spot_img
Homeຂ່າວພາຍ​ໃນພາຍຫຼັງເປີດດ່ານສາກົນບໍ່ເຕ່ນ 3 ມື້ ການເດີນທາງເຂົ້າ-ອອກມີຄວາມຄຶກຄື້ນຂຶ້ນ

ພາຍຫຼັງເປີດດ່ານສາກົນບໍ່ເຕ່ນ 3 ມື້ ການເດີນທາງເຂົ້າ-ອອກມີຄວາມຄຶກຄື້ນຂຶ້ນ

Published on

ພັທ ວຽງວິໄລ ສະໄຫວວັນ ຫົວໜ້າຕໍາຫຼວດກວດຄົນເຂົ້າ-ອອກເມືອງດ່ານສາກົນບໍ່ເຕ່ນ, ແຂວງຫລວງນໍ້າທາ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 11 ມັງກອນ 2023 ວ່າ: ນັບແຕ່ຈີນເປີດປະເທດຄືນໃໝ່ໃນວັນທີ 8 ມັງກອນນີ້ເປັນຕົ້ນມາ, ການເດີນທາງເຂົ້າ-ອອກຜ່ານດ່ານສາກົນບໍ່ເຕ່ນ ເລີ່ມນັບມື້ມີຄວາມຄຶກຄື້ນຂຶ້ນຢ່າງຕໍ່ເນື່ອງ, ແຕ່ສ່ວນຫລາຍຍັງແມ່ນການເດີນທາງຂາອອກໄປຈີນຫລາຍກວ່າຂາເຂົ້າມາລາວ.

ໃນໄລຍະວັນທີ 8-10 ມັງກອນ 2023 ມີຜູ້ເດີນທາງຈາກຈີນຜ່ານດ່ານສາກົນບໍ່ເຕ່ນເຂົ້າມາລາວ 420 ກວ່າຄົນ, ໃນນີ້ ສ່ວນໃຫຍ່ແມ່ນເປັນຄົນຈີນທີ່ມີທັງນັກທ່ອງທ່ຽວ ແລະ ແຮງງານຈາກຈີນເດີນທາງກັບຄືນມາເຮັດວຽກຢູ່ລາວ, ສ່ວນຜູ້ທີ່ເດີນທາງອອກຈາກລາວເຂົ້າໄປຈີນ ມີ 850 ກວ່າຄົນ ເຊີ່ງສ່ວນໃຫຍ່ແມ່ນເປັນຄົນຈີນເຊັ່ນດຽວກັນທີ່ເດີນທາງກັບຄືນປະເທດເພື່ອກະກຽມສະຫລອງບຸນປີໃໝ່ ຫລື ບຸນກຸດຈີນກັບຄອບຄົວ. ນອກຈາກນີ້ແມ່ນມີຄົນລາວຈໍານວນໜ້ອຍໜຶ່ງ.

ທ່ານໃຫ້ຮູ້ຕື່ມວ່າ: ການເດີນທາງເຂົ້າ-ອອກຜ່ານດ່ານສາກົນບໍ່ເຕ່ນ ໃນໄລຍະນີ້ນອກຈາກຄົນຈີນ ແລະ ລາວ ແມ່ນຍັງບໍ່ປະກົດເຫັນບຸກຄົນຈາກປະເທດອື່ນ ຫລື ປະເທດທີ 3, ທັ້ງນີ້ເນື່ອງຈາກໃນໄລຍະເບື້ອງຕົ້ນຂອງການເປີດປະ ເທດ ຈີນຍັງບໍ່ທັນອະນຸຍາດໃຫ້ພົນລະເມືອງລາວ ຫລື ພົນລະເມືອງຈາກປະເທດທີ 3 ທີ່ຖືວິຊ່ານັກທ່ອງທ່ຽວເດີນທາງເຂົ້າໄປປະເທດຈີນເທື່ອ, ສ່ວນຜູ້ທີ່ຖືວິຊ່າອື່ນໆ ແມ່ນສາມາດເດີນທາງເຂົ້າໄປປະເທດຈີນໄດ້ເປັນປົກກະຕິແລ້ວ. ປັດຈຸ ບັນ, ເຈົ້າໜ້າທີ່ດ່ານສາກົນບໍ່ເຕ່ນ ໄດ້ຕິດຕໍ່ກັບເຈົ້າໜ້າທີ່ກ່ຽວຂ້ອງຂອງຝ່າຍຈີນຢ່າງຕໍ່ເນື່ອງກ່ຽວກັບການເປີດຮັບຜູ້ທີ່ຖືວິຊ່ານັກທ່ອງທ່ຽວເຂົ້າປະເທດຈີນ ເພື່ອບອກຕໍ່ ຫລື ອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ກໍຄື ບໍລິສັດນໍາທ່ຽວຈາກລາວ ແລະ ຈາກປະເທດໃກ້ຄຽງທີ່ຕ້ອງການນໍານັກທ່ອງທ່ຽວເດີນທາງເຂົ້າໄປທ່ອງທ່ຽວໃນປະເທດຈີນໂດຍຜ່ານດ່ານສາກົນບໍ່ເຕ່ນ.

ພັທ ວຽງວິໄລ ສະໄຫວວັນ ກ່າວຕື່ມວ່າ: ປັດຈຸບັນ ແມ່ນຢູ່ໃນໄລຍະເບື້ອງຕົ້ນທີ່ຈີນເປີດປະເທດ ແລະ ເປັນໄລ ຍະຂອງການກະກຽມສະຫລອງປີໃໝ່ຈີນ ຈຶ່ງເຮັດໃຫ້ນັກທ່ອງທ່ຽວຈີນ ກໍຄື ຊາວຈີນ ເດີນທາງເຂົ້າມາລາວບໍ່ທັນຫລາຍເທົ່າທີ່ຄວນ, ແຕ່ຫລັງຈາກປີໃໝ່ຈີນ ຄາດວ່າເຂົາເຈົ້າຈະເດີນທາງເຂົ້າມາລາວຫລາຍຂຶ້ນກວ່າເກົ່າ ເຊີ່ງດ່ານສາກົນບໍ່ເຕ່ນໄດ້ວາງມາດຕະການຮອງຮັບໄວ້ແລ້ວ ເພື່ອເຮັດໃຫ້ການກວດກາຄົນເຂົ້າ-ອອກເມືອງມີຄວາມສະດວກສະບາຍ ແລະ ວ່ອງໄວດີ.

ແຫຼ່ງຂ່າວຈາກ Lao Youth Radio FM 90.0 Mhz

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...