spot_img
Homeຂ່າວພາຍ​ໃນMiss Universe Laos 2022 ໄດ້ໃຫ້ສຳພາດແກ່ລາຍການໂທລະພາບຂອງ ສ. ອາເມຣິກາ

Miss Universe Laos 2022 ໄດ້ໃຫ້ສຳພາດແກ່ລາຍການໂທລະພາບຂອງ ສ. ອາເມຣິກາ

Published on

ນາງ ປ່າເຢັ້ງຊ່າ ລໍ່ Miss Universe Laos ໄດ້ໃຫ້ສຳພາດທີ່ປະເທດອາເມຣິກາ ໃນລາຍການ KSNV News 3 Las Vegas ເຊິ່ງໄດ້ເວົ້າກ່ຽວກັບຄວາມສຳຄັນທາງວັດທະນະທຳ ຂອງການໄດ້ຮັບມົງກຸດ.

ໃນວັນທີ 29 ທັນວາ 2022 ໃນການໃຫ້ສະພາດກັບ News 3 Today ນາງ ປ່າເຢັ້ງຊ່າ ໄດ້ບອກຕໍ່ພິທີກອນເຖິງຄວາມມັກຮັກໃນກິລາເທຄວນໂດ ເຊິ່ງມັນເປັນສິ່ງສຳຄັນຫຼາຍໃນການຮັກສາສຸຂະພາບກາຍ ແລະ ໃຈໃຫ້ແຂງແຮງ ລວມເຖິງງານຊ່ວຍເຫຼືອຕ່າງຂອງລາວ.

ນາງ ປ່າເຢັ້ງຊ່າ ລໍ່ ເປັນນາງງາມຊົນເຜົ່າມົ້ງທຳອິດຂອງລາວ ທີ່ໄດ້ຄວ້າຕຳແໜ່ງ Miss Universe Laos.

ພິທີກອນ Kim Wagner ໄດ້ຍ້ອງກ່ຽວກັບ ຄວາມສາມາດທັກສະການໃຊ້ພາສາອັງກິດຂອງນາງ.

ການປະກວດ Miss Universe Laos ຄັ້ງທີ 71 ຈະຈັດຂຶ້ນທີ່ເມືອງນິວອໍລີນ ລັດລຸຍເຊຍນາ ໃນວັນທີ 14 ມັງກອນ 2023.

ແຫຼ່ງຂ່າວ The Laotian Times

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...