Homeຂ່າວການພັດທະນາNASA ສົ່ງຍານອະວາກາດໄປສ່ອງຫານ້ຳເທິງເດືອນ

NASA ສົ່ງຍານອະວາກາດໄປສ່ອງຫານ້ຳເທິງເດືອນ

Published on

ໃນວັນທີ 11 ທັນວາ 2022 ທີ່ຜ່ານມາ ມີຍານອະວາກາດຫຼາຍລຳທີ່ເດີນທາງໄປຫາເດືອນ ໃນນັ້ນກໍມີ ຍານລູນາແຟລຊ໌ໄລ້ ທີ່ເປັນໂຄງການຂອງນາຊາ ໄປສຳຫຼວດຫາແຫຼ່ງນ້ຳບໍລິເວນຂົ້ວໃຕ້ຂອງເດືອນ ໂດຍໃຊ້ວິທີຍິງເລເຊີອິນຟາເຣດໃສ່ເດືອນ ເພື່ອກວດຈັບລັງສີສະທ້ອນກັບມາ.

ນັກດາລາສາດເຊື່ອວ່າ ທີ່ຂົ້ວໃຕ້ຂອງເດືອນ ມີແຫຼ່ງນ້ຳຢູ່ໃກ້ກົ້ນແອ່ງທີ່ມືດ ໂດຍມີຫຼັກຖານຈາກຍານສຳຫຼວດໃນອະດີດຫຼາຍລຳ.

ເຊິ່ງພາລະກິດຂອງລູນາແຟລຊ໌ໄລ້ ຈະເນັ້ນໄປຫາແຫຼ່ງນ້ຳທີ່ມີປະລິມານຫຼາຍພໍ ເພື່ອສະກັດອອກມາໃຊ້.

ຫຼັກການຂອງລູນາແຟລຊ໌ໄລ້ທີ່ຊອກຫາແຫຼ່ງນ້ຳມີຄື ຍິງເລເຊີໄປພື້ນເດືອນ ແລ້ວວິເຄາະແສງທີ່ສະທ້ອນກັບມາ ຖ້າພື້ນເດືອນມີນ້ຳເປັນສ່ວນປະກອບ ເຊິ່ງລັງສີທີ່ສະທ້ອນກັບມາຈະຖືກຕີຄວາມໝາຍໄດ້ວ່າບ່ອນນັ້ນເປັນນ້ຳ ທີ່ອາດຢູ່ໃນຮູບແບບຂອງນ້ຳແຂງ ຫຼື ເປັນນ້ຳແຂງທີ່ຝັງຢູ່ໃນຫີນ.

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...