Homeຂ່າວພາຍ​ໃນສົ່ງຄືນກະເປົານັກທ່ອງທ່ຽວເສຍຢູ່ທີ່ຜາແດງ

ສົ່ງຄືນກະເປົານັກທ່ອງທ່ຽວເສຍຢູ່ທີ່ຜາແດງ

Published on

ໄດ້ມີກະເປົານັກທ່ອງທ່ຽວ ເສຍຂະນະທີ່ໄປປີນຜາແດງ ໃນວັນທີ 7 ມັງກອນ 2023 ເຊິ່ງເຮັດໃຫ້ສັງຄົມອອນລາຍຮ່ວມແຮງຮ່ວມໃຈກັນແຊ ແລະ ໂພສຂ່າວ ເພື່ອກະຈາຍຂ່າວໃຫ້ຜູ້ທີ່ເກັບໄດ້ເອົາມາສົ່ງຄືນ.

ພໍມາວັນທີ 9 ມັງກອນ ໄດ້ມີຜູ້ໃຊ້ເຟສບຸກ ຊື່ວ່າ ສະກຸນນາ ຫຼວງພະບາງ ເກັບກະເປົາຂອງນັກທ່ອງທ່ຽວໄດ້ ເຊິ່ງຜູ້ກ່ຽວກໍໄດ້ປະກາດຕາມຫາເຈົ້າຂອງກະເປົານີ້ເຊັ່ນກັນ ໂດຍໂພສຜ່ານເຟສບຸກວ່າ: ” ສະບາຍດີທຸກຄົນຄື ຂ້ອຍກັບຫມູ່ ແລະເອື້ອຍ ມາທ່ງວຫນອງຂງວ ຂຶ້ນຜາແດງ ຂື້ນໄປຮອດຜາແດງ ແລ້ວບາດລົງມາ ໄດ້ເຈີກະເປົາ ລາຍເສືອ ຂອງຝຮັ່ງ ເຮ່ຍຢອງຢູ່ຫມາກຫີນ ຂ້າງທາງ ຂອງທາງຂຶ້ນຜາແດງ ໃນກະກະເປົາ ມີ ບັດວີຊ່າ ບັດປະຈຳຕົວ ຂະຫນົມອົມ ຢາສູບ ມີພະ ໜຶ່ງອົງ ນ້ຳມັນທາຜິວປ່ອງນ້ອຍ ແລະເງິນກີບຈຳນວນສອງລ້ານປາຍ ຝາກແຊໄປໃຫ້ແດ່ ໃຜຮູ້ວິທີ່ຕິດຕໍ່ຫາລາວ ຕິດຕໍ່ໃຫ້ແດ່, ເພາະບັດຄືຊິສຳຄັນກັບລາວ ຫຼາຍ ❌ຝາກແຊໃຫ້ແດ່❌ ຊ່ວຍກັນ, ຂ້ອຍເຈີກະເປົາກະຮີບລົງມາ ແລ້ວຂີ່ລົດເລາະ ຊອກອອ້ມຫນອງຂງວ 7-8ລອບ ຝຮັ່ງກະຈົນແນມຫນ້າ ວ່າຄືໄປເບີ່ງແຕ່ຫນ້າເຂົາ555 ຊອກແທ້ຊອກວ່າກະບໍ່ເຫັນ.”

อาจเป็นรูปภาพของ กลางแจ้ง

ວັນທີ 10 ມັງກອນ ຜູ້ກ່ຽວກໍໄດ້ນຳເອົາກະເປົາທີ່ນັກທ່ອງທ່ຽວເຮັດເສຍນັ້ນ ມາສົ່ງຄືນເປັນທີ່ຮຽບຮ້ອຍ.

อาจเป็นรูปภาพของ 2 คน, ผู้คนกำลังยืน และ กลางแจ้ง

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...