spot_img
Homeຂ່າວກິລາແຂວງວຽງຈັນ​ ຊະນະເລີດບານເຕະຊາຍ ໃນຊຽງຂວາງເກມ

ແຂວງວຽງຈັນ​ ຊະນະເລີດບານເຕະຊາຍ ໃນຊຽງຂວາງເກມ

Published on

ໃນວັນທີ 21 ທັນວາ ຜ່ານມາ, ການແຂ່ງຂັນກິລາບານເຕະຊາຍ ຮອບຊິງຊະນະເລີດ ໃນຊຽງຂວາງເກມ ເປັນການພົບກັນລະຫວ່າງ ນະຄອນຫຼວງວຽງຈັນພົບກັບ ແຂວງວຽງຈັນ. ພາຍຫຼັງທີ່ນະຄອນຫຼວງວຽງຈັນເຂົ້າຮອບຊິງຊະນະເລີດດ້ວຍການເອົາຊະນະແຂວງຊຽງຂວາງ ເຈົ້າພາບ 2-1 ປະຕູ ແລະ ແຂວງ ວຽງຈັນເຂົ້າຮອບຊິງຊະນະເລີດດ້ວຍການເອົາຊະນະແຂວງ ເຊກອງດ້ວຍການດວນຈຸດໂທດ 3-1.

ຜ່ານການແຂ່ງຂັນໃນເຄິ່ງເວລາທຳອິດ ທັງສອງທີມຍັງສະເໝີກັນ 0-0 ປະຕູ ຈົນການແຂ່ງຂັນດຳເນີນມາຮອດ ນາທີ 80’ ທີມແຂວງວຽງຈັນຍິງປະຕູຂຶ້ນນໍານະຄອນຫຼວງວຽງຈັນ 1-0, ໂດຍໄດ້ ປະຕູຈາກການຍິງຂອງຈິວນົນມະນີກອງໜ້າທີມວຽງຈັນ ຈົບການແຂ່ງຂັນໃນ 90 ນາທີແຂວງວຽງຈັນສ້າງປະຫວັດສາດສາມາດເອົາຊະນະນະຄອນຫຼວງວຽງຈັນ 1-0 ຄວ້າຫຼຽນຄໍາມາຄອງ. ສ່ວນນະຄອນຫຼວງຽງຈັນເຮັດໄດ້ພຽງຫຼຽນເງິນ ແລະ ແຂວງເຊກອງຍາດໄດ້ຫຼຽນທອງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...