spot_img
Homeຂ່າວຕ່າງປະເທດEU ຫ້າມນຳເຂົ້າຜະລິດຕະພັນທີ່ມີສ່ວນທຳລາຍປ່າໄມ້

EU ຫ້າມນຳເຂົ້າຜະລິດຕະພັນທີ່ມີສ່ວນທຳລາຍປ່າໄມ້

Published on

ວັນທີ 6 ທັນວາ 2022 ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ສະຫະພາບ​ເອີຣົບ (EU) ​ໄດ້ຕົກລົງ​ເຫັນ​ດີ ໃນ​ຮ່າງ​ກົດໝາຍ​ໃໝ່​ ເພື່ອປ້ອງກັນບໍ່ໃຫ້ບໍລິສັດຕ່າງໆໃນຕະຫຼາດເອີຣົບມີສ່ວນຮ່ວມໃນການຕັດໄມ້ທຳລາຍປ່າ.

ກົດໝາຍຈະກຳນົດໃຫ້ບໍລິສັດຕ່າງໆ ໃຫ້ສະ​ແດງເອກະສານຫຼັກຖານ ທີ່ພິສູດວ່າລະບົບຕ່ອງໂສ້ການສະໜອງຂອງບໍລິສັດນັ້ນບໍ່ມີສ່ວນຮ່ວມ ໃນການທໍາລາຍປ່າໄມ້ ​ເຊັ່ນ: ບໍ່​ໄດ້ປູກໃນພື້ນ​ທີ່ປ່າໄມ້ຖືກທໍາລາຍ.

ກ່ອນ​ທີ່​ຈະ​ນໍາ​ສິນຄ້າ​ເຂົ້າມາ​ຈຳໜ່າຍ​ໃນ EU ບໍລິສັດທີ່ບໍ່​ໄດ້ປະຕິບັດຕາມຈະຖືກ​ລົງ​ໂທດ-ປັບໃໝຢ່າງໜັກ.

ການ​ທຳລາຍ​ປ່າ ​ແມ່ນ​ໜຶ່ງໃນ​ສາຍ​ເຫດ​ຕົ້ນຕໍຂອງ​ການ​ປ່ອຍ​ອາຍ​ຜິດ​ເຮືອນ​ແກ້ວ​ທີ່​ພາ​ໃຫ້​ເກີດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ ອາກາດ.

ຄະນະ​ຜູ້​ເຈລະຈາຂອງ​ ປະ​ເທດສະມາຊິກ EU ​ແລະ ​ລັດຖະສະພາ​ເອີຣົບ ​ໄດ້​ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບກົດໝາຍສະບັບ​ໃໝ່ ໃນ​ວັນ​ທີ 6 ທັນວາ ​ທີ່ຜ່ານມານີ້.

ກົດໝາຍດັ່ງກ່າວກວມເອົາສິນຄ້າຕ່າງໆເຊັ່ນ: ຖົ່ວເຫລືອງ, ຊີ້ນງົວ, ປາມນ້ຳມັນ, ໂກໂກ້ ແລະ ກາເຟ, ລວມທັງສິນຄ້າ ທີ່ກ່ຽວຂ້ອງກັບ ​ເຄື່ອງໜັງ, ຊ໋ອກໂກແລັດ ແລະ ເຄື່ອງເຟີນີເຈີ, ຢາງພາລາ, ຖ່ານ ແລະ ສິນຄ້າ ທີ່ກ່ຽວຂ້ອງກັບ ນ້ຳມັນປາມ ບາງປະເພດ ຈະຢູ່ພາຍໃຕ້ກົດໝາຍນີ້ຕາມຄໍາຮ້ອງຂໍຂອງສະມາຊິກສະພາເອີຣົບ.

ຫຼັງ​ຈາກ​ນັ້ນ ບັນດາ​ປະ​ເທດ​ ສະມາຊິກ EU ຈະ​ຕ້ອງ​ ໃຫ້ການ​ອະນຸມັດ​ຢ່າງ​ເປັນ​ທາງ​ການ 20 ມື້ວັນ​ ​ແລະ ບັນດາບໍລິສັດ​ຕ່າງໆ ມີ​ເວລາ 18 ​ເດືອນ ເພື່ອ​ກະກຽມປະຕິບັດ​ກົດໝາຍສະບັບ​ໃໝ່ນີ້ຢ່າງ​ເຂັ້ມງວດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...