Homeຂ່າວພາຍ​ໃນມອບລົດກະບະ 2 ຄັນ ທີ່ລັກລອບນຳເຂົ້າມາ ສປປ ລາວ ແບບຜິດກົດໝາຍກັບຄືນປະເທດໄທ

ມອບລົດກະບະ 2 ຄັນ ທີ່ລັກລອບນຳເຂົ້າມາ ສປປ ລາວ ແບບຜິດກົດໝາຍກັບຄືນປະເທດໄທ

Published on

ປັດຈຸບັນ ຍັງກຸ່ມຄົນບໍ່ດີໄດ້ມີການເຄື່ອນໄຫວລັກລອບລົດນຳເຂົ້າທີ່ຜິດກົດໝາຍ ລຽບຕາມຊາຍແດນລາວ-ໄທ ແຕ່ກໍໄປບໍ່ລອດ ຈາກການຕິດຕາມເຄື່ອນໄຫວ ໂດຍການຮ່ວມມືຂອງເຈົ້າໜ້າທີ່ທັງສອງຝ່າຍ ລາວ-ໄທ ໃນວັນທີ 11 ມັງກອນ 2023 ທີ່ດ່ານສາກົນພູດູ່ ເມືອງປາກລາຍ ແຂວງໄຊຍະບູລີ ເຈົ້າໜ້າທີ່ພາສີ ຮ່ວມກັບພາກສ່ວນກ່ຽວຂ້ອງ ໄດ້ມອບ-ຮັບພາຫານະ ປະເພດລົດກະບະ 4 ປະຕູ ຈຳນວນ 2 ຄັນ ທີ່ຖືກລັກລອບນຳເຂົ້າ ສປປ ລາວ ແບບຜິດກົດໜາຍ ໃນວັນທີ 29 ທັນວາ 2022 ຜ່ານມາ ຄືນໃຫ້ແກ່ເຈົ້າໜ້າຝ່າຍໄທ ເພື່ອສົ່ງຄືນໃຫ້ກັບເຈົ້າຂອງເດີມຕໍ່ໄປ.

ລົດຈຳນວນ 2 ຄັນ ທີ່ເຈົ້າໜ້າທີ່ຢຶດມາໄດ້ນັ້ນ ເປັນປະເພດລົດກະບະ ຍີ່ຫໍ້ຣິໂວ້ 4 ປະຕູ ສີເທົາ ໜາຍເລກທະບຽນບໍ່ມີ ແລະ ລົດກະບະ 4 ປະຕູ ຍີ່ຫໍ້ອີ່ຊູຊູ ດີແມັກ ສີຂາວ ໜາຍເລກທະບຽນບໍ່ມີ ເຊິ່ງລົດຈຳນວນດັ່ງກ່າວ ແມ່ນຖືກຄົນບໍ່ດີລັກລອບນຳເຂົ້າມາຊຸກເຊື່ອງໄວ້ໃນປ່າ ເຂດບ້ານໃໜ່ ເມືອງທົ່ງມີໄຊແຂວງໄຊຍະບູລີ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ແມ່ນເຫັນໄດ້ວ່າລົດຈຳນວນດັ່ງກ່າວ ຖືກລັກລອບນຳເຂົ້າຈາກປະເທດໄທແບບຜິດກົດໜາຍບໍ່ຖືກຕ້ອງ.

ເປັນກຽດກ່າວມອບລົດຄືນໃຫ້ແກ່ເຈົ້າໜ້າທີ່ຝ່າຍໄທຄັ້ງນີ້ ໂດຍທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ ແລະ ກ່າວຮັບຂອງທ່ານ ສາມາດ ອິນທະປັນຍາ ນາຍອຳເພີບ້ານໂຄກ ແຂວງອຸດຕາລະດິດ ລາຊະອານາຈັກໄທ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ແຫຼ່ງຂ່າວ Vientiane Mai

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...