spot_img
Homeຂ່າວພາຍ​ໃນທິດຊີ້ນໍາກ່ຽວກັບແຜນການຮັບບັນຈຸລັດຖະກອນໃໝ່ ແລະ ປະຕິບັດນະໂຍບາຍອຸດໜຸນຄ່າຄອງຊີບໃຫ້ແກ່ ພະນັກງານ-ລັດຖະກອນ ປີ 2023

ທິດຊີ້ນໍາກ່ຽວກັບແຜນການຮັບບັນຈຸລັດຖະກອນໃໝ່ ແລະ ປະຕິບັດນະໂຍບາຍອຸດໜຸນຄ່າຄອງຊີບໃຫ້ແກ່ ພະນັກງານ-ລັດຖະກອນ ປີ 2023

Published on

ວັນທີ 28 ພະຈິກ 2022 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ແຈ້ງການວ່າ ຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້:

  1. ເຫັນດີໃຫ້ສະເໜີສະພາແຫ່ງຊາດຮັບຮອງແຜນບັນຈຸລັດຖະກອນໃໝ່ ປີ 2023 ຈໍານວນ 800 ຄົນ ຕາມການສະເໜີຂອງກະຊວງພາຍໃນ, ແຕ່ການຈັດສັນລັດຖະກອນດັ່ງກ່າວ ແມ່ນບຸລິມະສິດໃຫ້ພະນັກງານຕາມສັນຍາ ແລະ ອາສາສະມັກທີ່ຕົກຄ້າງມາຫຼາຍປີ ເຊັ່ນ: ຄູ ແລະ ແພດອາສາສະມັກ ຢູ່ເຂດຫ່າງໄກສອກຫຼີກທຸລະກັນດານ. ພ້ອມກັນນັ້ນກໍ່ເຫັນດີ ໃຫ້ສະເໜີສະພາແຫ່ງຊາດ ເພື່ອຮັບຮອງເອົາການປະຕິບັດນະໂຍບາຍອຸດໜຸນຄ່າຄອງຊີບໃຫ້ແກ່ພະນັກງານ-ລັດຖະກອນ ແລະ ພະນັກງານອາວຸໂສບໍານານ ຈໍານວນ 150.000 ກີບ/ຄົນ/ເດືອນ ເປັນການທົດລອງໃນປີ 2023.
  2. ເຫັນດີໃຫ້ຢຸດຕິການຮັບພະນັກງານຕາມສັນຍາ ແລະ ອາສາສະມັກເຮັດວຽກໃໝ່ ໃນທຸກຂົງເຂດວຽກງານຂອງລັດ ນັບແຕ່ມື້ເຊັນແຈ້ງການ ສະບັບນີ້ເປັນຕົ້ນໄປ.
  3. ເຫັນດີໃຫ້ຫັນການເບີກຈ່າຍເງິນເດືອນຜ່ານລະບົບທະນາຄານ (ATM) ສໍາລັບພະນັກງານທີ່ເຮັດວຽກ ບໍລິຫານ ແລະ ຊ່ວຍໜຸນ (ບໍ່ແມ່ນກໍາລັງສູ້ຮົບ) ຂອງກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ ເພື່ອເຮັດໃຫ້ການເບີກຈ່າຍເງິນເດືອນໄວຂຶ້ນ.

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...