spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ10 ວິທີບັນເທົາອາການໄອໃຫ້ເຊົາໄວທີ່ສຸດ

10 ວິທີບັນເທົາອາການໄອໃຫ້ເຊົາໄວທີ່ສຸດ

Published on

ວິທີບັນເທົາອາການໄອໃຫ້ເຊົາໄວທີ່ສຸດ

1. ດື່ມນ້ຳໃຫ້ຫຼາຍຂຶ້ນ

ການດື່ມນ້ຳແຕ່ລະມື້ຊ່ວຍໃຫ້ຂີ້ກະເທີໜ້ອຍລົງ ສ່ວນຜູ້ທີ່ມີອາການໄອແຫ້ງ ນ້ຳກໍຈະໃຫ້ຄໍຊຸ່ມຊື່ນຂຶ້ນ ແລະ ບັນເທົາອາຫານຄັນຄໍ.

2. ດື່ມນ້ຳອຸ່ນ

ທາງທີ່ດີຂອງການດື່ມນ້ຳ ຄວນດື່ມນ້ຳອຸ່ນແທນການດື່ມນ້ຳເຢັນ ເພາະນ້ຳອຸ່ນຈະຊ່ວຍລະລາຍຂີ້ກະເທີໄດ້ດີກວ່າ.

3. ອາບນ້ຳອຸ່ນ

ການອາບນ້ຳອຸ່ນຊະຊ່ວຍຫຼຸດນ້ຳມູກ ແລະ ຍັງດີຕໍ່ຮ່າງກາຍສຳລັບຄົນທີ່ເປັນຫວັດ ຫຼື ພູມແພ້ອີກດ້ວຍ.

4. ອົມຢາແກ້ໄອ

ຢ່າຄິດວ່າອາການໄອຈະເຊົາເອງງ່າຍໆ ຫາກມີອາການໄອຫຼາຍຄວນຮີບຫາຢາມາອົມ ຫຼື ກິນຢາດ່ວນ.

5. ໃຊ້ເຄື່ອງເຮັດຄວາມຊື້ນໃນອາກາດ

ເຄື່ອງເຮັດຄວາມຊື້ນໃນອາກາດ ແຕກຕ່າງຈາກເຄື່ອງປັບອາກາດທົ່ວໄປ ເຊິ່ງເຄື່ອງເຮັດຄວາມຊື້ນຈະຊ່ວຍບັນເທົາອາການຄັນຄໍ.

6. ງົດສູບຢາ

ໃຜທີ່ເປັນຄົນສູບຢາ ຄວນງົບສູບຢາໃນຊ່ວງທີ່ມີອາການໄອເດັດຂາດ ເພາະການສູບຢາຈະເຮັດໃຫ້ມີອາການຄັນຄໍຫຼາຍຂຶ້ນ.

7. ງົດໃຊ້ນ້ຳຫອມ ຫຼື ສະເປຕ່າງໆ

ສ່ວນປະກອບຂອງນ້ຳຫອມ ແລະ ສະເປຕ່າງໆ ເຮັດໃຫ້ໂພງດັງມີອາການລະຄາຍເຄືອງ ແລະ ເປັນສາເຫດທີ່ເຮັດໃຫ້ຂີ້ກະເທີເພີ່ມຂຶ້ນ ຫຼື ໄອເລື້ອລັງ.

8. ຫຼີກລ່ຽງຂີ້ຝຸ່ນ ຫຼື ຄັວນ

ຂີ້ຝຸ່ນ ຫຼື ຄັວນ ທີ່ມາຈາກທໍ່ລົດ ຄັວນຈາກການເຮັດອາຫານ ມົນລະຜິດທາງອາກາດ ສິ່ງເຫຼົ່ານີ້ອາດເຮັດໃຫ້ມີອາການລະຄາຍເຄືອງທີ່ໂພງດັງ ແລະ ລຳຄໍ ດັ່ງນັ້ນ ຄວນໃສ່ຜ້າອັດປາກປ້ອງກັນຈາກມົນລະຜິດທາງອາກາດດ້ວຍ.

9. ນອນພັກຜ່ອນໃຫ້ພຽງພໍ

ອາການໄອທີ່ເຊົາຊ້າ ມາຈາກຮ່າງກາຍບໍ່ມີເວລາພັກຟື້ນໂຕເອງ ດັ່ງນັ້ນ ເຮົາຄວນພັກຜ່ອນໃຫ້ພຽງພໍ ເພື່ອໃຫ້ຮ່າງກາຍເຮົາໄດ້ພັກ ແລະ ໃຫ້ອາການເປັນຫວັດ ເປັນໄອ ນັ້ນເຊົາໄດ້ໄວຂຶ້ນ.

10. ໄປຫາໝໍ

ເມື່ອອາການໄອ ຫຼື ບໍ່ສະບາຍເປັນມາດົນ ກິນຢາແລ້ວກໍບໍ່ເຊົາ ເຮົາຄວນໄປພົບໝໍເພື່ອປຶກສາ ຫາອາການຂອງເຮົາວ່າເປັນຫຍັງແທ້ ບາງທີກໍອາດຈະເປັນອັນຕະລາຍຮ້າຍແຮງກວ່ານັ້ນ ທັ້ງນີ້ກໍເພື່ອໃຫ້ຮັກສາໄດ້ກົງຈຸດ ແລະ ຖືກຕ້ອງ.

ຂໍ້ມູນຈາກ ພົບແພດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...