນວນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 13 ມັງກອນ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍແມ່ນ ທ່ານ ຢຸງ ຊູຈຸງ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳລາວ ເປັນຜູ້ກ່າວມອບ ແລະ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ກ່າວຮັບ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອສະໜັບສະໜູນປະຊາຊົນ ສປປ ລາວ ໃນການແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄວາມທ້າທາຍທາງດ້ານງົບປະມານທີ່ເກີດຈາກວິກິດການດ້ານສະບຽງອາຫານ ແລະ ນ້ຳມັນເຊື້ອໄຟໂລກ, ສາທາລະນະລັດ ເກົາຫຼີ ໄດ້ສືບຕໍ່ບໍລິຈາກເຂົ້າສານເພື່ອແຈກຢາຍໃຫ້ປະຊາຊົນທີ່ດ້ອຍໂອກາດ ແລະ ຜູ້ທີ່ໄດ້ຮັບຜົນກະທົບໜັກຈາກວິກິດການດັ່ງກ່າວ. ການຊ່ວຍເຫຼືອຄັ້ງນີ້ ແມ່ນເປັນປີທີສອງ ຕິດຕໍ່ກັນ ຊຶ່ງເຂົ້າສານຈຳນວນ 1.314 ໂຕນ ລວມມູນຄ່າປະມານ 1,26 ລ້ານໂດລາ ໄດ້ມາຮອດສາງ ທີ່ນະຄອນຫຼວງວຽງຈັນ ເພື່ອນຳໄປຊ່ວຍເຫຼືອໃຫ້ແກ່ປະຊາຊົນຫຼາຍກວ່າ 100.000 ຄົນ ໃນຂອບເຂດທົ່ວປະເທດໃນໄວໆນີ້.

ທ່ານນາງ ໃບຄຳ ຂັດທິຍະ ກ່າວວ່າ: “ເຂົ້າສານຈາກ ສ ເກົາຫຼີ ຈະສືບຕໍ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢູ່ເຂດຫ່າງໄກສອກຫຼີກທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ເປັນຕົ້ນແມ່ນປະຊາຊົນທີ່ຢູ່ໃນເຂດທີ່ມີຄວາມສ່ຽງສູງ. ພວກເຮົາຂໍສະແດງຄວາມຂອບໃຈສໍາລັບການສະໜັບສະໜູນຈາກ ສ ເກົາຫຼີ, ໂດຍສະເພາະໃນສະພາວະແບບນີ້ທີ່ຊຸມຊົນກຳລັງພົບກັບຄວາມຫຍຸ້ງຍາກລຳບາກ ເນື່ອງຈາກເຄື່ອງອຸປະໂພກ ບໍລິໂພກທີ່ມີລາຄານັບມື້ນັບສູງຂຶ້ນເປັນຕົ້ນແມ່ນ ລາຄາອາຫານ, ນໍ້າມັນເຊື້ອໄຟ ແລະ ຝຸ່ນຊີວະພາບ”.

ທ່ານທູດ ສ ເກົາຫຼີ ກ່າວວ່າ: “ກະຊວງກະສິກຳ, ອາຫານ ແລະ ຊົນນະບົດ ຂອງ ສ ເກົາຫຼີ ໄດ້ສະໜອງເຂົ້າສຸກເສີນໃຫ້ແກ່ປະເທດຕ່າງໆໂດຍຜ່ານອົງການອາຫານໂລກຕັ້ງແຕ່ປີ 2018 ເປັນຕົ້ນມາ. ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນປະໂຫຍດຈາກການສະໜັບສະໜູນດັ່ງກ່າວນີ້ຕັ້ງແຕ່ປີ 2021 ແລະ ພວກເຮົາມີຄວາມສົນໃຈຫຼາຍທີ່ຈະຊ່ວຍຮັກສາຄວາມໝັ້ນຄົງທາງດ້ານສະບຽງອາຫານໃຫ້ແກ່ປະເທດທີ່ໄດ້ຮັບການຊ່ວຍເຫຼືອ. ການສະໜັບສະໜູນດັ່ງກ່າວ ແມ່ນສອດຄ່ອງກັບນະໂຍບາຍ ຂອງພວກເຮົາໃນການສືບຕໍ່ເອົາໃຈໃສ່ຮ່ວມມື ແລະ ໃຫ້ການຊ່ວຍເຫຼືອແກ່ບັນດາປະເທດອາຊຽນ”

ທ່ານ ຢານ ເດວບາເຣີ ຜູ້ອໍານວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາ ສປປ ລາວ ກ່າວວ່າ: “ພວກເຮົາຕີລາຄາສູງຕໍ່ການຂະຫຍາຍການພົວພັນທີ່ພວກເຮົາມີກັບ ສ ເກົາຫຼີ ຊຶ່ງກາຍເປັນໜຶ່ງໃນບັນດາຜູ້ໃຫ້ທຶນທີ່ສຳຄັນທີ່ສຸດຂອງພວກເຮົາ.

ເຂົ້າສານຈາກ ສ ເກົາຫຼີ, ຊ່ວຍເຮັດໃຫ້ອົງການອາຫານໂລກ ສາມາດສະໜອງສະບຽງອາຫານສຸກເສີນ ເພື່ອຊ່ວຍເຫຼືອປະຊາຊົນກວ່າ 10.091 ຄົນຢູ່ແຂວງໄຊຍະບູລີ ໃນການຟື້ນຟູຈາກຜົນກະທົບຈາກພາຍຸເຂດຮ້ອນໂກກູມາ ໃນປີ 2021 ແລະ ຍັງໄດ້ເພີ່ມການຊ່ວຍເຫຼືອໃຫ້ແກ່ເດັກນັກຮຽນກວ່າ 84.000 ຄົນ ຊຶ່ງເປັນການເສີມສ້າງໂຄງການອາຫານໃນໂຮງຮຽນຂອງລັດຖະບານ ສປປ ລາວ. ການບໍລິຈາກເຂົ້າ ໃນປີນີ້ຈະຖືກຈັດສັນຢ່າງມີຍຸດທະສາດອີກຄັ້ງເພື່ອສະໜອງການຊ່ວຍເຫຼືອແກ່ປະຊາຊົນຜູ້ທີ່ມີຄວາມຕ້ອງການຫຼາຍທີ່ສຸດໃນທົ່ວປະເທດ”.

ແຫຼ່ງຂ່າວ ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ-ຮສສ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...