Homeຂ່າວຕ່າງປະເທດຈີນງົດອອກວີຊ່ານັກທ່ອງທ່ຽວໃຫ້ເກົາຫຼີໃຕ້-ຍີ່ປຸ່ນ ເພື່ອຕອບໂຕ້ມາດຕະການຄວບຄຸມໂຄວິດ-19

ຈີນງົດອອກວີຊ່ານັກທ່ອງທ່ຽວໃຫ້ເກົາຫຼີໃຕ້-ຍີ່ປຸ່ນ ເພື່ອຕອບໂຕ້ມາດຕະການຄວບຄຸມໂຄວິດ-19

Published on

ຈີນລະງັບການອອກວີຊ່າໄລຍະສັ້ນໃຫ້ກັບຜູ້ເດີນທາງຈາກເກົາຫຼີໃຕ້ ແລະ ຍີ່ປຸ່ນ ເພື່ອຕອບໂຕ້ການຈຳກັດດ້ານໂຄວິດຂອງ 2 ປະເທດທີ່ເຮັດຕໍ່ນັກທ່ອງທ່ຽວຈີນ.

ສຳນັກຂ່າວ abc australia news ໄດ້ລາຍງານວ່າ: ສະຖານທູດຈີນປະຈຳກຸງໂຊ ເກົາຫຼີໃຕ້ ລະບຸວ່າ ໄດ້ລະງັບການອອກວີຊ່າສຳລັບຄົນເກົາຫຼີໃຕ້ທີ່ຈະເດີນທາງເຂົ້າຈີນ ໂດຍທາງຍີ່ປຸ່ນກໍລາຍງານວ່າຈີນໄດ້ບັງຄັບໃຊ້ມາດຕະການນີ້ຄືກັນ.

ທັ້ງນີ້ ກໍເພື່ອເປັນການຕອບໂຕ້ ເຊິ່ງລັດຖະບານຈີນກ່າວວ່າ ມາດຕະການນີ້ຈະຍັງຢູ່ຕໍ່ໄປຈົນກວ່າຈະມີການຍົກເລີກຂໍ້ຈຳກັດການເຂົ້າປະເທດທີ່ເລືອກປະຕິບັດຕໍ່ຈີນ.

ໃນອາທິດແລ້ວນີ້ ເກົາຫຼີໃຕ້ໄດ້ຢຸດຕິການອອກວີຊ່ານັກທ່ອງທ່ຽວສຳລັບຜູ້ທີ່ມາຈາກຈີນ ເຊິ່ງກະຊວງການຕ່າງປະເທດຈີນກໍບໍ່ພໍໃຈກັບມາດຕະການນີ້.

ທາງດ້ານຍີ່ປຸ່ນອະນຸຍາດໃຫ້ນັກທ່ອງທ່ຽວຈີນເຂົ້າປະເທດໄດ້ແລ້ວ ຖ້າຜົນກວດໂຄວິດເປັນລົບ.

ໜ່ວຍງານຄວບຄຸມ ແລະ ປ້ອງກັນພະຍາດຂອງເກົາຫຼີໃຕ້ໄດ້ລາຍງານວ່າ ຈຳນວນ 1 ສ່ວນ 3 ຂອງຜູ້ເດີນທາງມາຈາກຈີນທັງໝົດແມ່ນຖືກກວດພົບວ່າຕິດເຊື້ອໂຄວິດ-19  ກ່ອນທີ່ຈະມີການອອກມາດຕະການຄວບຄຸມໂຄວິດ.

ມາດຕະການນີ້ຈະຖືກນຳໃຊ້ຢ່າງໜ້ອຍຈົນສິ້ນສຸດເດືອນນີ້ ເຊິ່ງເຮັດໃຫ້ນັກວິທະຍາສາດວິເຄາະສາຍພັນໃໝ່ທີ່ອາດຈະມາຈາກຈີນ.

ໃນຂະນະນີ້ ເກົາຫຼີໃຕ້ກໍອະນຸຍາດໃຫ້ພຽງແຕ່ນັກທຸລະກິດ ຫຼື ນັກການທູດຈາກຈີນເທົ່ານັ້ນທີ່ເຂົ້າປະເທດໄດ້ເຊິ່ງພວກເຂົາກໍຕ້ອງໄດ້ຮັບການກວດໂຄວິດເປັນລົບກ່ອນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...