spot_img
Homeຂ່າວຕ່າງປະເທດຍີ່ປຸ່ນ ອັງກິດ ອິຕາລີ ຮ່ວມກັນສ້າງເຮືອບິນຂັບໄລ່

ຍີ່ປຸ່ນ ອັງກິດ ອິຕາລີ ຮ່ວມກັນສ້າງເຮືອບິນຂັບໄລ່

Published on

ວັນທີ 9 ທັນວາ 2022 ລັດຖະບານຍີ່ປຸ່ນ ອັງກິດ ແລະ ອິຕາລີ ອອກຖະແຫຼງຂ່າວຮ່ວມກັນໃນວັນສຸກນີ້ ກ່ຽວກັບແຜນການພັດທະນາເຮືອບິນຂັບໄລ່ຍຸກໃໝ່ ເພື່ອຮ່ວມກັນຂັບເຄື່ອນ ແລະ ພັດທະນາສັກກະຍະພາບທາງທະຫານ ຕະຫຼອດເຖິງນະວັດຕະກຳ ແລະ ເຕັກໂນໂລຊີການທະຫານ ທີ່ກ່ຽວຂ້ອງກັບເລື່ອງ ໄພຄຸກຄາມ ແລະ ການນາບຂູ່ທາງທະຫານທີ່ມີເພີ່ມຂຶ້ນຢ່າງຕໍ່ເນື່ອງໃນທົ່ວໂລກ.

ທັ້ງນີ້ 3 ປະເທດ ໄດ້ກຳນົດເປົ້າໝາຍການພັດທະນາໃຫ້ສຳເລັດພາຍໃນປີ 2035 ໃຫ້ເປັນເຮືອບິນຂັບໄລ່ແບບສອງເຄື່ອງຈັກ ທີ່ສາມາດຫຼົບຫຼີກ ແລະ ລີ້ໂຕຈາກເຄື່ອງຈັບເລດາ ສາມາດຂັບເຄື່ອນເອງໄດ້ບາງກໍລະນີ ໂດຍບໍ່ຕ້ອງມີນັກບິນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ ​ອອກ​ຖະ​ແຫຼງ​ການ ຮ່ວມສະແດງຄວາມສະໜັບສະໜູນຄວາມຮ່ວມມືດັ່ງກ່າວ ເຖິງວ່າຍັງບໍ່ມີການເປີດເຜີຍງົບປະມານຢ່າງຊັດເຈນ ແຕ່ມີການປະເມີນວ່າ ງົບປະມານມະຫາສານ ພາຍໃຕ້ໂຄງການ Future Combat Air System ຫຼື Tempest ທີ່ເປັນໂຄງການລະບົບ​ເຮືອບິນ​ສູ້​ຮົບແຫ່ງອະນາຄົດ ເຊິ່ງມີ ອັງກິດ ເປັນກຳລັງຫຼັກ.

ແຫຼ່ງຂ່າວ japantimes

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...